ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ

09:56 | 22/09/2024

ຍສໝ - ເນື່ອງໃນໂອກາດ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສະໄໝທີ 78 ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍການປະຕິບັດງານ ກໍ່ຄືການປະກອບສ່ວນຂອງຫວຽດນາມ ຕໍ່ກັບອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ແຕ່ວັນທີ 21 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ, ເນື່ອງໃນໂອກາດນີ້, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສະໄໝທີ 78 ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍການປະຕິບັດງານ ກໍ່ຄືການປະກອບສ່ວນຂອງຫວຽດນາມ ຕໍ່ກັບອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນ, ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າ ແລະເຂົ້າຮ່ວມວຽກງານລວມຂອງ ສປຊ ນັບມື້ນັບຫຼາຍຂຶ້ນ. ໃນຖານະເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 78, ຂໍຮຽນທ່ານແບ່ງປັນການປະກອບສ່ວນທີ່ມີຄວາມໝາຍຂອງຫວຽດນາມ ໃຫ້ ສປຊ ໃນໄລຍະຜ່ານມາມີຄືແນວໃດ ແລະຄວາມໝາຍການປະຕິບັດງານຢູ່ ສປຊ ຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ?

ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ໄດ້ ແລະພວມມີການປະກອບສ່ວນທີ່ມີຄວາມໝາຍ ແລະສໍາຄັນທີ່ສຸດໃຫ້ ສປຊ ຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຂໍຍົກຕົວຢ່າງໃນຂົງເຂດຮັກສາສັນຕິພາບສາກົນ. ຫວຽດນາມ ໄດ້ສົ່ງພະນັກງານຮັກສາສັນຕິພາບໄປເຖິງຫຼາຍຈຸດເຄັ່ງຮ້ອນໃນໂລກໃນນັ້ນມີຊູດັງໃຕ້, ສະຖານທີ່ຂ້າພະເຈົ້າໄດ້ມີໂອກາດພົບປະໂດຍກົງກັບບັນດາທະຫານຫວຽດນາມ.

ຫວຽດນາມ ກໍ່ມີການປະກອບສ່ວນຫຼາຍຢ່າງໃນຖານະສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2026, ສະມາຊິກຄະນະກໍາມະການກົດໝາຍສາກົນ ອາຍຸການ 2023-2027 ແລະກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ... ບັນດາຜົນງານນີ້ສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ຕໍ່ກັບຫຼັກການ ແລະຄຸນຄ່າພື້ນຖານໃນກົດບັດ ສປຊ, ກົດໝາຍສາກົນ ແລະກັບລັດທິຫຼາຍຝ່າຍເວົ້າລວມ. ເລື່ອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ໃນປີນີ້ແມ່ນເຫດການໜຶ່ງທີ່ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນຄໍາໝັ້ນສັນຍາສູງສຸດທາງດ້ານການເມືອງໃນຈຸດເວລາທີ່ສໍາຄັນເມື່ອປະຊາຄົມສາກົນພວມຕັດສິນໃຈຊຸກຍູ້ລັດທິຫຼາຍຝ່າຍເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກຄືໃນປະຈຸບັນ.

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ
ທ່ານ Dennis Francis ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78 (ຊ້າຍ) ຕອບສໍາພາດຕໍ່ນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ນັບມື້ນັບມີສຽງເວົ້າສໍາຄັນຢູ່ ສປຊ, ເຂົ້າຮ່ວມຫຼາຍກົນໄກຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ ແລະເກັບກ່ຽວໄດ້ຫຼາຍຜົນງານທີ່ມີຄວາມໝາຍ. ທ່ານຕີລາຄາຄືແນວໃດກ່ຽວກັບແນວທາງ “ການທູດໄມ້ໄຜ່ ຫວຽດນາມ”?

