ບຸນເຕັດຈະຢູ່ຊາຍແດນ

14:13 | 30/01/2022

ຍສໝ - ເມື່ອດອກຄາຍ ດອກເໝີຍເບັ່ງບານອວດອ້າງສີສັນຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ຢູ່ບັນດາເນີນພູລຽບຕາມເສັ້ນຊາຍແດນ, ທະຫານຊາຍແດນຈະມີລະດູບານໃໝ່ ອີກໜຶ່ງປີທີ່ຕິດພັນກັບປະຊາຊົນບັນດາເຜົ່າອ້າຍນ້ອງ, ດ້ວຍເຂດດິນແດນເໜືອສຸດ ປະເທດຊາດ. ເຖິງ​​ວ່າ​ໃຈ​ຂອງ​ເຂົາ​ເຈົ້າ​ຍັງ​ຄິດ​ຮອດ​​ຄອບ​ຄົວ ແລະ ບ້ານ​ເກີດ​ເມືອງ​ນອນ​ໃນຊຸມ​ວັນຕົ້ນ​ປີ​ໃໝ່...

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ເບິ່ງແຍງດູຜູ້ປະສົບກັບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າໃນໂອກາດບຸນເຕັດປີຂານ ເບິ່ງແຍງດູຜູ້ປະສົບກັບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າໃນໂອກາດບຸນເຕັດປີຂານ

"ເມຍຂອງນ້ອງເຄັ່ງຕຶງຫຼາຍ"

​ໃນ​ຕອນ​ບ່າຍ​ຂອງ​ທ້າຍ​ປີ, ອາກາດຢູ່​ເຂດ​ຊາຍ​ແດນ​ໜາວຈັດ. ຢູ່ທີ່ນີ້ ທ່າມກາງ ພູຜາປ່າດົງມີຕົ້ນດອກຄາຍບາງຕົ້ນໄດ້ເບັ່ງບານອວດອ້າງສີສັນທີ່ສວຍງາມ. ອ້ອມຂ້າງແມ່ນບັນດາດອກທີ່ໃກ້ຈະເບັ່ງບານ ກະກຽມໃຫ້ລະດູບານໃໝ່.

​ໃນ​ລົດ​ທີ່​ພາ​ພວກ​ຂ້າພະ​ເຈົ້າ​ໄປ​ລຽບ​ຕາມ​ຊາຍ​ແດນ, ທ່ານ​ພັນໂທ ມາຍ​ວັນເຖ ພະນັກງານການ​ເມືອງ​ປ້ອມ​ຊາຍ​ແດນ ບັກ​ເຊີນ (ມ໊ອງກ໊າຍ, ​ແຂວງ ກວາງ​ນິງ) ​ບາງທີໄດ້ຍົກມືຂຶ້ນໃສ່ໝວກ kepi. ນັ້ນ​ແມ່ນ​ເວລາແຄມເສັ້ນທາງທີ່ມີ​​ຄ້າຍ​ທະຫານ​ ​ຊາຍ​ແດນ​ແຫ່ງ​ໜຶ່ງ​ພວມ​ງຽບໆ, ນັກຮົບທະຫານ​ຊາຍ​ແດນ​ໄດ້​ນຸ່ງ​ເຄື່ອງທີ່​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຢືນກົງປະຕິບັດໜ້າທີ່.

ພາຍຫຼັງ​ການ​ກວດກາ, ທ່ານ​ພັນໂທ ມາຍ​ວັນເຖ ກັງວົນ, ​​ກວ່າ 2 ປີ​ແລ້ວ, ​ເມື່ອ​​ເກີດ​ພະຍາດ​ໂຄ​ວິດ-19, ​ກໍາລັງທະຫານຊາຍ​ແດນ​ຍາມ​ໃດ​ກໍ່ປະຈໍາການດ່ານ ກວດກາຊາຍ​ແດນ​ຢ່າງ​ເຂັ້ມ​ງວດ. ຕ້ອນຮັບ “ບຸນເຕັດໂຄວິດ” ອີກເທື່ອໜຶ່ງ ໝາຍຄວາມວ່າພະນັກງານ-ນັກຮົບ 100% ບໍ່ໄດ້ກັບຄືນບ້ານເກີດເມືອງນອນ...

