ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໜູນຊ່ວຍປະຊາຄົມຕໍ່ໜ້າຜົນສະທ້ອນຂອງໂລກລະບາດໂຄວິດ - 19

07:25 | 15/10/2021

ຍ​ສ​ໝ - ໂດຍມ​ີ​ຊາວ​ຫວຽດ​ນາມ 3 ຄົນ​ອາ​ໄສ​ຢູ່ ມາ​ເກົາ ທີ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ສະ​ຫ​ະ​ສະ​ມາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ມາ​ເກົາ ໄດ້​ສົມ​ທົບ​ກັບ​ອົງ​ການ​ອຳ​ນາດ​ການ​ປົກ​ຄອງປະ​ເທດ​ປະ​ຈຳ​ຖິ່ນ​ໜູນ​ຊ່ວຍບັນ​ດາ​ກໍ​ລະ​ນີ​ດັ່ງ​ກ່າວ​ປິ່ນ​ປົວ​ພະ​ຍາດ​ຢ່າງໄວວາ.

ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ປ່ຽນແປງໃໝ່ຈິນຕະນາການແລະມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ປ່ຽນແປງໃໝ່ຈິນຕະນາການແລະມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19
ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໜູນຊ່ວຍປະຊາຄົມຕໍ່ໜ້າຜົນສະທ້ອນຂອງໂລກລະບາດໂຄວິດ - 19
ກວດ​ວິ​ໄຈ​ຫາ​ເຊື້ອ ໂຄວິດ - 19

ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ມາ​ເກົາ ແລະ ສະ​ມາ​ຄົມ​ທຳ​ການ​ກຸ​ສົນ ມິງອ໊າຍ (ມາ​ເກົາ) ໄດ້ຈັດ​ຕັ້ງ​ການ​ວິ​ໄຈ​ຫາ​ເຊື້ອ​ໃຫ້​ແກ່​ກໍ​ລະ​ນີ​ຊາວ​ຫວຽດ​ນາມທີ່ບໍ່​ມີ​ເງື່ອນ​ໄຂ​ໄປ​ກວດ​ຫາ​ເຊື້ອ​ໂຄວິດ - 19 ຢູ່​ບັນ​ດາ​ສະ​ຖານ​ທີ່ທີ່ໄດ້​ກຳ​ນົດ. ສະ​ຖານ​ທີ່​ຈັດ​ຕັ້ງ​ການ​ວິ​ໄຈ​ແມ່ນ No.17, U.S.Vice General Road.

“ເພື່ອ​ສຸ​ຂະ​ພາບ​ຂອ​ງ​ຕົນ​ເອງ ແລະ ປະ​ຊາ​ຄົມ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ ທຸກ​ຄົນທີ່​ມີສັນຍານ​ອາ​ການ​ຕິດ​ເຊື້ອ​ໂຄວິດ - 19 ຕ້ອງຍາດ​ແຍ່ງ​ເວ​ລາ​ໄປ​ກວດ​ຫາ​ເຊື້ອຢ່າ​ງ​ຮີບ​ດ່ວນ”, ທ່ານ​ເຢືອງ​ຈຸງ​ດຶກ ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ມາ​ເກົາ​ແບ່ງ​ປັນ.

ທ່ານ ເຢືອງ​ຈູ​ງ​ດຶກ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຈົ່ງ​ອຸ່ຍອຽນ​ໃຈ, ຕິດ​ຕາມ, ອັບ​ເດດ​ຂໍ​້ມູນ​ທາງ​ການ​ຈາກ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ມາ​ເກົາ, ຫຼີກ​ລ້ຽງ​ການ​ເຜີຍ​ແຜ່​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ​ກ່ຽວ​ກັບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ບໍ່​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ໃນ​ປະ​ຊາ​ຄົມ. ພິ​ເສດ ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕິດ​ຕາມກວດ​ກາ​ສຸ​ຂະ​ພາບຂອງ​ຕົນ​ເອງ ແລະ ຈື່​ບັນ​ດາ​ຂ​ໍ້​ມູນ​ການ​ເດີນ​ທາງ​ໄປ​ມາໃນ​ກໍ​ລະ​ນີ​ທີ່​ຈຳ​ເປັນ​ຕ້ອງກ​ວດ​ກາ​ປະ​ຫວັດ​ການ​ໄປ​ມາ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ມາ​ເກົາ ຖ້າ​ຕ້ອງ​ການ​ການ​ໜູນ​ຊ່ວຍ​ສາ​ມາດ​ຕິດ​ຕໍ່​ກັບ​ສະ​ຫະ​ສະ​ມາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ມາ​ເກົາ ​ທີ່ໃຫ້​​ຄຳ​ປຶກ​ສາ ແລະ ໜູນ​ຊ່ວຍ​ຕາມ​ເບີ​ໂທ​ລະ​ສັບ +85366722613.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.