ປະຊາຊົນເຊື່ອໝັ້ນ ແລະຮັກແພງແພດທະຫານຊາຍແດນ

11:30 | 08/06/2022

ຢູ່ເສັ້ນຊາຍແດນເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້, ບັນດາ “ແພດທະຫານຊາຍແດນ” ໄດ້ກາຍເປັນບ່ອນອີງຂອງປະຊາຊົນບັນດາເຜົ່າເມື່ອເຈັບປ່ວຍ.

ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ
ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ຫງວຽນວັນລູ ແບ່ງປັນວ່າ: “ພວກອ້າຍທະຫານຊາຍແດນຢູ່ທີ່ນີ້ມີຄວາມຮັບຜິດຊອບຕໍ່ປະຊາຊົນ. ບໍ່ວ່າຝົນຈະຕົກ, ລົມແຮງ, ເມື່ອປະຊາຊົນໂທຫາ, ແພດໝໍຢູ່ສຸກສາລາທະຫານ ແລະປະຊາຊົນອາເດິດກໍ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກໄປຮອດບ້ານ, ຮອດເຮືອນເພື່ອປະຖົມພະຍາບານເບື້ອງຕົ້ນ, ປິ່ນປົວໃຫ້ປະຊາຊົນຢ່າງທັນການ. ທຸກຄົນຢູ່ທີ່ນີ້ໃຜກໍ່ຮັກແພງ, ຖືພວກອ້າຍເປັນຄອບຄົວດຽວກັນ”. ເຮືອນຢູ່ຫ່າງຈາກສຸກສາລາເມືອງຫຼາຍສິບກິໂລແມັດ, ເມື່ອກ່ອນ, ເມື່ອອາກາດປ່ຽນແປງ, ທ່ານ ຫງວຽນວັນລູ, ຢູ່ບ້ານອາຕີນ, ຕາແສງເລິມເດິດ, ເມືອງອາເລື໊ອຍ ພັດມີຄວາມວິຕົກກັງວົນເປັນຫວ່ງທີ່ສຸດ. ນັບແຕ່ວັນທີ່ສຸກສາລາທະຫານ ແລະປະຊາຊົນອາເດິດ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດິດ, ທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ເຂົ້າສູ່ການເຄື່ອນໄຫວ (ເດືອນເມສາ 2015), ທ່ານ ລູ ແລະປະຊາຊົນຢູ່ທີ່ນີ້ມີຄວາມຮູ້ສຶກອຸ່ນອ່ຽນໃຈກວ່າເມື່ອມີບັນດາແພດໝໍຊາຍແດນມາກວດ, ປິ່ນປົວພະຍາດ, ເບິ່ງແຍງດູແລສຸຂະພາບໃຫ້.

ປະຊາຊົນເຊື່ອໝັ້ນ ແລະຮັກແພງແພດທະຫານຊາຍແດນ
ແພດໝໍທີ່ສຸກສາລາທະຫານ ແລະປະຊາຊົນອາເດິດ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດິດ, ທະຫານຊາຍແດນແຂວງເທື່ອທຽນເຫວ້ ປະຖົມພະຍາບານໃຫ້ຄົນເຈັບ. ພາບ: bienphong.com.vn.

ຍ້ອນມີອຸປະກອນ, ຢາປິ່ນປົວພະຍາດໂດຍກອງບັນຊາການທະຫານຊາຍແດນ ຮັບປະກັນ ແລະການໜູນຊ່ວຍຂອງພະແນກສາທາລະນະສຸກແຂວງເທື່ອທຽນເຫວ້ ສະນັ້ນສຸກສາລາທະຫານ ແລະປະຊາຊົນອາເດິດ ຈຶ່ງມີເງື່ອນໄຂເພື່ອປະຖົມພະຍາບານເບື້ອງຕົ້ນໃຫ້ປະຊາຊົນ. ແຕ່ລະປີ, ສຸກສາລາທະຫານ ແລະປະຊາຊົນອາເດິດ ກໍ່ຄືສຸກສາລາທະຫານ ແລະປະຊາຊົນຢູ່ຕາມເສັ້ນຊາຍແດນຫວຽດນາມ-ລາວ ໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາ, ແຈກຢາຍຢຸກຢາໃຫ້ປະຊາຊົນນັບພັນຄົນ, ຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກບ່ອນມີເງື່ອນໄຂການໄປມາຫຍຸ້ງຍາກ.

ທ່ານພັນຕີ ຫງວຽນວັນຈີ, ພາລະກອນຂອງສຸກສາລາທະຫານ ແລະປະຊາຊົນອາເດິດ ໃຫ້ຮູ້ວ່າ: “ປະຊາກອນໃນເຂດຊາຍແດນສ່ວນຫຼາຍແມ່ນຊົນເຜົ່າສ່ວນໜ້ອຍ, ລະດັບຄວາມຮູ້ຍັງຕໍ່າ ສະນັ້ນຫຼາຍຄົນຍັງປະໝາດຕໍ່ສຸຂະພາບ. ນອກຈາກການໂຄສະນາໃຫ້ປະຊາຊົນມາກວດ, ປິ່ນປົວພະຍາດແລ້ວ, ທຸກໆຄັ້ງທີ່ມີເວລາຫວ່າງ, ພວກຂ້າພະເຈົ້າຈະໄປຮອດບ້ານ, ເຮືອນເພື່ອໂຄສະນາ, ແນະນຳໃຫ້ປະຊາຊົນເຮັດອະນາໄມສິ່ງແວດລ້ອມ, ປ້ອງກັນ, ຕ້ານພະຍາດ”.

