ຕອນບ່າຍວັນທີ 29 ພະຈິກ, ທີ່ແຂວງຮ່າຕິ້ງ ສສ. ຫວຽດນາມ ໄດ້ດໍາເນີນກອງປະຊຸມຮ່ວມມືປົກປັກຮັກສາປ່າ, ສະກັດກັ້ນ ແລະຕ້ານໄຟໄໝ້ປ່າລະຫວ່າງພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງຮ່າຕິ້ງ ກັບພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ ແລະແຂວງບໍລິຄໍາໄຊ.
ຫວ່າງແລ້ວນີ້, ຢູ່ແຂວງຫຼວງພະບາງ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການ ປກສ ແຂວງຫຼວງພະບາງ (ລາວ) ໄດ້ຈັດຕັ້ງການພົບປະຮ່ວມມື ຄັ້ງທີ 10.
ວັນທີ 10 ກັນຍາ, ໄດ້ດໍາເນີນກອງປະຊຸມປະເມີນຜົນວຽກງານແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນອາເດີດ, ທະຫານຊາຍແດນ ແຂວງເທື່ອທຽນ-ເຫວ້ ແລະກອງຮ້ອຍທະຫານຊາຍແດນ 531, ກອງບັນຊາການທະຫານຊາຍແດນແຂວງເຊກອງ.
ຫວ່າງແລ້ວນີ້, ທີ່ກອງບັນຊາການທະຫານຊາຍແດນແຂວງກອນຕຸມ, ສະຫາຍພັນເອກພິເສດ ເລກ໊ວກຫວຽດ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ນໍາໂດຍສະຫາຍພັນເອກ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື.
ຢູ່ເສັ້ນຊາຍແດນເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້, ບັນດາ “ແພດທະຫານຊາຍແດນ” ໄດ້ກາຍເປັນບ່ອນອີງຂອງປະຊາຊົນບັນດາເຜົ່າເມື່ອເຈັບປ່ວຍ.
ກໍາລັງທະຫານຊາຍແດນແຂວງລາວກາຍ (ຫວຽດນາມ) ແລະ ແຂວງຢຸນນານ (ຈີນ) ໄດ້ຈັດຕັ້ງ 10 ກອງລາດຕະເວນ, ຈັດຕັ້ງການລາດຕະເວນຈາກຫຼັກ ໝາຍຊາຍແດນທີ 87 ເຖິງຫຼັກໝາຍຊາຍແດນທີ 167 ພາຍໃຕ້ຮູບແບບຊາຍແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບຄຸມເຂດຊາຍແດນຢ່າງເຂັ້ມງວດ.
ວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄ້າຍທະຫານຊາຍແດນໂຍນມາຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ໄປຢ້ຽມຢາມ, ແລກປ່ຽນສະພາບການ, ມອບຂອງຂວັນ ແລະອວຍພອນບຸນປີໃໝ່ບັນດາກົມກອງ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ.
ຍສໝ - ວັນທີ 2 ມີນາ, ຢູ່ຕາແສງກຣົງນາ, ເມືອງບວນໂດນ, ແຂວງດັກລັກ, ຄະນະ ຊາວໜຸ່ມແຂວງດັກລັກ ແລະຄະນະຊາວໜຸ່ມແຂວງເລິມດົງ ໄດ້ສົມທົບກັບກອງ ບັນຊາການທະຫານຊາຍແດນແຂວງດັກລັກ ຈັດຕັ້ງໂຄງການ “ຊາຍແດນ ເດືອນມີນາ” ປີ 2022 ດ້ວຍຫົວຂໍ້ "ຊາຍແດນຂອງປະເທດຂ້າພະເຈົ້າ".
ຍສໝ - ເມື່ອດອກຄາຍ ດອກເໝີຍເບັ່ງບານອວດອ້າງສີສັນຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ຢູ່ບັນດາເນີນພູລຽບຕາມເສັ້ນຊາຍແດນ, ທະຫານຊາຍແດນຈະມີລະດູບານໃໝ່ ອີກໜຶ່ງປີທີ່ຕິດພັນກັບປະຊາຊົນບັນດາເຜົ່າອ້າຍນ້ອງ, ດ້ວຍເຂດດິນແດນເໜືອສຸດ ປະເທດຊາດ. ເຖິງວ່າໃຈຂອງເຂົາເຈົ້າຍັງຄິດຮອດຄອບຄົວ ແລະ ບ້ານເກີດເມືອງນອນໃນຊຸມວັນຕົ້ນປີໃໝ່...
ຫວ່າງແລ້ວນີ້, ຢູ່ຫຼັກໝາຍຊາຍແດນເລກທີ 528 ບ້ານຈາລໍ, ຕາແສງເຢິນຮວ່າ, ເມືອງມິງຮວ່າ, ແຂວງກວ໋າງບິ່ງ, ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ນຳໂດຍທ່ານພັນໂທ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ມາຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.
