ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025).
ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.
ຍສໝ - ຜູ້ວ່າການ St. Petersburg Beglov ໃຫ້ຮູ້ວ່າ ອຳນາດການປົກຄອງນະຄອນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ມີຄວາມຫວັງຢາກສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ
ຍສໝ - ກອງປະຊຸມມີການເຂົ້າຮ່ວມຂອງ 21 ສະມາຊິກ APEC, ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ABAC), ອາຊຽນ, ສະພາຮ່ວມມືເສດຖະກິດ ປາຊີຟິກ (PECC), ເວທີປາໄສບັນດາເກາະຢູ່ປາຊີຟິກ (PIF), ອົງການການຄ້າ ໂລກ (WTO) ແລະ ຄະນະເລຂາສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC).
ຍສໝ - ຊຸດຟີມເອກະສານ "ການພົວພັນປ້ອງກັນຊາດ ຫວຽດນາມ - ກູບາ, 60 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາ" ແມ່ນໜຶ່ງໃນ 5 ຜົນງານໃນຊຸດຟີມເອກະສານກ່ຽວກັບປະຫວັດສາດ 60 ປີແຫ່ງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ.
ຍສໝ - ເວັບໄຊສື່ເອເລັກໂຕນິກ httpswww.cubadebate.cu ໄດ້ລົງຂ່າວ, ທ່ານນາງ Marta Rojas - ນັກປະພັນ, ນັກຂ່າວທີ່ມີຊື່ສຽງຂອງ ກູບາ ເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3 ຕຸລາ (ຕາມເວລາ ກູບາ) ຍ້ອນພະຍາດຫົວໃຈ.
ຍສໝ - ເນື່ອງໃນໂອກາດ 73 ປີແຫ່ງວັນ ສປປ.ເກົາຫຼີ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ (31 ມັງກອນ ປີ 1950 – 31 ມັງກອນ 2023), ວັນທີ 1 ກຸມພາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກບົດຂຽນເຊີດຊູການພົວພັນທີີ່ບໍ່ມີການປ່ຽນແປງຜ່ານວັນເວລາ.
ຍສໝ - ທີ່ພິທີມອບຮັບ, ທ່ານເຈີ່ນວັນຕຸຍ, ອະດີດກຳມະການສູນກາງພັກ, ອະດີດສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມການຜັນແປຂອງໂລກລະບາດ ໂຄວິດ - 19 ຢູ່ຫວຽດນາມ ແລະ ປະເທດລາວໃນໄລຍະທີ່ຜ່ານມາ.
ຍສໝ - ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ມຽນມາ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ໄລຍະ 2021-2026 ແບບທາງໄກ ສົມທົບໂດຍກົງ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ໃນຫ້ອງຮຽນນ້ອຍໆໃນ Osaka, ມີເດັກນ້ອຍຄົນໜຶ່ງເຄີຍປະກາດວ່າ “ລູກເວົ້າພາສາຫວຽດນາມບໍ່ໄດ້ອີກແລ້ວ”. ເຖິງຢ່າງໃດກໍຕາມ, ໃນຫ້ອງຮຽນຂອງອາຈານ ໂງທິເຢີນ (1986) ໃນເວລາບໍ່ດົນ, ເດັກນ້ອຍບໍ່ພຽງແຕ່ເວົ້າໄດ້ເທົ່ານັ້ນ, ຫາກຍັງຂຽນງາມ, ຮັກການຮ່ຳຮຽນ ແລະ ເປັນເຈົ້າການໃນການສື່ສານກັບພໍ່ເຖົ້າແມ່ເຖົ້າຢູ່ ຫວຽດນາມ. ເລື່ອງນັ້ນແມ່ນການຢັ້ງຢືນເຖິງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ອາຈານ ເຢີນ - ຄູສອນອາສາສະໝັກທີ່ຮັກສາພາສາຫວຽດນາມ ໃນທຸກວັນໃນຜືນແຜ່ນດິນແຫ່ງດອກໄມ້.
