ປັດ­ຈຸ­ບັນ​ໂຮງ​ໄຟ­ຟ້າ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ​ຢູ່​ລາວ​ມີ​ທັງ​ໝົດ 75 ໂຄງ­ການ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ

16:44 | 29/01/2020

ກົມ​ຄຸ້ມ​ຄອງ​ພະ­ລັງ­ງານ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຈັດ​ກອງ​ປະ­ຊຸມ​ຖອດ​ຖອນ​ບົດ­ຮຽນ​ການ​ຄຸ້ມ​ຄອງ​ແລະ ດຳ­ເນີນ​ທຸ­ລະ​ກິດ​ບໍ­ລິ­ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ​ປະ­ຈຳ​ປີ 2019 ຂຶ້ນ​ວັນ​ທີ 28-29 ມັງ­ກອນ 2020 ທີ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ເປັນ​ປະ­ທານ​ຂອງ​ທ່ານ ບົວ​ເທບ ມາ­ໄລ​ຄຳ ວ່າ­ການ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ພະ­ລັງ­ງານ ມີ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ບັນ­ດາ​ຫົວ­ໜ້າ​ກົມ ຮອງ​ກົມ ຫົວ­ໜ້າ​ສະ​ຖາ​ບັນ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ແຂວງ ນະ­ຄອນ­ຫຼວງ ຫົວ­ໜ່ວຍ​ທຸ­ລະ​ກິດ​ໄຟ­ຟ້າ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ປັດ­ຈຸ­ບັນ​ໂຮງ​ໄຟ­ຟ້າ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ​ຢູ່​ລາວ​ມີ​ທັງ​ໝົດ 75 ໂຄງ­ການ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ

ພາບປະກອບ

ປັດ­ຈຸ­ບັນ​ໂຮງ​ໄຟ­ຟ້າ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ​ຢູ່​ລາວ​ມີ​ທັງ​ໝົດ 75 ໂຄງ­ການ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ລວມ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ທັງ​ໝົດ 9.549,45 ເມ​ກາ​ວັດ (MW) ລວມ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ຜະ­ລິດ​ໄດ້ 50.563.26 GWh (ກິ​ໂລ ວັດ​ໂມງ​ຕໍ່​ປີ) ເຊິ່ງ​ເຂື່ອນ​ໄຟ­ຟ້າ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ (ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ໃຫຍ່​ກວ່າ 5 MW) ປະ­ກອບ​ມີ 54 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 7.576,3 MW ມີ​ພະ­ລັງ­ງານ​ໄຟ­ຟ້າ 37.577,35 GWhຕໍ່​ປີ ໂຮງ​ຜະ­ລິດ​ໄຟ­ຟ້າ​ຖ່ານ​ຫີນ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ (ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ໃຫຍ່​ກວ່າ 5 MW) ປະ­ກອບ​ມີ 1 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 1.878 MW ມີ​ພະ­ລັງ­ງານ​ໄຟ­ຟ້າ 12.582 GWhຕໍ່​ປີ ໂຮງ​ຜະ­ລິດ​ໄຟ­ຟ້າ​ຈາກ​ພະ­ລັງ­ງານ​ທົດ​ແທນ​ອື່ນໆ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ (ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ໃຫຍ່​ກວ່າ 5 MW) ປະ­ກອບ​ມີ 1 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 20 MW ມີ​ພະ­ລັງ­ງານ​ໄຟ­ຟ້າ 105 GWhຕໍ່​ປີ ໂຮງ​ຜະ­ລິດ​ໄຟ­ຟ້າ​ຈາກ​ແສງ​ຕາ­ເວັນ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ (ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ໃຫຍ່​ກວ່າ 5 MW) ປະ­ກອບ​ມີ 2 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 20,2 MW ມີ​ພະ­ລັງ­ງານ​ໄຟ­ຟ້າ 40,32 GWhຕໍ່​ປີ ໂຮງ​ຜະ­ລິດ​ໄຟ­ຟ້າ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ​ປະ­ກອບ​ມີ 13 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 38,5 MW ມີ​ພະ­ລັງ­ງານ​ໄຟ­ຟ້າ 102,12 GWh ຕໍ່​ປີ ໂຮງ​ຜະ­ລິດ​ໄຟ­ຟ້າ​ຈາກ​ພະ­ລັງ­ງານ​ທົດ​ແທນ​ອື່ນໆ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ (ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ໃຫຍ່​ກວ່າ ຫຼື ເທົ່າ​ກັບ 5 MW) ປະ­ກອບ​ມີ 1 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 5 MW ມີ​ພະ­ລັງ­ງານ ໄຟ­ຟ້າ 57,59 GWhຕໍ່​ປີ ໂຮງ​ຜະ­ລິດ​ໄຟ­ຟ້າ​ຈາກ​ແສງ​ຕາ­ເວັນ​ທີ່​ໄດ້​ດຳ­ເນີນ​ການ​ຜະ­ລິດ​ປະ­ກອບ​ມີ 3 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ​ໄຟ­ຟ້າ 11,8 MW ມີ​ພະ­ລັງ­ງານ​ໄຟ­ຟ້າ 18,88 GWhປີ ນອກ​ນີ້ ຍັງ​ມີ​ໂຄງ­ການ​ທີ່​ກຳ­ລັງ​ກໍ່­ສ້າງ 21 ໂຄງ­ການ ລວມ​ກຳ­ລັງ​ຕິດ​ຕັ້ງ​ທັງ​ໝົດ 3.243,5 MW ກຳ­ລັງ​ສຶກ​ສາ (ຂັ້ນ PDA) 38 ໂຄງ­ການ ລວມ​ກຳ­ລັງ​ຕິດ​ຕັ້ງ​ທັງ​ໝົດ 11.791 MW ລວມ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ຜະ­ລິດ​ໄດ້ 60.934 GWhຕໍ່​ປີ ແລະ ກະ­ກຽມ​ສຶກ​ສາ (ຂັ້ນ MOU) 55 ໂຄງ­ການ​ລວມ​ກຳ­ລັງ​ຕິດ​ຕັ້ງ​ທັງ​ໝົດ 10.806 MW ລວມ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ຜະ­ລິດ​ໄດ້ 47.625 GWhຕໍ່​ປີ.

