ສະມາຊິກ ຊາວໜຸ່ມສອງປະເທດຫວຽດນາມ - ລາວ ອອກດຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ.

00:00 | 12/08/2023

ຍສໝ- ເມື່ອວັນທີ 5-7 ໜ່ວຍຊາວໜຸ່ມປ້ອມປ້ອງກັນຊາຍແດນ ອາເດິດ , ທະຫານຊາຍແດນແຂວງ ເທື່ອທຽນ ເຫວ້ ໄດ້ສົມທົບກັບຫົວໜ່ວຍຈຳນວນໜຶ່ງ ຈັດການອອກເຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ ດ້ວຍຫຼາຍກິດຈະກຳທີ່ແທດຈິງ.

ຢູ່ດ່ານຊາຍແດນ ອາເດິດ - ຕາວາງ ມີສະມາຊິກຊາວໜຸ່ມເກືອບ 100 ຄົນຂອງປ້ອມປ້ອງກັນຊາຍແດນ ອາເດິດ , ຄະນະເສດຖະກິດ - ປ້ອງກັນຊາດ 92 (ທະຫານເຂດ 4) , ສະມາຊິກໜ່ວຍຊາວໜຸ່ມຕາແສງເຮື່ອງຟອງ, ເລິມເດິດ, ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫວ້ ໄດ້ກຽມພ້ອມສຳລັບພິທີອອກເຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ. ເຂົ້າຮ່ວມບັ້ນດັ່ງກ່າວ ກໍ່ມີພະນັກງານ, ນັກຮົບ ຄ້າຍຕຳຫຼວດ ຕາວາງ, ກອງຮ້ອຍປ້ອງກັນຊາຍແດນ 531, ແຂວງ ເຊກອງ ຂອງປະເທດ ລາວ.

ສະມາຊິກ ຊາວໜຸ່ມສອງປະເທດຫວຽດນາມ - ລາວ ອອກດຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ.

ສະມາຊິກ​ຄະນະ​ຊາວ​ໜຸ່ມ​ບັນດາ​ຫົວໜ່ວຍຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ໄດ້​ເຄົາລົບ​ທຸງ​ຢູ່​ຫຼັກ​ໝາຍ 666.

ທີ່ພິທີ​ອອກເຄື່ອນທັບບັ້ນອາສາ​ສະໝັກ​ລະດູ​ຮ້ອນ​ນີ້, ບັນດາ​ຫົວໜ່ວຍ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ​ເຄົາລົບ​ທຸງຢູ່ຫຼັກ​ໝາຍ​ຊາຍ​ແດນ; ໂຄສະນາ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມກ່ຽວກັບຄວາມ​ໝາຍຂອງເສັ້ນ​ຊາຍ​ແດນ, ​ຫຼັກໝາຍ, ອະທິປະ​ໄຕ​ຜືນ​ແຜ່ນດິນ, ຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ; ອະນາໄມລວມຢູ່ເຂດ ຫຼັກໝາຍ 666 ແລະ ເຂດ ດ່ານຊາຍແດນ ອາເດິດ – ຕາວາງ; ຖາງຕາມ​ເສັ້ນທາງ​ແຕ່​ປ້ອມກວດກາຄ້າຍປ້ອງກັນຊາຍແດນ ​ອາເດິດ ​ໄປ​ຄ້າຍຕຳຫຼວດ​ ຕາວາງ; ກໍ່ສ້າງປ້ອມຍາມໃຫ້ຊາວໜຸ່ມ ຄ້າຍຕຳຫຼວດ ຕາວາງ…

ສະມາຊິກ ຊາວໜຸ່ມສອງປະເທດຫວຽດນາມ - ລາວ ອອກດຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ.
ອະນາໄມລວມຢູ່ເຂດດ່ານຊາຍແດນ ອາເດິດ - ຕາວາງ.

ການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍນີ້ ແມ່ນເພື່ອແນໃສ່ໂຄສະນາ ແລະ ສຶກສາພະນັກງານ, ນັກຮົບ ແລະ ສະມາຊິກຊາວໜຸ່ມກ່ຽວກັບມູນເຊື້ອຂອງຄວາມສາມັກຄີແບບພິເສດລະຫວ່າງກຳລັງປະກອບອາວຸດ 2 ປະເທດ ແລະ ສອງຊົນເຜົ່າ, ຫວຽດນາມ - ລາວ. ຜ່ານນັ້ນ, ກໍ່ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ມີນ້ຳໃຈຕໍ່ສູ້ ແລະ ຈິດໃຈອາສາສະໝັກຂອງໄວໜຸ່ມໃນບັນດາຫົວໜ່ວຍ ຮ່ວມແຮງຮ່ວມໃຈຮ່ວມກັບກຳລັງທະຫານຊາຍແດນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະ ຄວາມໝັ້ນຄົງຊາຍແດນແຫ່ງຊາດໃນສະພາບການໃຫມ່; ກໍ່ສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາເຂດຊາຍແດນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.