ພັດ​ທະ​ນາ​ການ​ພົວ​ພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ຈີນ

13:17 | 31/07/2021

ຍ​ສ​ໝ - ທ່ານ ​ຫວາງ​ອີ ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີມາ​ຮອດ​ປັດ​ຈຸ​ບັນ ການ​ພົວ​ພັນ​ລະ​ຫວ່າງ ຈີນ - ຫວຽດ​ນາມ ມີ​ການ​ພັດ​ທະ​ນາ​ອັນ​ດີ​ງາມ, ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ.

ພິທີໄວ້ອາໄລທະຫານອາສາສະໝັກ ຈີນ ທີ່ແຂວງລ້າງຢາງ ພິທີໄວ້ອາໄລທະຫານອາສາສະໝັກ ຈີນ ທີ່ແຂວງລ້າງຢາງ
ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ
ພັດ​ທະ​ນາ​ການ​ພົວ​ພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ຈີນ
ທ່ານ ບຸຍ​ແທັງ​ເຊີນ ຮັບດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (ພາບ: TTXVN)

ເນື່ອງ​ໃນ​ໂອ​ກາດ​​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV (ທີ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ) ໃຫ້​ສັດ​ຕະ​ຍາ​ບັນ, ປະ​ທານ​ປະ​ເທດ​ແຕ່ງຕັ້ງ​ ທ່ານ ບຸຍ​ແທັງ​ເຊີນ ຮັບດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ​ທ່ານ ຫວາງ​ອີ ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ສົ່ງ​ສານ​ສະ​ແດ​ງ​ຄວາມ​ຊົມ​ເຊີຍ.

ທ່ານ ​ຫວາງ​ອີ ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີມາ​ຮອດ​ປັດ​ຈຸ​ບັນ ການ​ພົວ​ພັນ​ລະ​ຫວ່າງ ຈີນ - ຫວຽດ​ນາມ ມີ​ການ​ພັດ​ທະ​ນາ​ອັນ​ດີ​ງາມ, ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ.

ທ່ານ ຫວາງ​ອີ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ໃນ​ສະ​ພາບ​ການ​ໃໝ່​ນີ້, ສອງ​ຝ່າຍ​ຈະ​ວາງ​ແຜນ​ຜັງ ແລະ ຊຸກ​ຍູ້​ສັງ​ລວມທຸກ​ດ້ານ​ໃນ​ວຽກ​ງານ​ສອງ​ຝ່າຍ​ຕາມ​ທິດ​ນຳ​ເຊິ່ງການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ກຳ​ກົດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຖານບ້ານ​ໃກ້​ເຮືອນ​ຄຽງມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຈີນ - ຫວຽດ​ນາມ ຢ່າງ​ບໍ່​ຢຸດຢັ້ງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.