ບຸນເຕັດຈະຢູ່ຊາຍແດນ
ພະນັກງານ ແລະ ນັກຮົບຊາຍແດນລາໄລ ຫໍ່ເຂົ້າຕົ້ມຢູ່ດ່ານກວດກາໂຄວິດ-19.

ຢູ່​ເທິງ​ໂຕະ​ເຮັດວຽກຂອງ​ ທ່ານ​ພັນໂທ ມາຍ​ວັນເຖ ​ແມ່ນ​ບັນຊີລາຍຊື່​ນ້ອຍໆ ​ແລະ​ ປາກ​ກາອັນໜຶ່ງ. ເຮັດແຕ່ດົນແຕ່ ລາວ​ຍັງ​ບໍ່​ທັນເຮັດສຳ​ເລັດ​ວຽກ​ງານ​ຂອງ​ຕົນ. ລາວເຮັດໜ້າຫຍຸ້ງ ແລະ ຍິ້ມ ເວົ້າວ່າ: "ມັນຍາກຫຼາຍ, ອາດຈະເປັນໜ້າທີ່ ຫຍຸ້ງຍາກທີ່ສຸດສໍາລັບພະນັກງານການເມືອງຢູ່ປ້ອມທະຫານຊາຍແດນໃນທ້າຍປີ ນັ້ນແມ່ນການຄົ້ນຄວ້າ ແລະ ສະເຫນີຄວາມປາດຖະຫນາໃຫ້ອ້າຍນ້ອງພັກຜ່ອນບຸນເຕັດ.

ນັບ​ແຕ່​ເວລາ​ເກີດ​ພະຍາດ​ໂຄ​ວິດ, ແຜນນະ​ໂຍບາຍ​ລວມ​ແມ່ນ​ໃຫ້​ອ້າຍ​ນ້ອງ 100% ປະຈໍາການຢູ່ທີ່ນີ້. ເຖິງຢ່າງໃດກໍ່ຕາມ, ຍັງມີກໍລະນີພິເສດທີ່ຕ້ອງ ໄດ້ຮັບການພິຈາລະນາ.

"ເມຍຂອງລາວບໍ່ຮັບໂທລະສັບເປັນເວລາຫນຶ່ງອາທິດແລ້ວ... " ນັ້ນແມ່ນ ເລື່ອງທີ່ ທ່ານ​ພັນໂທ ມາຍ​ວັນເຖ ໄດ້ຍິນ "ລາຍງານ" ຈາກທະຫານ ຊາຍແດນຄົນໜຶ່ງ, ຫຼັງຈາກການປະຈໍາການພ້ອມກັບອ້າຍນ້ອງຮ່ວມກົມກອງ. ອ້າຍນ້ອງຮ່ວມກົມກອງຄົນນັ້ນໄດ້ເຮັດ "ຄວາມຜິດ" ກັບເມຍຂອງລາວ ຍ້ອນລາວໄດ້ສັນຍາຫຼາຍຄັ້ງທາງໂທລະສັບວ່າ "ອ້າຍຈະກັບເມືອໃນເດືອນຫນ້າ". ແຕ່ເມື່ອໃກ້ຈະຮອດເດືອນໜ້າ ພັດມີພະຍາດແຜ່ລະບາດອີກ, ຄຳສັ່ງໃຫ້ ເພີ່ມທະວີການລາດຕະເວນກວດກາຊາຍແດນຢ່າງເຂັ້ມງວດ ແລະ ສະກັດກັ້ນ, ຕ້ານການເຂົ້າ-ອອກເມືອງຢ່າງຜິດກົດໝາຍໄດ້ວາງອອກ, ລາວຈິ່ງໄດ້ໂທເມືອດ້ວຍຄວາມເສຍໃຈ ແລະ ພ້ອມກັບອ້າຍນ້ອງຮ່ວມກົມກອງຂຶ້ນດ່ານກວດກາ.

ຫຼັງ​ຈາກ​ການ​​ສັນ​ຍາຫຼາຍຄັ້ງ​, ລາວ​ໄດ້​ໂທ​ຫາເມຍ​, ມີພຽງ​ແຕ່​ລູກ​​ຮັບ​ໂທລະ​ສັບ​. ເມຍຂອງລາວ, ອາດຈະນັ່ງຢູ່ໃກ້ໆກັບໂທລະສັບ, ແຕ່ນາງບໍ່ເຂົ້າຮ່ວມການ ສົນທະນາຄືແຕ່ລະເທື່ອແລ້ວ.

