ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຢ້ຽມຢາມ ແລະອວຍພອນປີໃໝ່ທະຫານຊາຍແດນແຂວງກວ໋າງບິ່ງ

07:39 | 26/01/2022

ຫວ່າງແລ້ວນີ້, ຢູ່ຫຼັກໝາຍຊາຍແດນເລກທີ 528 ບ້ານຈາລໍ, ຕາແສງເຢິນຮວ່າ, ເມືອງມິງຮວ່າ, ແຂວງກວ໋າງບິ່ງ, ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ນຳໂດຍທ່ານພັນໂທ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ມາຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຢ້ຽມຢາມ ແລະອວຍພອນປີໃໝ່ທະຫານຊາຍແດນແຂວງກວ໋າງບິ່ງ
ພັນໂທ ຄໍາສິງ ນົນທະສອນ ມອບຂອງຂວັນ, ອວຍພອນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຕ້ອນຮັບປີໃໝ່ປີຂານ 2022. ພາບ: ຮວ່າຍນາມ

ປີ 2021, ໃນສະພາບການພະຍາດໂຄວິດ-19, ສອງກົມກອງໄດ້ສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ຊາຍແດນໄດ້ເປັນຢ່າງດີ, ພິເສດແມ່ນວຽກງານໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງຟາກຊາຍແດນກ່ຽວກັບນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ກໍາແໜ້ນດ້ານກົດໝາຍວ່າດ້ວຍຊາຍແດນ, ດ່ານຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານ, ປ້ອງກັນ ແລະຕ້ານອາດຊະຍາກຳແຕ່ຫົວທີ່, ແຕ່ໄກ; ແບ່ງປັນຂໍ້ມູນຂ່າວສານ ແລະປະສົບການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ທີ່ການພົບປະ, ພັນໂທ ຄໍາສິງ ນົນທະສອນ ອວຍພອນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຕ້ອນຮັບລະດູບານໃໝ່ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະ ແລະປະຕິບັດສຳເລັດໜ້າທີ່ເປັນຢ່າງດີ; ພ້ອມກັນນັ້ນ, ຂອບໃຈຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໃນປີຜ່ານມາ, ພິເສດແມ່ນໄດ້ຊ່ວຍເຫຼືອວັດຖຸອຸປະກອນປ້ອງກັນ ແລະຕ້ານພະຍາດໂຄວິດ-19 ແລະແຫຼ່ງທຶນກໍ່ສ້າງປ້ອມກວດກາຈະລາຈອນເມືອງບົວລະພາ.

ພັນເອກພິເສດ ໂຮ່ແທງເຊີນ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ, ຕາງໜ້າພະນັກງານ, ນັກຮົບ ຂໍຂອບອົກຂອບໃຈຕໍ່ນໍ້າໃຈສາມັກຄີ, ມິດຕະພາບຂອງບັນດາກົມກອງ ແລະກໍາລັງທະຫານຊາຍແດນ ແລະຫວັງວ່າຈະພ້ອມກັບກົມກອງຂອງເພື່ອນມິດສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງປະເທດ ແລະສອງແຂວງ, ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຢາເສບຕິດ; ແກ້ໄຂບັນດາກໍລະນີຢູ່ເຂດຊາຍແດນ ແລະດ່ານຊາຍແດນໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.

la.qdnd.vn

ເຫດການ
302 Found

Found

The document has moved here.