ກໍາລັງທະຫານປ້ອງກັນຊາຍແດນລາວ ອວຍພອນວັນຊາດຫວຽດນາມ

05:51 | 04/09/2021

ສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 76 ປີ, ວັນທີ 2 ກັນຍາ, ກອງຮ້ອຍ 212 ຂອງແຂວງຫົວພັນ ແລະດ່ານຄວບຄຸມຊາຍແດນບ້ານດ່ານ ສັງກັດກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ມາອວຍພອນຄ້າຍທະຫານຊາຍແດນ ແລະຕາແສງຊາຍແດນຂອງແຂວງເຊີນລາ.

ຫວຽດນາມ - Slovenia: ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ໜູນຊ່ວຍການຮັບມືກັບໂລກລະບາດໂຄວິດ-19 ຫວຽດນາມ - Slovenia: ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ໜູນຊ່ວຍການຮັບມືກັບໂລກລະບາດໂຄວິດ-19
ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ-ລາວ ຄັ້ງທີ 6 ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ-ລາວ ຄັ້ງທີ 6
undefined
ການນໍາຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ ຮັບຂອງຂວັນອວຍພອນວັນຊາດຫວຽດນາມ ຂອງກອງຮ້ອຍ 212 ຢູ່ຫຼັກໝາຍຊາຍແດນແຫ່ງຊາດ 207. ພາບ: nhandan.vn.

ກໍາລັງຂອງປະເທດເພື່ອນມິດລາວ ສັງກັດກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ເດີນທາງມາຮອດຫຼັກໝາຍຊາຍແດນແຫ່ງຊາດທີ 207, ດ່ານຊາຍແດນຈ່ຽງເຄືອງ ເພື່ອອວຍພອນ ແລະມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ, ເມືອງລ້ານ ແລະເມືອງກາຍ ສັງກັດກອງບັນຊາການທະຫານຊາຍແດນແຂວງເຊີນລາ.

ພ້ອມກັນນັ້ນ, ກຳລັງຂອງປະເທດເພື່ອນມິດລາວ ຍັງໄດ້ໄປອວຍພອນບັນດາຕາແສງຊາຍແດນຢູ່ໃນເມືອງຊົງມ້າ. ໃນວັນດຽວກັນ, ກອງຮ້ອຍທະຫານຊາຍແດນ 213, ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ ກໍ່ໄດ້ໄປຮອດຫຼັກໝາຍຊາຍແດນແຫ່ງຊາດ 230 ອວຍພອນຄ້າຍທະຫານຊາຍແດນຈ່ຽງອອນ, ເມືອງອຽນເຈົາ.

ຢູ່ສະຖານທີ່ພົບປະຕ່າງໆ, ກໍາລັງປ້ອງກັນຊາຍແດນຂອງເພື່ອນລາວ ແລະຜູ້ຕາງໜ້າບັນດາຄ້າຍທະຫານຊາຍແດນແຂວງເຊີນລາ ໄດ້ຢືນຢັນອີກຄັ້ງໜຶ່ງເຖິງສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ນີ້ແມ່ນສາຍພົວພັນແບບພິເສດທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ, ບັນດາກໍາລັງ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ, ເປັນຊັບສົມບັດລວມອັນລໍ້າຄ່າຂອງປະຊາຊົນສອງຊາດເວົ້າລວມ ແລະຂອງກໍາລັງປ້ອງກັນຊາຍແດນຂອງສອງແຂວງເຊີນລາ - ຫົວພັນ ເວົ້າສະເພາະ.

ເນື້ອງໃນໂອກາດນີ້, ບັນດາຝ່າຍໄດ້ຕົກລົງເຫັນດີເປັນເອກະພາບໃນການເພີ່ມທະວີການຄຸ້ມຄອງເສັ້ນຊາຍແດນຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງສອງແຂວງເວົ້າສະເພາະ ແລະຂອງສອງປະເທດເວົ້າລວມ ຢ່າງມີໄຊ.

la.qdnd.vn

ເຫດການ
302 Found

Found

The document has moved here.