“ຍາມນີ້ ສະພາບການຜົວເມຍຂອງນ້ອງ​ເຄັ່ງ​ຕຶງ​ຫຼາຍ…” ແມ່ນ​ຄໍາ​ເວົ້າ​ທີ່​ທ່ານ​ພັນໂທ ມາຍ​ວັນເຖ ບໍ່​ພຽງ​ແຕ່​ໄດ້​ຍິນ​ຄັ້ງ​ດຽວ. ທະຫານແຕ່ລະຄົນລ້ວນແຕ່ ມີຄອບຄົວ, ເມຍ ແລະ ລູກ. ເຂົາ​ເຈົ້າ​ຕ້ອງການຄໍາ​ລະດົມກຳລັງ​ໃຈ, ການແບ່ງປັນ​ຈາກ​ຜູ້ເປັນຜົວ​ ແລະ ຜູ້ເປັນ​ພໍ່​. ແຕ່ການລະບາດຂອງໂຄວິດ-19 ທີ່ ບໍ່ເຄີຍມີມາກ່ອນເຮັດໃຫ້ທະຫານຊາຍແດນຕ້ອງເຮັດຜິດສັນຍາຂອງພວກເຂົາ. ເຖິງ​ຮູ້​ວ່າ ​ເອື້ອຍລາ​ວ​ “ກໍ່ຄວາມກົດ​ດັນ” ​ຍ້ອນ​ວ່າ​ເຂົາ​ເຈົ້າພຽງແຕ່​ຢາກ​ພົບກັບ ຜົວ ​ແລະ ​ພໍ່​ຂອງ​ລູກ​ຂອງ​ພວກ​ເຂົາ​ໂດຍ​ໄວ...

ໂລກລະບາດສິ້ນສຸດລົງ ພໍ່ຈະກັບບ້ານ

ນັບແຕ່ເມື່ອເກີດພະຍາດໂຄວິດ-19 ເປັນຕົ້ນມາ, ທະຫານຊາຍແດນແມ່ນໜຶ່ງໃນ ບັນດາກຳລັງຕົ້ນຕໍທີ່ຮັບຜິດຊອບວຽກງານສະກັດກັ້ນ ແລະ ຕ້ານການລະບາດຢູ່ ເຂດຊາຍແດນ ແລະ ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ. ນັບ​ແຕ່​ເວລາ​ນັ້ນ, ທະຫານ​ຊາຍ​ແດນ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ວ່າ​ຈະ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ຄ້າຍກັບ​ອ້າຍນ້ອງຮ່ວມກົມກອງ​ ແລະ ​ຊາວ​ເຜົ່າ​ສ່ວນ​ໜ້ອຍ.

​ແຕ່​ມາ​ຮອດ​ປະຈຸ​ບັນ, ພະຍາດ​ດັ່ງກ່າວ​ໄດ້​ແກ່ຍາວ​ເປັນ​ເວລາ​ກວ່າ 2 ປີ​ແລ້ວ, ພະນັກງານ ​ແລະ ນັກຮົບ​ແຕ່ລະຄົນ​ສາມາດ​ກັບ​ຄືນ​ບ້ານ​ໄດ້​ພຽງ​ແຕ່​ປີ​ລະ 1 ຄັ້ງ. ທ່ານ​ພັນໂທ ມາຍ​ວັນເຖ ແບ່ງປັນ​ວ່າ: ນັບ​ແຕ່​ມື້​ເກີດ​ພະຍາດ​ລະບາດ, ຂ້າພະ​ເຈົ້າຈື່​ຈຳ​ສອງ​ປະ​ໂຫຍ​ກທີ່​ລູກ​ຫຼານ​ຖາມ​ຫຼາຍ​ທີ່​ສຸດ. ເມື່ອຢູ່ຄ້າຍ, ໂທລະສັບຫາ, ລູກຖາມວ່າ: ພໍ່ຈະກັບບ້ານເມື່ອໃດ? ຍາດແຍ່ງເວລາຂອງການລະບາດຫຼຸດລົງ ເພື່ອກັບເມືອຢ້ຽມຢາມ, ຄໍາຖາມທໍາອິດທີ່ລູກມັກຖາມວ່າ: ພໍ່ຈະອອກກັບໄປອີກເມື່ອໃດ?

