ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ

06:08 | 03/08/2021

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.

ມອບເຂົ້າ​ແຫ່ງ​ສາຍ​ຈິດ​ມິດ​ໃຈເກຶອບ 1 ລ້ານ​ຄາບໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ມອບເຂົ້າ​ແຫ່ງ​ສາຍ​ຈິດ​ມິດ​ໃຈເກຶອບ 1 ລ້ານ​ຄາບໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແບບ​ທາງ​ໄກ ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ສິງ​ກະ​ໂປ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ແບບ​ທາງ​ໄກ
ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ (ພາບ:TTXVN)

ຕອນເຊົ້າວັນທີ 2 ສິງຫາ, ທ່ານສຸລິຍາ ແກ້ວພິລາວົງ ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.

ຂອງຂວັນລວມມີເຄື່ອງຂອງທີ່ຈຳເປັນ ພ້ອມດ້ວຍຜ້າອັດປາກອັດດັງ, ເຈວລ້າງມື້ ເພື່ອແນໃສ່ຊ່ວຍເຫຼືອນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດ ລາວ ມີນັກສຶກສາ ຫວຽດນາມ ລວມທັງໝົດ 184 ຄົນ ແລະ ແມ່ນໂຮງຮຽນທີ່ມີນັກສຶກສາ ຫວຽດນາມ ມາຮຽນຫຼາຍທີ່ສຸດໃນປະເທດ ລາວ.

​vovworld.vn

ເຫດການ
302 Found

Found

The document has moved here.