ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10

07:53 | 01/11/2022

ຫວ່າງແລ້ວນີ້, ຢູ່ແຂວງຫຼວງພະບາງ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການ ປກສ ແຂວງຫຼວງພະບາງ (ລາວ) ໄດ້ຈັດຕັ້ງການພົບປະຮ່ວມມື ຄັ້ງທີ 10.

ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ
ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ
ສະຫາຍພັນເອກພິເສດ ບຸ່ຍເຖຕວຽນ ແລະສະຫາຍພັນເອກ ຕູຊົ່ງ ປັດໄຈ ແລກປ່ຽນບົດບັນທຶກຊ່ວຍຈໍາວ່າດ້ວຍການພົບປະ. ພາບ: qdnd.vn
ສະຫາຍພັນເອກພິເສດ ບຸ່ຍເຖຕວຽນ ແລະສະຫາຍພັນເອກ ຕູຊົ່ງ ປັດໄຈ ແລກປ່ຽນບົດບັນທຶກຊ່ວຍຈໍາວ່າດ້ວຍການພົບປະ. ພາບ: qdnd.vn

ສະຫາຍພັນເອກ ຕູຊົ່ງ ປັດໄຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ແລະສະຫາຍ ພັນເອກພິເສດ ບຸ່ຍເຖຕວຽນ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ເປັນປະທານຮ່ວມການພົບປະ.

ທີ່ການພົບປະ, ສອງຝ່າຍໄດ້ພ້ອມກັນຕີລາຄາໝາກຜົນວຽກງານສົມທົບກັນໃນການຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດຍ, ການປ້ອງກັນ, ສະກັດກັ້ນອາດຊະຍາກໍາ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາອະທິປະໄຕເຂດຊາຍແດນຢ່າງເຂັ້ມແຂງ. ຕາມນັ້ນແລ້ວ, ໃນປີຜ່ານມາ, ສອງຝ່າຍໄດ້ເປັນເຈົ້າການສົມທົບກັນຜັນຂະຫຍາຍຫຼາຍມາດຕະການ, ປະກອບສ່ວນເຂົ້າໃນການຕໍ່ສູ້, ສະກັດກັ້ນການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆທີ່ສົ່ງຜົນກະທົບໂດຍກົງ ແລະກໍ່ຄວາມເສຍຫາຍເຖິງຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ ຫວຽດນາມ ແລະລາວ ຢ່າງມີປະສິດທິຜົນ.

ສອງຝ່າຍໄດ້ເປັນເຈົ້າການ ແລະແລກປ່ຽນວິຊາສະເພາະ, ຂໍ້ມູນຂ່າວສານ, ກໍາແໜ້ນສະພາບການຢ່າງເປັນປະຈໍາ, ເປັນຕົ້ນແມ່ນບັນຫາທີ່ກ່ຽວຂ້ອງເຖິງວຽກງານຮັບປະກັນຄວາມໝັ້ນຄົງ, ການເມືອງ ແລະຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຄວາມສະຫງົບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນຄຸ້ມຄອງຢ່າງໝັ້ນແກ່ນ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບພ້ອມກັນປະຕິບັດບັນດາເນື້ອໃນຂອງເອກະສານນິຕິກໍາ 2 ສະບັບ ກ່ຽວກັບຊາຍແດນ ແລະບັນດາເອກະສານ, ຂໍ້ຕົກລົງທີ່ສອງລັດ ຫວຽດນາມ-ລາວ ໄດ້ລົງນາມຢ່າງເຂັ້ມງວດ. ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງຄວາມສະຫງົບດ້ານການເມືອງ ແລະຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ດ່ານຊາຍແດນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເປັນປົກກະຕິ.

la.qdnd.vn

ເຫດການ
302 Found

Found

The document has moved here.