ທ່ານພັນຕີ ໂດ໊ວັນເຍິນ, ອາຍຸ 42 ປີ, ເປັນທະຫານຊາຍແດນ 26 ປີ, ຢູ່ດົ​ງຮຶງ, ໄທ​ບິ່ງ ຊຶ່ງເມຍ ແລະ ລູກ​ຊາຍ​ສອງ​ຄົນ​ຂອງ​ເພິ່ນ​ໄດ້​ຕິດ​ຕໍ່​ທາງ​ໂທ​ລະ​ສັບ​ເປັນ​ປົກ​ກະ​ຕິ. ອ້າຍ ເຍິນ ​ເວົ້າ​ວ່າ ​ອ້າຍນ້ອງຮ່ວມກົມກອງ​ຫຼາຍ​ຄົນ​ໄດ້ຜິດ​ຄຳ​ໝັ້ນ​ສັນຍາ​ຕໍ່​ເມຍ​ ແລະ ​ລູກ. ເມື່ອ​ໃດ​ທີ່​ຄອບຄົວ​ຖາມ​ວ່າ​ຈະ​ກັບ​ຄືນເມືອ​ເມື່ອ​ໃດ, ອ້າຍ​ນ້ອງ​ໄດ້​ແບ່ງປັນ​ແຜນການ​ຂອງ​ຕົນວ່າ ຖ້າໄດ້ຖາມກໍ່ຕ້ອງຕອບວ່າ: “ໂລກລະບາດສິ້ນສຸດລົງພໍ່ຈະກັບບ້ານທັນທີ…” ເວົ້າແນວນັ້ນລູກກໍ່ເຂົ້າໃຈ ແລະ ເຫັນອົກເຫັນໃຈກັບອ້າຍເພາະທຸກມື້ ເດັກນ້ອຍກໍ່ໄດ້ຟັງຂ່າວກ່ຽວກັບການລະບາດຂອງພະຍາດ...

ລໍຖ້າໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ເພື່ອອວຍພອນບຸນເຕັດ

ຮ້ອຍໂທ ໂຮ່ວັນຖູ (ຊາວເຜົ່າປາໂກ) ເກີດຢູ່ຕາແສງອາຕຸກ (ປະຈຸບັນ ແມ່ນຕາແສງເລ່ຍ), ເມືອເຮືອງຮວ໊າ, ແຂວກວາງຈິ້, ຫ່າງຈາກດ່ານຊາຍແດນ ສາກົນລາໄລ 120 ກິໂລແມັດ.

ຖູ ຫວນຄືນ​ວ່າ ປີສະຫຼູ 2021 ​ແມ່ນ​ບຸນ​ເຕັດ​ທຳ​ອິດ ​ເມື່ອ​ພະຍາດ​ໂຄ​ວິດ-19 ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ສະ​ນັ້ນ, ບັນດາ​ປ້ອມທະຫານ​ຊາຍ​ແດນ​ລ້ວນ​ປະຈໍາການ 100% ຈໍານວນທະຫານ.

ກ່ອນ​ເຂົ້າ​ສູ່ຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ກົມກອງ​ໄດ້​ສົ່ງ​ກຳລັງ​ຢູ່ຄ້າຍເພື່ອ​ສົມ ທົບກັນ​ລາດຕະ​ເວນ​ຢູ່ບໍລິເວນ​ເປັນ​ປະຈຳ 24/24 ຊົ່ວໂມງ. ສ່ວນກອງ​ກຳລັງ​ປະ​ຕິ​ບັດ​ຢູ່​ດ່ານ​ກວດ​ກາ​ຢູ່​ເຂດ​ຊາຍ​ແດນ​ຍັງ​ຄົງ​ປະ​ຕິ​ບັດ​ໜ້າ​ທີ່ປະຈໍາການ. ​ໃນ​ໂອກາດຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຜູ້​ບັນຊາ​ການ​ໄດ້​ເຕົ້າ​ໂຮມ​ບັນດາ​ສະຫາຍ​ທີ່​ຍັງ​ເຫຼືອ​ໃນ​ຄ້າຍ​ເຂົ້າສະໂມສອນ​ເພື່ອ​ຕ້ອນຮັບ​ປີ​ໃໝ່, ອວຍພອນ​ປີ​ໃໝ່ ​ແລະ ​ໄດ້​ອັງເປົາໂຊກດີ​ໃນ​ຕົ້ນ​ປີ​ໃໝ່.