ຍສໝ - ຢູ່ແຂວງ ອຸດອນທານີ (ປະເທດໄທ), ມີຊຸມຊົນຊາວໄທ ທີ່ມີເຊື້ອຊາດຫວຽດນາມ ທີ່ຮັກສາພາສາແມ່ຂອງຕົນຢ່າງບໍ່ຢຸດຢັ້ງມາເປັນເວລາເກືອບໜຶ່ງສະຕະວັດ. ອຸດອນທານີ ບໍ່ພຽງແຕ່ເປັນບ່ອນທີ່ຊາວຫວຽດນາມ ເຂົ້າມາຕັ້ງຖິ່ນຖານຕັ້ງແຕ່ຊຸມປີ 1940 ຂອງສະຕະວັດກ່ອນເທົ່ານັ້ນ, ແຕ່ຍັງເປັນຈຸດເລີ່ມຕົ້ນຂອງການເຄື່ອນໄຫວຮຽນພາສາຫວຽດນາມ ທີ່ແຜ່ຂະຫຍາຍໄປທົ່ວພາກຕາເວັນອອກສຽງເໜືອຂອງປະເທດໄທ.
ຍສໝ - ຫວ່ສງແລ້ວນີ້, ເອື້ອຍ ຫງວຽນທິເຕິມຕິງ - ແມ່ຍິງເຊື້ອຊາດຫວຽດນາມ ສັນຊາດ ສ.ເກົາຫຼີ ໄດ້ຮັບການຕົກລົງມອບລາງວັນ Daesang ອັນສູງສົ່ງຈາກອຳນາດການປົກຄອງ ນະຄອນເຊີອູນ, ສ.ເກົາຫຼີ ເພື່ອຮັບຮູ້ການອຸທິດສ່ວນໃນບັນດາການເຄື່ອນໄຫວທຳການກຸສົນ ຢູ່ທີ່ພິທີມອບລາງວັນຄັ້ງທີ 34 ປີ 2022.
ຍສໝ - ໂດຍມີຊາວຫວຽດນາມ 3 ຄົນອາໄສຢູ່ ມາເກົາ ທີ່ຕິດເຊື້ອພະຍາດໂຄວິດ - 19, ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໄດ້ສົມທົບກັບອົງການອຳນາດການປົກຄອງປະເທດປະຈຳຖິ່ນໜູນຊ່ວຍບັນດາກໍລະນີດັ່ງກ່າວປິ່ນປົວພະຍາດຢ່າງໄວວາ.
ຍສໝ - ວັນທີ 17 ກໍລະກົດ (ຕາມເວລາທ້ອງຖິ່ນ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ໄດ້ມອບຜ້າອັດປາກ - ດັງໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ແຂວງລັດ British Columbia.
ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ຂຶ້ນວັນທີ 28-29 ມັງກອນ 2020 ທີ່ລັດວິສາຫະກິດໄຟຟ້າລາວ ເປັນປະທານຂອງທ່ານ ບົວເທບ ມາໄລຄຳ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າສະຖາບັນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ນະຄອນຫຼວງ ຫົວໜ່ວຍທຸລະກິດໄຟຟ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ເປັນປະທານກອງປະຊຸມຄະນະກຳມະການອາຊຽນ ຢູ່ ວໍຊິງຕັນ ACW ແລະ ງານລ້ຽງເຮັດວຽກລະຫວ່າງ ACW ກັບຜູ້ຕາງໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ກະຊວງການຕ່າງປະເທດ ອາເມລິກາ.
ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ 2026) ຢ່າງສົມກຽດ.
ຍສໝ - ທີ່ການພົບປະ, ການນຳສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບໂຄງການເຄື່ອນໄຫວປີ 2023, ແລະ ປຶກສາຫາລືຫຼາຍເນື້ອໃນການຮ່ວມມື 2 ຝ່າຍ ເມື່ອ 2 ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ໄທ.