ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ

13:57 | 19/05/2026

ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.

ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ
ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026), ໃນວັນທີ 17 ພຶດສະພາ, ຄະນະຕິດຕໍ່ພົວພັນ ຊຸມຊົນຄົນຫວຽດນາມ ປະຈຳ ສິງກະໂປ ພ້ອມດ້ວຍຕາງໜ້າສະມາຄົມນັກສຶກສາ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດຢ່າງຫຼວງຫຼາຍ ໄດ້ຮ່ວມກັນມາເຕົ້າໂຮມກັນຢູ່ທີ່ ຫໍພິພິທະພັນອາລິຍະທຳອາຊີ (ACM) ເພື່ອນ້ອມຖວາຍດອກໄມ້ ອາໄລຫາເຖິງປະທານ ໂຮ່ຈີມິນ.

ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ
ຄະນະຕິດຕໍ່ພົວພັນ ຊຸມຊົນຄົນຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ.

ຢູ່ຕໍ່ໜ້າຮູບປັ້ນອັນສະຫງ່າຜ່າເຜີຍ ຂອງປະທານ ໂຮ່ຈີມິນ, ດອກບົວສົດອັນງົດງາມຈຳນວນ 136 ດອກ ທີ່ເປັນສັນຍາລັກໃຫ້ແກ່ວັນຄ້າຍວັນເກີດຄົບຮອບ 136 ປີ ຂອງເພິ່ນ ໄດ້ຮັບການນ້ອມຖວາຍຂຶ້ນຈາກຊຸມຊົນດ້ວຍຄວາມເຄົາລົບຢ່າງສູງ. ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.

ຢ້ອນເວລາກັບຄືນໄປໃນອະດີດ, ໃນເສັ້ນທາງການເດີນທາງໄປຕ່າງປະເທດເພື່ອຊອກຫາຫົນທາງກູ້ຊາດ, ປະທານ ໂຮ່ຈີມິນ ເຄີຍໄດ້ຢຽບຢັ່ງບາດກ້າວລົງສູ່ປະເທດເກາະດອນສິງໂຕແຫ່ງນີ້ຈຳນວນ 2 ຄັ້ງ ໃນເດືອນ ພຶດສະພາ ປີ 1930 ແລະ ເດືອນ ມັງກອນ ປີ 1933. ເພື່ອຈົດຈຳບັນດາເຫດການປະຫວັດສາດອັນສຳຄັນຍິ່ງນີ້ ພ້ອມທັງເຊີດຊູສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ, ຄະນະກຳມະການມໍລະດົກແຫ່ງຊາດສິງກະໂປ (National Heritage Board) ໄດ້ຈັດຕັ້ງການວາງສີລາຈາລຶກລະນຶກ ແລະ ຮູບປັ້ນອະນຸສາວະລີຂອງເພິ່ນ ຢູ່ທີ່ບໍລິເວນແຄມຝັ່ງແມ່ນ້ຳສິງກະໂປອັນສະຫງົບເຢືອກເຢັນ.

ທ່າມກາງພື້ນທີ່ແຫ່ງການຫຼອມຮວມທາງດ້ານວັດທະນະທຳ ຢູ່ບໍລິເວນເດີ່ນຂອງຫໍພິພິທະພັນອາລິຍະທຳອາຊີ, ຮູບປັ້ນປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈ ແລະ ແມ່ນບ່ອນອີງທາງດ້ານຈິດໃຈ ທີ່ເຊື່ອມໂຍງບັນດາລູກຫຼານສາຍເລືອດຫວຽດນາມ ຢູ່ສິງກະໂປ ໃຫ້ມຸ່ງໜ້າໄປສູ່ຮາກເຫງົ້າຂອງຊາດສະເໝີ.

ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

ຍສໝ - ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ

ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ ...

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