ບຸນເຕັດຈະຢູ່ຊາຍແດນ
ຮ້ອຍໂທ ໂຮ່ວັນຖູ ຫໍ່ເຂົ້າຕົ້ມກັບພໍ່ແມ່ປະຊາຊົນ

ຖູ ເລົ່າຄືນວ່າ: ຕັ້ງແຕ່ຮຽນຈົບ ແລະ ໄດ້ມອບໝາຍໃຫ້ໄປປະຕິບັດງານໄດ້ ຕ້ອນຮັບປີໃໝ່ທີ່ຢູ່ຫ່າງຈາກບ້ານແລ້ວ 2 ເທື່ອ ແລະ ບຸນເຕັດປີນີ້ອີກເປັນ 3 ເທື່ອ.

ສຳລັບ​ຊາວ​ເຜົ່ປາໂກ,ໃນປີມີ 2 ງານ​ບຸນ​ສຳຄັນ​ສອງວັນ ນັ້ນແມ່ນ ວັນບຸນອາຢາ (ບຸນ​ເຂົ້າ​ໃໝ່ ​ຈັດ​ຂຶ້ນ​ໃນ​ເດືອນ​ທັນວາ​ ຕາມຈັນທະປະຕິທິນ ຂອງ​ທຸກໆ​ປີ) ​ແລະ ບຸນປີໃໝ່ປະຈໍາຊາດ.

ບຸນເຕັດຈະຢູ່ຊາຍແດນ
ຮ້ອຍໂທ ໂຮ່ວັນຖູ ລາດຕະເວນຊາຍແດນ.

ຖູເປັນລູກຫຼ້າໃນຄອບ​ຄົວ​ທີ່​ມີ​ອ້າຍ​ນ້ອງ 6 ຄົນ. ພໍ່​ແມ່​ເສຍ​ຊີວິດ​, ອ້າຍ​ເອື້ອຍ​​ກໍ່​ຖື​​ຕົນ​ເອງ​ຄືດັ່ງ​ລູກ​, ສະ​ນັ້ນ ໃນຄືນສົ່ງທ້າຍປີເກົ່າຕ້ອນ ຮັບປີໃໝ່ ແນວໃດ ຖູກໍ່​ໄດ້​ໂທລະສັບ​ອວຍພອນຈາກ​ອ້າຍ​ເອື້ອຍ​ ແລະ ບັນດາ​ຫຼານ. ພາຍຫຼັງ​ທີ່​ໄດ້​ໂທລະສັບ​ອວຍພອນ​ໃຫ້​ອ້າຍ​ເອື້ອຍ​ ​ແລະ​ ​ຫຼານ​ແລ້ວ, ກໍ່​ຮອດ​ເວລາ​ທີ່​ຜູ້​ນຳ ​ແລະ ​ເພື່ອນ​ຮ່ວມກົມກອງ​ຈະ​ຊວນກັນໄປ​ອວຍພອນ​ປີ​ໃໝ່​ພໍ່ແມ່ປະຊາຊົນ. ຮ້ອຍໂທ ໂຮ່ວັນຖູ ແບ່ງບັນວ່າ: “ບຸນເຕັດກັບພໍ່ແມ່ປະຊາຊົນກໍ່ມ່ວນຊື່ນ, ກໍ່ອົບອຸ່ນ ຊ່ວຍໃຫ້ຂ້າພະເຈົ້າ​ບັນ​ເທົາ​ຄວາມ​ຄິດ​ຮອດ​ບ້ານ ແລະ ຄິດ​ຮອດຍາດຕິພີ່ນ້ອງ…”.

ບູນມີ

ເຫດການ
302 Found

Found

The document has moved here.