ປະຊາຊົນຢູ່ເຂດພູດອຍ ເຊີນລາ ເຂົ້າຮ່ວມການຮ່ຳຮຽນເພື່ອລົບລ້າງໄພກືກໜັງສື

19:27 | 30/11/2021

ຍສໝ - ຫວ່າງແລ້ວນີ້, ນັກຮຽນ 47 ຄົນ ​ອາຍຸ 15-50 ປີ​ທີ່​ເປັນ​ຊາວ​ເຜົ່າ​ມົ້ງ, ໝູ່​ບ້ານ ໂກດໂມກ, ຕາ​ແສງ ເຕີນ​ຊວນ, ​ເມືອງ ເວີນໂຫ່, ແຂວງ ​ເຊີນ​ລາ ​ໄດ້​ເຂົ້າ​ຮ່ວມຊົ່ວໂມງຮຽນທຳອິດ ຂອງ​ຫ້ອງ​ຮຽນລົບລ້າງໄພກືກໜັງສື. ນີ້ແມ່ນຫ້ອງຮຽນຈັດຕັ້ງ ໂດຍກອງບັນຊາການທະຫານຊາຍແດນ ຈ່ຽງເຊີນ (ກອງບັນຊາການທະຫານຊາຍແດນ ເຊີນລາ).

ເຊີນລາ ສົ່ງອອກໝາກມັງກອນແດງ ຈຳນວນ 10 ໂຕນໄປຍັງລັດເຊຍ ເຊີນລາ ສົ່ງອອກໝາກມັງກອນແດງ ຈຳນວນ 10 ໂຕນໄປຍັງລັດເຊຍ
ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ

ນັກ​ຮຽນ​ໃນ​ຫ້ອງ​ນີ້​ ສ່ວນ​ຫຼາຍ​ແມ່ນ​ແມ່​ຍິງ​ຂອງ​ບ້ານ​ ແລະ ​ຍັງ​ເປັນ​ຜູ້​ຜະ​ລິດ​ຕົ້ນ​ຕໍ​ຂອງ​ຄອບ​ຄົວ. ຍ້ອນ​ສະພາບ​ຄອບຄົວ ​ແລະ ຮີດຄອງ​ປະ​ເພນີ​ໃນ​ເມື່ອ​ກ່ອນ, ​ເດັກນ້ອຍ​ເພດ​ຍິງ​ໃນ​ບ້ານ​ບໍ່​ໄດ້​ເຂົ້າ​ໂຮງຮຽນ. ປະຊາຊົນຢູ່ທີ່ນີ້ໄດ້ຮັບການປຸກລະດົມ, ຂົນຂວາຍ ໂດຍພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງ ຈ່ຽງເຊີນ ແລະ ພະແນກສຶກສາ ແລະ ບຳລຸງສ້າງເມືອງ ເຂົ້າຮ່ວມການຮຽນ-ການສອນ​ເພື່ອ​ລົບລ້າງໄພກືກໜັງສື.

ຮັບຜິດຊອບ​ການ​ສອນ​ໃນ​ຫ້ອງ​ຮຽນ ມີ​ຄູ​ສອນ​ທະຫານຍົດ​ຂຽວ (ທະຫານເຕັກນິກ) 2 ທ່ານ ຈາກ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ຈ່ຽງ​ເຊີນ ​ແລະ ຄູ​ສອນ​ຈາກ​ໂຮງຮຽນ​ປະຖົມ ​ແລະ ມັດ​ທະ​ຍົມ​ຕາ​ແສງ ​ເຕີນ​ຊວນ 2 ທ່ານ.