ຍສໝ - ປ້ອມທະຫານຊາຍແດນດ່ານສາກົນລາໄລ, ທະຫານຊາຍແດນແຂວງກວ໋າງຈິ້ ແລະ ຜູ້ໃຈບຸນໃຈກຸສົນ ຫາກໍ່ຈັດຕັ້ງການມອບຂອງຂວັນ, ເຄື່ອງນຸ່ງກັນໜາວໃຫ້ນ້ອງໆນັກຮຽນຢູ່ເຂດຊາຍແດນ.
ຍສໝ - ຫວ່າງແລ້ວນີ້, ນັກຮຽນ 47 ຄົນ ອາຍຸ 15-50 ປີທີ່ເປັນຊາວເຜົ່າມົ້ງ, ໝູ່ບ້ານ ໂກດໂມກ, ຕາແສງ ເຕີນຊວນ, ເມືອງ ເວີນໂຫ່, ແຂວງ ເຊີນລາ ໄດ້ເຂົ້າຮ່ວມຊົ່ວໂມງຮຽນທຳອິດ ຂອງຫ້ອງຮຽນລົບລ້າງໄພກືກໜັງສື. ນີ້ແມ່ນຫ້ອງຮຽນຈັດຕັ້ງ ໂດຍກອງບັນຊາການທະຫານຊາຍແດນ ຈ່ຽງເຊີນ (ກອງບັນຊາການທະຫານຊາຍແດນ ເຊີນລາ).
ສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 76 ປີ, ວັນທີ 2 ກັນຍາ, ກອງຮ້ອຍ 212 ຂອງແຂວງຫົວພັນ ແລະດ່ານຄວບຄຸມຊາຍແດນບ້ານດ່ານ ສັງກັດກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ມາອວຍພອນຄ້າຍທະຫານຊາຍແດນ ແລະຕາແສງຊາຍແດນຂອງແຂວງເຊີນລາ.
ວັນທີ 22 ສິງຫາ, ທີ່ດ່ານສາກົນນາມຢາງ (ແຂວງກວາງນາມ), ຄ້າຍທະຫານຊາຍແດນດ່ານສາກົນນາມຢາງ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບຂອງຂວັນ 70 ພູດໃຫ້ແກ່ພະນັກງານ, ປະຊາຊົນເມືອງດັກຈຶງ, ແຂວງເຊກອງ, ລາວ ທີ່ກໍາລັງແຍກປ່ຽວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ກອງບັນຊາການທະຫານຊາຍແດນແຂວງກອນຕູມ ຈັດຕັ້ງພິທີມອບສະບຽງອາຫານ, ອຸປະກອນການແພດໜູນຊ່ວຍກໍາລັງການທະຫານ, ກໍາລັງປ້ອງກັນຄວາມສະຫງົບຂອງສອງແຂວງອັດຕະປື ແລະເຊກອງ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19...
ຍສໝ - ຫວ່າງມໍ່ໆນີ້, ທະຫານປ້ອງກັນຊາຍແດນແຂວງບິ່ງເຟືອກ ແລະ ສະຫະພັນຊາວໜຸ່ມຫວຽດນາມຂອງແຂວງ, ຄະນະຊາວໜຸ່ມແຂວງບິ່ງເຟືອກໄດ້ມອບຂອງຂວັນ ແລະ ເຄື່ອງຊ່ວຍເຫຼືອດ້ານການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ໃຫ້ແກ່ກອງບັນຊາການຕຳຫຼວດ ແລະ ທະຫານແຂວງ Kratie (ລາຊະອານາຈັກກຳປູເຈຍ).
ຍສໝ - ຈໍານວນອຸປະກອນດັ່ງກ່າວ ປະກອບມີ ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ.
ຍສໝ - ຢູ່ໄກຈາກຄອບຄົວ, ບ້ານເກີດເພື່ອປະຕິບັດໜ້າທີ່ຢູ່ດ່ານໜ້າຂອງປະເທດແມ່ນກຽດສະຫງ່າທັງແມ່ນຄວາມຮັບຜິດຊອບ, ແຕ່ກໍ່ແມ່ນການເສຍສະຫຼະບໍ່ແມ່ນໜ້ອຍຂອງພະນັກງານ, ນັກຮົບ ແລະຄອບຄົວຂອງເຈົາເຈົ້າ.
ຍສໝ - ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ ໃນສະພາບປະສົບກັບຄວາມຫຍຸ້ງຍາກຂອງປະເທດໃນປີ 2020, ກຳລັງທະຫານປ້ອງກັນຊາຍແດນໄດ້ປົກປັກຮັກສາຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືຢູ່ຕາມເສັ້ນຊາຍແດນ.
ຍສໝ - ວັນທີ 31 ທັນວາ, ທີ່ດ່ານສາກົນເລະແທງ ແຂວງຢາລາຍ ສສ.ຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ ເຂົ້າສານ 1,4 ໂຕນ, ນ້ຳຕານ 1,1 ໂຕນ ແລະອຸປະກອນການແພດ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19, ດ້ວຍມູນຄ່າກ່ວາ 200 ລ້ານດົ່ງ.