ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາ​ມ: ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດ​ນາມ ໃນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້

12:13 | 20/05/2021

ຍ​ສ​ໝ - ທີ່ພິທີມອບຮັບ, ທ່ານເຈີ່ນວັນຕຸຍ, ອະດີດກຳມະການສູນກາງພັກ, ອະດີດສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມການຜັນ​ແປຂອງໂລກ​ລະ​ບາດ ໂຄວິດ - 19 ຢູ່ຫວຽດນາມ ແລະ ປະເທດລາວໃນໄລ​ຍະ​ທີ່​ຜ່ານ​ມາ.

ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ) ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)
ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ
ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາ​ມ: ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດ​ນາມ ໃນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມມອບ​ເງິນ​ເປັນ​ຈຳ​ນວນ 600 ລ້ານ​ດົ່ງ ແລະ ອຸ​ປະ​ກອນ​ການ​ແພດ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ປະ​ຊາ​ຊົນ​ລາວ ໃນ​ການ​ສະ​ກັດ​ກັ້ນ, ໂລກ​ລະ​ບາດ​ໂຄວິດ - 19

ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO), ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໂດຍ​ທ່ານ ເຈິ່ນ​ວັນ​ຕຸຍ ປະ​ທານ​ສະ​ມາ​ຄົມ ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ໄປ​ຍັງ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ເພື່ອມອບ​ເງິນ​ເປັນ​ຈຳ​ນວນ 600 ລ້ານ​ດົ່ງ ແລະ ອຸ​ປະ​ກອນ​ການ​ແພດ​ເພື່ອ​ແນ​ໃສ່​ແບ່​ງ​ປັນ, ໜູນ​ຊ່ວຍ​ປະ​ຊາ​ຊົນ​ລາວ ໃນ​ການ​ສະ​ກັດ​ກັ້ນ, ໂລກ​ລະ​ບາດ​ໂຄວິດ - 19.

ທີ່ພິທີມອບຮັບ, ທ່ານເຈີ່ນວັນຕຸຍ, ອະດີດກຳມະການສູນກາງພັກ, ອະດີດສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມການຜັນ​ແປຂອງໂລກ​ລະ​ບາດ ໂຄວິດ - 19 ຢູ່ຫວຽດນາມ ແລະ ປະເທດລາວໃນໄລ​ຍະ​ທີ່​ຜ່ານ​ມາ. ພ້ອມດຽວກັນນັ້ນ, ທ່ານ​ໄດ້ແບ່ງປັນຄວາມຫຍຸ້ງຍາກ ແລະຄວາມພະຍາຍາມໃນການປ້ອງກັນສະ​ກັດ​ກັ້ນ​ໂລກ​ລະ​ບາດ ​ໂຄວິດ - 19 ຂອງລັດຖະບານ ແລະປະຊາຊົນລາວ. “ປະເທດຫວຽດນາມແລະລາວຍາມ​ໃດ​ກໍ່ສະໜິດສະໜົມ ຖານ​ອ້າຍນ້ອງ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ກໍ່​ຕາມ, ພວກເຂົາກໍ່ຢູ່ຄຽງຂ້າງ ແລະຊ່ວຍເຫຼືອເຊິ່ງກັນແລະກັນຕະຫຼອດໄປ” - ທ່ານເຈີ່ນວັນຕຸຍເນັ້ນໜັກ.

ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ກໍ່ສະແດງຄວາມເຊື່ອໝັ້ນ ຕໍ່ບັນດາມາດຕະການຢ່າງແທດຈິງ ແລະມີປະສິດທິຜົນຂອງພັກ ແລະລັດຖະບານພ້ອ​ມ​ກັບປະຊາຊົນ ແລະການສະໜັບສະໜູນ, ຊ່ວຍເຫຼືອຂອງປະຊາຊົນຫວຽດນາມ ປະ​ເທດລາວຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ໂດຍ​ໄວ, ປະຕິ​ບັດ​ສຳ​ເລັດເປົ້າໝາຍຄວບ​ຄູ່​ທັງປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທັງພັດທະນາເສດຖະກິດຂອງປະເທດ.