ປະຊາຊົນຢູ່ເຂດພູດອຍ ເຊີນລາ ເຂົ້າຮ່ວມການຮ່ຳຮຽນເພື່ອລົບລ້າງໄພກືກໜັງສື
ປະຊາຊົນຢູ່ເຂດພູດອຍ ເຊີນລາ ເຂົ້າຮ່ວມການຮ່ຳຮຽນເພື່ອລົບລ້າງໄພກືກໜັງສື. ພາບ: baodantoc.vn

ຄູ​ສອນ​​ ​ລ້ວນ​ແຕ່ຮູ້​ສອງ​ພາສາ (ພາສາກາງ ​ແລະ ​ພາສາ​ມົ້ງ). ​ເມື່ອ​ສອນ ຈະນຳໃຊ້​ພາສາກາງ, ເມື່ອຜູ້ຮຽນ​​ບໍ່​ເຂົ້າ​ໃຈກໍ່ອາດ​ອະທິບາຍ​ເປັນ​ພາສາ​ມົ້ງ. ເວລາຮຽນແມ່ນ 18:00-21:00 ທຸກໆມື້. ຕາມ​ແຜນ​ການ, ຫ້ອງ​ຮຽນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫລັກ​ສູດ​ແຕ່ ຊັ້ນ ​ປ.1 ຫາ ປ.3.

ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ມີ​ຫຼາຍ​ຄົນ​ທີ່​ບໍ່​ຮູ້​ໜັງສື. ບັນດາຫົວໜ່ວຍ ຈະສືບຕໍ່ສົມທົບ, ສຳຫຼວດ ແລະ ເປີດຫ້ອງຮຽນລົບລ້າງການກືກໜັງສື ເພື່ອປະກອບສ່ວນຍົກສູງຄວາມຮູ້ຄວາມສາມາດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາບ້ານເຂດເນີນພູສູງຊາຍແດນຕາແສງ ເຕີນຊວນ.

ໃນໄລຍະ 3 ປີຜ່ານມາ, ຂະແໜງການສຶກສາ ແລະ ບຳລຸງສ້າງແຂວງ ເຊີນລາ ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນແຂວງ ປະຕິບັດ “ໂຄງການກໍ່ສ້າງສັງຄົມຮຽນຮູ້ຢູ່ເຂດຊາຍແດນ”. ດ້ວຍເຫດນັ້ນ, ຈິ່ງໄດ້ປະກອບສ່ວນຫຼຸດຜ່ອນອັດຕາການປະລະການຮຽນ ແລະ ຍົກສູງຄຸນນະພາບຂອງວຽກງານລົບລ້າງການກືກໜັງສື, ໂດຍສະເພາະແມ່ນໃນຊຸມຊົນບັນດາເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນ.

​ໂດຍເປັນ​ໜຶ່ງ​ໃນ​ບັນດາ​ແຂວງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ລາວ, ​ເຂດ​ຊາຍ​ແດນ​ເຊີນ​ລາ​ ມີ​ພົນລະ​ເມືອງ​ເກືອບ 27.000 ຄົນ ​ຂຶ້ນກັບ 286 ບ້ານ​ຂອງ 6 ​ເມືອງ, ​ໃນ​ນັ້ນ​ສ່ວນ​ໃຫຍ່​ແມ່ນບັນດາເຜົ່າຜູ້ໄທ, ​ເມື່ອງ, ​ແລະ ເຮີມົງ, ເຄີມູ: ຊິງມູ, ໄຕ່ ແລະ ລາວ ອາໄສຢູ່ຮ່ວມກັນ. ກໍ່ຍ້ອນ​ສະພາບ​ການ​ຫຍຸ້ງຍາກ, ສະນັ້ນ ​ເດັກນ້ອຍ​ໃນ​ໝູ່​ບ້ານ​ຍັງ​ບໍ່ມີ​ເງື່ອນ​ໄຂ​ໄດ້​ຮັບ​ການ​ດູ​ແລ, ເອົາໃຈໃສ່​. ໂດຍສະເພາະ, ແມ່ຍິງ​ຈາກ​ບາງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ຍ້ອນ​ຮີດຄອງ​ປະ​ເພນີ​ເກົ່າ​ແກ່, ບໍ່​ສາມາດ​ໄປ​ໂຮງຮຽນ​ໄດ້​ແຕ່​ອາຍຸ​ຍັງ​ນ້ອຍ, ​ເຖິງ​ແມ່ນ​ແຕ່ງງານ​ແລ້ວ, ​ແຕ່ກໍ່​ຍັງ​ບໍ່​ຮູ້​ພາສາກາງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.