ຄວາມຕ້ອງການ ນໍາໃຊ້ພະລັງງານໄຟຟ້າພາຍໃນ ສປປ ລາວ ໃນຊຸມປີຜ່ານມາແມ່ນນັບມື້ນັບຂະຫຍາຍຕົວຂຶ້ນ ຍ້ອນມີການຂະຫຍາຍຕົວຂອງພົນລະເຮືອນ ແລະ ໂຮງຈັກໂຮງງານ ສະເພາະ ປີ 2019 ການຊົມ ໃຊ້ໄຟຟ້າພາຍໃນປະເທດແມ່ນ 1.222 ເມກາວັດ, ແຕ່ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໃຫ້ຮູ້ຕື່ມວ່າ ປະລິມານການຊົມໃຊ້ພະລັງງານໄຟຟ້າພາຍໃນ ຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນລະຫວ່າງ ປີ 2020-2025. ສະນັ້ນ, ເພື່ອກຽມ ຮັບມືກັບຄວາມຕ້ອງການດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບລັດວິສາຫະກິດໄຟຟ້າລາວ ຮ່ວມກັນວາງແຜນການຜະລິດໄຟຟ້າ ໃຫ້ພຽງພໍ ກັບຄວາມຕ້ອງການພາຍໃນ ທີ່ນັບມື້ນັບເພີ່ມຂື້ນ ໂດຍສະເພາະ ແມ່ນກຽມພ້ອມສະໜອງໃຫ້ພຽງພໍຕໍ່ ການຊົມໃຊ້ໃນຄົວເຮືອນ,​ ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດອຸດສາຫະກໍາ, ທາງລົດໄຟ, ທາງດ່ວນ, ແລະ ບັນດາໜໍ່ແໜງອຸດສາຫະກໍາໜັກ ແລະ ອຸດສາຫະກໍາປຸງແຕ່ງ ໃນຂອບເຂດທົ່ວປະເທດ.

ໃນຊຸມປີຕໍ່ໜ້າ ຂະແໜງພະລັງງານ ແລະ ບໍ່ແຮ່ ມີແຜນຈະຂະຫຍາຍຕະຫລາດຈຳໜ່າຍໄຟຟ້າ ຄື ຕະຫລາດພາຍໃນ ແລະ ຕ່າງປະເທດ, ເຊິ່ງຂະແໜງດັ່ງກ່າວໄດ້ສ້າງແຜນພັດທະນາທີ່ມີລັກສະນະເຊື່ອມສານຢ່າງກົມກຽວ ກັບຫລາຍຂະແໜງການພາຍໃນປະເທດ ເພື່ອກຳນົດຄວາມຕ້ອງການພາຍໃນໃຫ້ຊັດເຈນ ເຊັ່ນ: ການຊົມໃຊ້ໄຟຟ້າໃນເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດອຸດສາຫະກຳ, ບັນດາໜໍ່ແໜງອຸດສາຫະກຳໜັກ-ອຸດສາຫະກຳປຸງແຕ່ງຕ່າງໆ ທີ່ຈະເກີດຂຶ້ນຢູ່ແຕ່ລະແຂວງ ໃນຊຸມປີຕໍ່ໜ້າ ແລະ ເພື່ອສະໜອງແຫລ່ງພະລັງງານໄຟຟ້າຢ່າງພຽງພໍ ແລະ ມີຄຸນນະພາບລວມທັງນະໂຍບາຍຕ່າງໆ ກ່ຽວກັບການດຶງດູດນັກລົງທຶນໄປພ້ອມໆກັນ ເພື່ອໃຫ້ທຸກພາກ ສ່ວນເສດຖະກິດ ສາມາດເຂົ້າເຖິງໄຟຟ້າ, ພຽງພໍ ລາຄາສົມເຫດສົມຜົນ ໃນຂອບເຂດທົ່ວປະເທດ ໂດຍສະເພາະອັດຕາການຊົມໃຊ້ໄຟຟ້າຂອງພໍ່ແມ່ປະຊາຊົນ ໃຫ້ບັນລຸ 98%. ​ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ, ປີ 2020-2030 ຄາດຄະເນລັດຖະບານໄທ ຕ້ອງການນໍາເຂົ້າໄຟຟ້າ ຈາກ ສປປ ລາວ ປະມານ 9.000 ເມກາວັດ, ກໍາປູເຈຍ 6.000 ເມກາວັດ, ສສ.ຫວຽດນາມ 5.000 ເມກາວັດ, ມຽນມາ 300 ເມກາວັດ ແລະ ມາເລເຊຍ 300 ເມກາວັດ, ສໍາລັບປະເທດສິງກາໂປ ແມ່ນຢູ່ໃນໄລຍະເຈລະຈາຊື້-ຂາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.