ຕໍ່​ໜ້າສະພາບການທີ່ສັບສົນຂອງໂລກ​ລະ​ບາດ​ໂຄວິດ -19 ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ລາວ, ເພື່ອສະແດງຮັກ​ແພງ​ກັນ ແລະຄວາມສາມັກຄີກັບປະຊາຊົນລາວ, ຄະນະກຳມະການສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເປີດຂະບວນການບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນລາວຕໍ່ສູ້ກັບການລະບາດຂອງທົ່ວປະເທດແຕ່ວ​ັນ​ທີ 6 - 14 ເດືອນພຶດສະພາ, 2021.

ໂດຍຕອບສະໜອງກັບການບໍລິຈາກ, ສະມາຄົມມິດຕະພາບຫວຽດນາມ - ລາວຢູ່ຫລາຍທ້ອງຖິ່ນໄດ້ບໍລິຈາກ ແລະຊ່ວຍເຫຼືອຢ່າງວ່ອງໄວເຊັ່ນ: ດົງນາຍ, ກວາງຈີ້…​ລາຍ​ລະ​ອຽດ​ແມ່ນ, ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງດົ່ງນາຍ: ໜູນຊ່ວຍຜ້າ​ອັດ​ປາກ​ດັງ 20.000 ອັນໃຫ້​ແກ່ປະຊາຊົນແຂວງ ຈຳປາສັກ ຊຶ່ງ​ໄດ້​ມອບ​ໃຫ້​ສະ​ຖານ​ກົງ​ສູນ​ໃຫຍ່ ລາວ ປະ​ຈຳ ໂຮ່​ຈີ​ມິນ ໃນ​ວັນ​ທີ 11 ພຶດ​ສະ​ພາ 2021 . ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງກວາງຈິໄດ້ມອບເງິນຊ່ວຍເຫຼືອ​ໃຫ້ປະຊາຊົນສອງແຂວງ​ອ້າຍນ້ອງ (ລວມ​ມີ: ສະຫວັນນະເຂດ; ສາລະວັນ): ນ້ຳ​ຢາ​ຂ້າ​ເຊື້ອ 200 ຂວດ ແລະ ຜ້າ​ອັດ​ປາກ​ດັງ 39.050 ອັນ.

ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ) ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອງ​ຂວັນ, ໂດຍ​ຕາງ​ໜ້າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ, ທ່ານ ຫວູດ໊າຍ​ທັ໊ງ, ເລ​ຂາ​ອົງ​ຄະ​ນະ​ພັກ​ໄດ້​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາ​ວ ເຖິງວ່າ ມີ​ຜົນ​ງານຫຼາ​ຍ່​ຢ່າງ​ໃນ​ວຽກ​ງານ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ ແຕ່​ໄລ​ຍະ​ຜ່ານ​ມາ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ທີ່​ມາ​ຈາກ​ໂລກ​ລະ​ບາດ​ໂຄວິດ - ...

ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ

ໃນວັນທີ່ 17 ພຶດສະພາ, ປະເທດລາວ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ຫຼາຍສຸດແຂວງບໍ່ແກ້ວ 38 ຄົນ, ຮອງມາແມ່ນນະຄອນຫຼວງວຽງຈັນ4 ຄົນ, ແຂວງຈຳປາສັກ3 ຄົນແລະ ສະຫວັນນະເຂດ 2 ຄົນ; ປິ່ນປົວດີໃໝ່8 ຄົນ ລວມເປັນ582 ຄົນ.

ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫົວ​ໜ້າ​ກຳ​ມະ​ທິ​ການວັດ​ທະ​ນະ​ທຳ - ສັງ​ຄົມ ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ຕໍ່​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ທັນ​ການ ຂອງກອງ​ພົນ 11 ທີ່​ສະ​ຫງວນ​ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ​ລາວ, ທ່ານນ​າງ​ກໍ່​ຖື​ວ່າ, ຈຳ​ນວນ​ຜູ້​ອັດ​ປາກ​ດັງ​ນີ້ ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລາວ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ລາວ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.