ມອບຂອງຂວັນ ແລະ ເຄື່ອງກັນໜາວໃຫ້ປະຊາຊົນຢູ່ເຂດຊາຍແດນ

06:45 | 13/12/2021

ຍສໝ - ປ້ອມທະຫານຊາຍແດນດ່ານສາກົນລາໄລ, ທະຫານຊາຍແດນແຂວງກວ໋າງຈິ້ ແລະ ຜູ້ໃຈບຸນໃຈກຸສົນ ຫາກໍ່ຈັດຕັ້ງການມອບຂອງຂວັນ, ເຄື່ອງນຸ່ງກັນໜາວໃຫ້ນ້ອງໆນັກຮຽນຢູ່ເຂດຊາຍແດນ.

ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ
ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19 ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19

ໃນ​ຄັ້ງ​ນີ້, ​ໄດ້​ມອບ​ເຄື່ອງນຸ່ງ​ກັນໜາວ 350 ​ໂຕ ​ແລະ ຂອງຂວັນ 350 ພູດ ​ໃຫ້​ນັກຮຽນ​ອະນຸບານ ​ແລະ ​ໂຮງຮຽນ​ປະຖົມ​ບ້ານ​ລາ​ໄລ, ຕາ​ແສງ ອາ​ງໍ; ​ໂຮງຮຽນ​ອະນຸບານ​ຢູ່ບ້ານ​ກືບ ​ແລະ ​ໂຮງຮຽນ​ປະຖົມ, ​ໂຮງຮຽນ​ອະນຸບານ​ຢູ່ຕາແສງປີເຣ 1, ​ປີ​ເຣ 2, ຕາ​ແສງ​ອາ​ບູງ, ​ເມືອງ​ດັກ​ຣົງ, ​ແຂວງ​ກວ໋າງ​ຈິ້.

ມອບຂອງຂວັນ ແລະ ເຄື່ອງກັນໜາວໃຫ້ປະຊາຊົນຢູ່ເຂດຊາຍແດນ
ມອບຂອງຂວັນ ແລະ ເຄື່ອງກັນໜາວໃຫ້ປະຊາຊົນຢູ່ເຂດຊາຍແດນ. ພາບ: baobienphong.com

ຂອງຂວັນໂດຍພະນັກງານ,​ ນັກຮົບປ້ອມທະຫານຊາຍແດນ​ດ່ານ​​ສາກົນ​ລາ​ໄລ ບໍລິຈາກ​, ລະດົມ ​ແລະ ຮຽກຮ້ອງ​ບັນດາຜູ້ໃຈບຸນໃຈກຸສົນ​ຢູ່​ເມືອງ ກາມ​ໂລ້ ​ແຂວງກວ໋າງ​ຈິ້ ​ຊ່ວຍເຫຼືອ. ລວມຍອດ​ມູນ​ຄ່າ​ຂອງ​ຂວັນ​ແມ່ນ​ກວ່າ 50 ລ້ານ​ດົ່ງ.

ເນື່ອງໃນໂອກາດນີ້, ບັນດາກົມກອງໄດ້ມອບຂອງຂວັນ ລວມມີ ຜ້າຫົ່ມອຸ່ນ, ລົດຖີບ, ເຂົ້າສານ, ໝີ່ສໍາເລັດຮູບ ແລະ ເຄື່ອງໃຊ້ປະຈໍາຈໍານວນໜຶ່ງ ໃຫ້ແກ່ 5 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ກ່ອນ​ໜ້າ​ນັ້ນ, ​ໃນ​ເດືອນ ກັນຍາ 2021, ຊາວໜຸ່ມຮາກຖານ​ຄ້າຍທະຫານ​ຊາຍ​ແດນ​ດ່ານສາກົນ​ລາໄລ​ໄດ້​ມອບສະໜາມ​ກາງ​ແຈ້ງ ​ລວມມີ ເດີ່ນກິລາ​ບານ​ສົ່ງ ​ແລະ ​ເຄື່ອງ​ລະຫຼິ້ນ​ພື້ນ​ເມືອງ​ເພື່ອ​ຄວາມ​ມ່ວນ​ຊື່ນ ​ແລະ ບັນເທີງ​ໃຫ້​ແກ່​ປະຊາຊົນ ​ແລະ ​ເດັກນ້ອຍ​ຢູ່​ບ້ານ​ປີເຣ 2, ຕາ​ແສງ​ອາບູງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.