ຍສໝ - ວັນທີ 10 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບແຂວງ Niigata ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງແຂວງນີ້ກັບບັນດາທ້ອງຖິ່ນ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 11 ສິງຫາ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຝຸ່ງແຄງຕ່າຍ ໄດ້ມີການເຮັດວຽກກັບ ທ່ານຮອງຫົວໜ້າຄະນະຜູ້ປະຈຳການຄະນະພົວພັນຕ່າງປະເທດສູນກາງ ຫງວຽນຮຸຍຕັງ ເພື່ອແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫ່ວາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ.
ການນຳ 2 ປະເທດໄດ້ເຫັນດີຢ່າງສູງຕໍ່ບັນດາແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.
ຍສໝ - ການພົວພັນລະຫວ່າງປະຊາຊົນ ໄທ ແລະ ປະຊາຊົນ ຫວຽດນາມ ແມ່ນມີຄວາມສຳຄັນທີ່ສຸດ ແລະ ແມ່ນກຸນແຈຂອງການພົວພັນສາກົນຕົວຈິງ…
ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ, ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫ່ວາງວັນທີ 4 - 6 ສິງຫາ 2021.
ປີ 2019, ສອງປະເທດໄດ້ຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ.
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ຍສໝ - ທ່ານ ຫວາງອີ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນ ການພົວພັນລະຫວ່າງ ຈີນ - ຫວຽດນາມ ມີການພັດທະນາອັນດີງາມ, ການນຳຂັ້ນສູງສອງຝ່າຍຮັກສາການແລກປ່ຽນຍຸດທະສາດ, ການຮ່ວມມືໃນທຸກຂົງເຂດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ.
ຍສໝ - ວັນທີ 28 ກໍລະກົດ, ທ່ານ ຟ້າມບິ່ງດ່າມ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບາງມະຫາວິທະຍາໄລຢູ່ ຮົ່ງກົງ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ ກັບ ຮົ່ງກົງ...
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.
ວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech Techo Hun Sen ແລະ ສະພາກາແດງ ກຳປູເຈຍ, ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ແຈ້ງການມອບອຸປະກອນການແພດ ແລະ ເງິນສົດໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຜູ້ວ່າການ St. Petersburg Beglov ໃຫ້ຮູ້ວ່າ ອຳນາດການປົກຄອງນະຄອນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ມີຄວາມຫວັງຢາກສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ
ຍສໝ - ທ່ານ ດິງຕວນທັ້ງ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ສະເໜີໃຫ້ກຸ່ມສະມາຊິກລັດຖະສະພາ ຝລັ່ງ - ຫວຽດນາມ ສືບຕໍ່ຊຸກຍູ້ລັດຖະສະພາບັນດາປະເທດ ສະມາຊິກ EU ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - EU, ໜູນຊ່ວຍແກ້ໄຂບັນຫາອາຊີບຫາປາໃນການພົວພັນລະຫວ່າງ ຫວຽດນາມ - EU ແລະ ບາງບັນຫາກ່ຽວກັບການພັດທະນາແບບຍືນຍົງ.
ຍສໝ - ວັນທີ 6 ກໍລະກົດ, ສະຖານທູດຫວຽດນາມປະຈຳຍີ່ປຸ່ນໄດ້ຈັດພິທີມອບຮັບເງິນກ່ວາ 1,3 ຕື້ດົ່ງຈາກບັນດາວິສາຫະກິດ, ບໍລິສັດຍີ່ປຸ່ນທີ່ມີນັກຝຶກງານຫວຽດນາມພວມເຮັດວຽກແລະບັນດາອົງການຈັດຕັ້ງ, ສ່ວນບຸກຄົນຊາວຫວຽດນາມພວມເຮັດວຽກຢູ່ຍີ່ປຸ່ນທີ່ໃຫ້ການສະໜັບສະໜູນກອງທຶນວັກຊິນກັນໂຄວິດ - 19 ຂອງຫວຽດນາມ.
ຍສໝ - ຫ້ອງຮຽນຫັນປ່ຽນອາຊີບໃຫ້ແກ່ລູກຫຼານຊາວເຊື້ອຊາດ ຫວຽດນາມ ຢູ່ຫຼາຍທ້ອງຖິ່ນ, ເປັນຕົ້ນແມ່ນບັນດາແຂວງເຂດໜອງທະເລ ກຳປູເຈຍ ໄດ້ເປີດຢູ່ເຂດກະສິກຳປະສົມ Snoul ຂອງ ບໍລິສັດ Thagrico, ແຂວງ Kratie.
ຍສໝ - ໄປຄຽງຄູ່ກັບບັນດາຂົງເຂດຕ່າງໆ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ - ໄທ ສືບຕໍ່ແມ່ນຈຸດພົ້ນເດັນ ເມື່ອ ໄທ ຮັກສາລະດັບແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນອາຊຽນ ແລະ ແມ່ນນັກລົງທຶນໃຫຍ່ອັນດັບທີ 9 ຂອງ ຫວຽດນາມ.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ໃຫ້ຮູ້ວ່າ: ການພັດທະນາເຕັກໂນໂລຢີດີຈີຕອນຢ່າງທັນການ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊ່ວຍ ຫວຽດນາມ ຜ່ານຜ່າບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ແລະ ແລະ ບັນລຸໄດ້ການເຕີບໂຕເສດຖະກິດຢູ່ລະດັບ 4,5% ໃນໄຕມາດທີ I/2021. ຫວຽດນາມ ໄດ້ບັນລຸເປົ້າໝາຍພັດທະນາພື້ນຖານເສດຖະກິດດີຈີຕອນ ແລະ ນຳໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນຫຼາຍຂົງເຂດ.
ຍສໝ - ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ສຳນັກງານສະພາສູງ ທ່ານ Samdech Vibol Sena Phekdei Say Chhum ປະທານສະພາສູງລາຊະອານາຈັກກຳປູເຈຍ ໄດ້ໃຫ້ການຕ້ອນຮັບທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊາອານະຈັກກຳປູເຈຍ ເຂົ້າຢ້ຽມຂ່ຳນັບອຳລາ.
ເຖິງວ່າປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນໄລຍະກ່ວາ 1 ປີທີ່ຜ່ານມາ ແຕ່ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຊ່ວຍເຫຼືອກັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
ວັນທີ 22 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ, ທ່ານ Nigel Adams ລັດຖະມົນຕີການຕ່າງປະເທດຮັບຜິດຊອບທະວີບ ອາຊີ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຮວ່າງລອງ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ.