ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ຊາຍແດນຂອງຊາດ

07:41 | 04/03/2022

ຍສໝ - ວັນທີ 2 ມີນາ, ຢູ່ຕາແສງກຣົງນາ, ເມືອງບວນໂດນ, ແຂວງດັກລັກ, ຄະນະ ຊາວໜຸ່ມແຂວງດັກລັກ ແລະຄະນະຊາວໜຸ່ມແຂວງເລິມດົງ ໄດ້ສົມທົບກັບກອງ ບັນຊາການທະຫານຊາຍແດນແຂວງດັກລັກ ຈັດຕັ້ງໂຄງການ “ຊາຍແດນ ເດືອນມີນາ” ປີ 2022 ດ້ວຍຫົວຂໍ້ "ຊາຍແດນຂອງປະເທດຂ້າພະເຈົ້າ".

ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ
ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ
ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ຊາຍແດນຂອງຊາດ
ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ຊາຍແດນຂອງຊາດ. ພາບ: thoidai.com.vn

​ໃນ​ຂອບ​ເຂດ​ຂອງ​ໂຄງການ, ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​ເຊັ່ນ: ຖະຫວາຍ​ທູບ​ທຽນ​ລະນຶກເຖິງ​, ຕອບບຸນແທນຄຸນ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດຕໍ່ສູ້ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ແລະ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ...; ມອບທຶນການສຶກສາ 20 ທຶນ “ຊ່ວຍນ້ອງໄປໂຮງຮຽນ”, ແຕ່ລະທຶນ ມີມູນຄ່າ 500.000 ດົ່ງ ໃຫ້ແກ່ນັກຮຽນເກັ່ງແຕ່ທຸກຍາກຢູ່ຕາແສງ;...

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ແຂວງເລິມ​ດົງ ​ໄດ້​ມອບ​ຜັກ​ໃຫ້​ປະຊາຊົນ​ຕາ​ແສງກຣົງ​ນາ 1 ​ໂຕນ; ມອບ​ເຄື່ອງ​ກອງ​ນ້ຳ​ທີ່​ມີ​ມູນ​ຄ່າ 7 ລ້ານ​ດົ່ງໃຫ້ ເມືອງ​ບວນ​ໂດນ, ​ເພື່ອ​ຊ່ວຍ​ໃຫ້ນັກຮົບ​ທະຫານ​ຊຍາຍແດນ ​ເຊເຣ​ປົ​ກ ມີ​ນ້ຳ​ສະອາດ​ໃຊ້.

ບູນມີ

ເຫດການ
302 Found

Found

The document has moved here.