ປະຊາຊົນເຊື່ອໝັ້ນ ແລະຮັກແພງແພດທະຫານຊາຍແດນ
ແພດໝໍ ທີ່ສຸກສາລາທະຫານ ແລະປະຊາຊົນອາເດິດ ໃຫ້ຄໍາປຶກສາສຸຂະພາບ ແລະແຈກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນມາກວດ, ປິ່ນປົວພະຍາດ. ພາບ: bienphong.com.vn.

ນອກຈາກການປະຕິບັດໜ້າທີ່ກວດ, ປິ່ນປົວພະຍາດແລ້ວ, ກໍາລັງແພດທະຫານຢູ່ສຸກສາລາທະຫານ ແລະປະຊາຊົນ ຍັງສົມທົບກັນຢ່າງຕັ້ງໜ້າກັບລະບົບສາທາລະນະສຸກເມືອງອາເລື໊ອຍ ຜັນຂະຫຍາຍການສັກຢາປ້ອງກັນ, ຕ້ານພະຍາດ; ສົມທົບກັບພະນັກງານການແພດທ້ອງຖິ່ນ ປະຕິບັດທິດນຳ “4 ກັບທີ່” ໃນວຽກງານປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ.ຮ້ອຍເອກ ອູ່ນຄໍາ, ຫົວໜ້າການເມືອງກອງຮ້ອຍປ້ອງກັນຊາຍແດນ 531, ກອງບັນຊາການທະຫານແຂວງເຊກອງ ແບ່ງປັນວ່າ: “ຈາກກົມກອງພວກຂ້າພະເຈົ້າໄປຫາໃຈກາງເມືອງກາລືມ ແມ່ນໄກຫຼາຍ, ການໄປມາຫຍຸ້ງຍາກ. ເມື່ອມີບັນຫາກ່ຽວກັບສຸຂະພາບ, ປະຊາຊົນບ້ານກາໂລ ກໍ່ຄືພະນັກງານ, ນັກຮົບຄ້າຍຕໍາຫຼວດຕາວ່າງ ແລະກອງຮ້ອຍປ້ອງກັນຊາຍແດນ 531 ລ້ວນແຕ່ໄປຫາສຸກສາລາທະຫານ ແລະປະຊາຊົນອາເດິດ ເພື່ອກວດພະຍາດ, ຮັບຄຳປຶກສາ, ແນະນໍາ, ເບິ່ງແຍງດູແລສຸຂະພາບ. ບັນດາແພດໝໍຢູ່ທີ່ນີ້ຊ່ວຍເຫຼືອພວກຂ້າພະເຈົ້າດ້ວຍຄວາມສຸດໃຈ”.

ທ່ານ ຫງວຽນວັນຫາຍ, ຮອງປະທານຄະນະກໍາມະການປະຊາຊົນເມືອງອາເລື໊ອຍ ໃຫ້ຮູ້ວ່າ: “ສຸກສາລາທະຫານ ແລະປະຊາຊົນ ຂອງກໍາລັງທະຫານຊາຍແດນໄດ້ປະກອບສ່ວນຍົກສູງກຳລັງຄວາມສາມາດດ້ານການແພດຢູ່ຮາກຖານ, ເປັນຕົ້ນແມ່ນຢູ່ບັນດາຕາແສງຊາຍແດນ ເພື່ອໃຫ້ປະຊາຊົນໄດ້ໄປກວດ, ປິ່ນປົວພະຍາດ. ດ້ວຍຈິດໃຈ, ຄວາມຮັບຜິດຊອບ ແລະວິຊາການຂອງຕົນ, ບັນດາແພດໝໍ ໄດ້ປະກອບສ່ວນຮັກສາ, ຍົກສູງສຸຂະພາບໃຫ້ພະນັກງານ, ປະຊາຊົນ ແລະໄດ້ຮັບຄວາມຮັກແພງຈາກປະຊາຊົນບັນດາເຜົ່າ. ພິເສດ, ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໃນໄລຍະຜ່ານມາ, ບັນດາແພດທະຫານຊາຍແດນໄດ້ມານະພະຍາຍາມພ້ອມກັບອຳນາດການປົກຄອງທ້ອງຖິ່ນຄວບຄຸມ ແລະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໃນບໍລິເວນ”.

ອາດເວົ້າໄດ້ວ່າ, ດ້ວຍຫົວໃຈຂອງແພດໝໍ ແລະຈິດໃຈຂອງແພດທະຫານຊາຍແດນ, ພະນັກງານແພດທະຫານຊາຍແດນ ຍາມໃດກໍ່ອຸທິດຕົນ ແລະມີຄວາມຮອບຄອບຖີ່ຖ້ວນທີ່ສຸດປຽບເໝືອນຍາດຕິພີ່ນ້ອງຂອງຕົນ. ບັນດາການກະທຳດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງກໍາລັງທະຫານຊາຍແດນທີ່ມີ ຕໍ່ປະຊາຊົນຢູ່ເຂດຊາຍແດນເທົ່ານັ້ນ, ຫາກຍັງຍົກສູງຄຸນທາດທະຫານລຸງໂຮ່ ຢູ່ເຂດຊາຍແດນຂອງປະເທດຊາດອີກດ້ວຍ.

la.qdnd.vn

ເຫດການ
302 Found

Found

The document has moved here.