ຖືກກັບຊື່ເອີ້ນ, “ການທູດໄມ້ໄຜ່” ແມ່ນໜຶ່ງແນວທາງການທູດທີ່ນີ້ມນວນແຕ່ເຂັ້ມແຂງ, ຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈທີ່ສຸດ, ສະແດງໃຫ້ເຫັນແຜນນະໂຍບາຍຂອງຫວຽດນາມ ຢ່າງຈະແຈ້ງນັ້ນແມ່ນຢາກເປັນເພື່ອນກັບບັນດາປະເທດທັງໝົດ. ຂ້າພະເຈົ້າມີຄວາມປະທັບໃຈກັບແນວທາງການທູດນີ້ຂອງເພື່ອນທີ່ສຸດ, ປະກອບສ່ວນຊຸກຍູ້ ແລະປັບປຸງລັດທິຫຼາຍຝ່າຍ, ສະແດງໃຫ້ເຫັນລັກສະນະທີ່ເໝາະສົມ ແລະມີປະສິດທິຜົນໃນສະພາບທີ່ໂລກພວມຢູ່ໃນສະໄໝຫັນເປັນໂລກາວິວັດ. ປະຈຸບັນ, ຫຼາຍປະເທດຢູ່ເຄິ່ງຊີກໂລກໃຕ້ພວມຊັກຊ້າລົງໃນຄວາມມານະພະຍາຍາມປະຕິບັດເປົ້າໝາຍພັດທະນາແບບຍືນຍົງໃຫ້ສໍາເລັດ. ແນ່ນອນວ່າຫວຽດນາມ, ດ້ວຍແນວທາງ “ການທູດໄມ້ໄຜ່”, ມີຫຼາຍບົດຮຽນທີ່ແທດຈິງອາດຈະແບ່ງປັນກັບບັນດາປະເທດຢູ່ເຄິ່ງຊີກໂລກໃຕ້, ທັງດ້ານການພັດທະນາກໍ່ຄືການຮັກສາສັນຕິພາບ.

ດ້ວຍພື້ນຖານການພົວພັນອັນດີງາມນັ້ນ, ທ່ານ ຕີລາຄາຄືແນວໃດກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະສປຊ ພາຍຫຼັງການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ກໍ່ຄືໃນໄລຍະຈະມາ ເຖິງ?

ພາຍຫຼັງການປະຕິບັດນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີ. ຈຸດສຸມແມ່ນຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ແມ່ນສຸມໃສ່ເຂົ້າໃນການຊຸກຍູ້ກຽດສັກສີ ແລະສິດທິມະນຸດ, ຍົກສູງບັນດາຄຸນຄ່າກ່ຽວກັບການແພດ, ສຶກສາ, ປັບປຸງສັນຕິພາບ ແລະພັດທະນາແບບຍືນຍົງ. ນີ້ກໍ່ແມ່ນບັນດາຄໍາໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ.

ການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢູ່ ສປຊ ແລະເຂົ້າຮ່ວມກອງປະຊຸມສຸດຍຸດອະນາຄົດ ໄດ້ສະແດງໃຫ້ເຫັນຄໍາໝັ້ນສັນຍາຢູ່ຂັ້ນສູງສຸດຂອງຫວຽດນາມ ແລະແນ່ນອນວ່າຈະປະກອບສ່ວນຍົກສູງການພົວພັນລະຫວ່າງຫວຽດນາມ ກັບສປຊ ໃຫ້ຂຶ້ນສູ່ລະດັບສູງໃໝ່. ກອງປະຊຸມສຸດຍອດອະນາຄົດກໍ່ແມ່ນເຫດການໜຶ່ງທີ່ພິເສດ, ແມ່ນກອງປະຊຸມໜຶ່ງເພື່ອອະນາຄົດຂອງໂລກ, ແມ່ນໂອກາດເພື່ອໃຫ້ການນໍາສາກົນຊຸກຍູ້ຄວາມ ສາມັກຄີ, ຊຸກຍູ້ລັດທິຫຼາຍຝ່າຍເພື່ອປະຕິບັດເປົ້າໝາຍ ສປຊ ໃຫ້ປະກົດຜົນເປັນຈິງ. ຂ້າພະເຈົ້າເຊື່ອໝັ້ນວ່າການປະຕິບັດງານຂອງການນໍາຫວຽດນາມ ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງຕົນຢ່າງແຂງແຮງ.

ຂໍຂອບໃຈທ່ານ!

ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່ ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່

ຍສໝ - ໃນສະພາບການດ້ານການເມືອງ ແລະຄວາມສະຫງົບຂອງໂລກ ແລະພາກພື້ນໃນປະຈຸບັນ, ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແມ່ນໂອກາດເພື່ອຍົກລະດັບການພົວພັນລະຫວ່າງສອງພັກ, ສອງລັດ, ນຳການພົວພັນ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໜັກແໜ້ນ ແລະແທ້ຈິງ, ສະຖຽນລະພາບ ແລະຍືນຍົງ.

ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ

ຍສໝ - ກ່ອນການຢ້ຽມຢາມທາງລັດຖະກິດຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງບັນກັບສື່ມວນຊົນກ່ຽວກັບຄວາມຄາດຫວັງຂອງການຢ້ຽມຢາມ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.