ກອງ​ບັນຊາ​ການ​ທະຫານຊາຍແດນຫວຽດນາມ ແລະ ກົມໃຫຍ່ອົບພະຍົບ ລາຊະອານາຈັກກໍາປູເຈຍ ​ໄດ້​ດຳ​ເນີນ​ການ​ເຈລະຈາ

15:12 | 14/02/2023

ຍສໝ - ຕອນບ່າຍວັນທີ 12 ກຸມພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບ (ລາຊະອານາຈັກກໍາປູເຈຍ).

ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

ທ່ານພົນຕີ ເລດຶກຖາຍ ກໍາມະການສູນກາງພັກ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ແລະທ່ານພົນເອກ Kirth Chantharith ຫົວໜ້າກົມໃຫຍ່ອົບພະຍົບ (ລາຊະອານາຈັກກໍາປູເຈຍ) ເປັນປະທານຮ່ວມການພົບປະເຈລະຈາ.

ທ່ານພົນຕີ ເລດຶກຖາຍ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບຄະນະຜູ້ແທນກົມໃຫຍ່ອົບພະຍົບ ແລະພ້ອມກັບທ່ານພົນເອກ Kirth Chantharith ຕີລາຄາໝາກຜົນການຮ່ວມມື, ວາງອອກທິດທາງສົມທົບປະຕິບັດງານລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ກອງ​ບັນຊາ​ການ​ທະຫານຊາຍແດນຫວຽດນາມ ແລະ ກົມໃຫຍ່ອົບພະຍົບ ລາຊະອານາຈັກກໍາປູເຈຍ ​ໄດ້​ດຳ​ເນີນ​ການ​ເຈລະຈາ

ກອງ​ບັນຊາ​ການ​ທະຫານຊາຍແດນຫວຽດນາມ ແລະ ກົມໃຫຍ່ອົບພະຍົບ ລາຊະອານາຈັກກໍາປູເຈຍ ​ໄດ້​ດຳ​ເນີນ​ການ​ເຈລະຈາ. (ພາບ: qdnd)

ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບສູງຕໍ່ກັບບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນຢັ້ງຢືນວ່າ: ການສົມທົບກັນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບກໍາປູເຈຍ ໄດ້ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຈະລາຈອນຜ່ານດ່ານຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈລະຫວ່າງອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປົກປັກຮັກສາຊາຍແດນສອງປະເທດ.

ພາຍຫຼັງຕີລາຄາໝາກຜົນໃນໄລຍະຜ່ານມາ, ເພື່ອໃຫ້ການພົວພັນສົມທົບປະຕິບັດງານລະຫວ່າງສອງຝ່າຍໃຫ້ນັບມື້ນັບຕິດພັນກັນ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ການນໍາສອງຄະນະໄດ້ເຫັນດີເປັນເອກະພາບບາງເນື້ອໃນຮ່ວມມືໂດຍພື້ນຖານໃນໄລຍະຈະມາເຖິງ: ເພີ່ມທະວີສົມທົບກັນຊຸກຍູ້ປະສິດທິຜົນການເຄື່ອນໄຫວຂອງລະບົບດ່ານສາກົນ, ຍູ້ແຮງການປະຕິຮູບລະບຽບການບໍລິຫານເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ການເຂົ້າອອກເມືອງຂອງປະຊາຊົນ, ພາຫະນະ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ; ສືບຕໍ່ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ສອງຟາກຊາຍແດນໄດ້ໄປມາຫາສູ່, ກວດປິ່ນປົວພະຍາດ, ຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງ, ແລກປ່ຽນການຄ້າ; ຕັ້ງໜ້າເປັນເສນາທິການໃຫ້ອໍານາດການປົກຄອງຊຸກຍູ້ການພົວພັນພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງຟາກຊາຍແດນ; ຍູ້ແຮງວຽກງານໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນປະຕິບັດບັນດາສັນຍາ, ກົດລະບຽບ, ຂໍ້ກໍານົດກົດໝາຍກ່ຽວກັບການຄຸ້ມຄອງຊາຍແດນຂອງແຕ່ລະປະເທດ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.