ນະວະນິຍາຍ “ວາດສະໜາດີ” ເປັນ​ຄັ້ງ​ທຳ​ອິດທີ່​ພິມ​ຈຳ​ໜ່າຍ​ຢູ່ ຈີ​ນ

11:00 | 09/09/2021

ຍ​ສ​ໝ - ນະ​ວະ​ນິ​ຍາຍ “ວາດ​ສະ​ໜາ​ດີ” ຂອງ​ນັກ​ປະ​ພັນ ຫວູ​ຈ້ອງ​ຟຸງ ໄດ້​ພິມ​ຈຳ​ໜ່າຍ​ຢ່າງ​ເປັນ​ທາງ​ການ​ຢູ່​ຈີນ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຕັ້​ງ​ໜ້າຫຼາຍ​ຢ່າງ.

ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ) ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ)
ນະວະນິຍາຍ “ວາດສະໜາດີ” ເປັນ​ຄັ້ງ​ທຳ​ອິດທີ່​ພິມ​ຈຳ​ໜ່າຍ​ຢູ່ ຈີ​ນ
ນະວະນິຍາຍ “ວາດສະໜາດີ”. ພາບ: kienthuc.net.vn

ສຳ​ນັກ​ພິມ​ຈຳ​ໜ່າຍສິ​ລະ​ປະ Sichuan ແມ່ນ​ໜ່ວຍ​ງາ​ນ​ພິມ​ຈຳ​ໜ່າຍ “ວາດ​ສະ​ໜາ​ດີ” ຢູ່​ຈີ​ນ ດ້ວຍ​ຄັ້ງ​ທຳ​ອິດ​ແມ່ນ 5000 ຫົວ. ເຖິງ​ວ່າ​ຫາ​ກໍ່​ໄດ້​ຮັບ​ການ​ພິມ​ຈຳ​ໜ່າຍ, ແຕ່​ປຶ້ມ​ຫົວ​ນີ້​ຍັງ​ໄດ້​ຮັບ​ການຕອບຮັບ​ຢ່າງ​ຕັ້ງ​ໜ້າ​ພໍ​ສົມ​ຄວນ. ມີ​ຜູ້​ອ່ານຫຼາຍ​ຄົນ​ໄດ້ປະກອບຄຳເຫັນ​ບົນ​ສື່​ສັງ​ຄົມ Duoban ວ່ານີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ເຂົາ​ເຈົ້າ​ໄດ້​ອ່ານນະວະ​ນິ​ຍາຍຂອງ ຫວຽດ​ນາມ ແລະ ເຂົາ​ເຈົ້າ​ກໍ່ຕີ​ລາ​ຄາ​ສູງ​ລັກ​ສະ​ນະ​ສິ​ລະ​ປະ​ຂອງນະ​ວະ​ນິ​ຍາຍ. ມີຫຼາຍ​ຄົນ​ຍັງ​ຕັ້​ງ​ຄຳ​ຖາມ​ວ່າ ໃນ​ຊຸມ​ປີ 1930 ໂດຍ​ແມ່ນ​ຈຸດ​ເວ​ລາ​ກຳ​ເນີດ​ຂອງ ນະ​ວະ​ນິ​ຍາຍ ວາດ​ສະ​ໜາ​ດີ ຫວຽດ​ນາມ ແລ້ວຍັງ​ມີ​ບັນ​ດາປົນງານການຂຽນອື່ນໆ​ອີກຫຼື​ບໍ່.

ເອື້ອຍ ລິວ​ເຕ້ວ​ຕິງ, ຜູ້​ອ່ານ​ຄົນ​ໜຶ່ງ​ທີ່ພວມ​ດຳ​ລົງ​ຊີ​ວິດ​ຢູ່​ບັກ​ກິ່ງ ໃຫ້​ຮູ້​ວ່າ: ມີ​ຂໍ້​ມູນຫຼາຍ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ຍາກ​ທີ່​ຈະຫາ​ໄດ້​ຢູ່​ຈີ​ນ. ຂ້າ​ພະ​ເຈົ້າ​ມັກ​ບົ​ດ​ປະ​ພັນ​ນີ້​ ແລະ ຈະ​ແນະ​ນຳ​ບົດ​ນີ້​ໃຫ້​ໝູ່​ເພື່ອນ...

ໂດຍ​ໄດ້​ຮູ້​ວ່າ ພາຍຫຼັງ ໄດ້​ຮັບ​ການ​ພິມ​ຈຳໜ່າຍ, ນາຍ​ແປ​ພາ​ສາ ຮ້າ​ໂລ ຈະ​ສືບ​ຕໍ່​ເປີດຕົວບັນດາຜົນງານ​ວັນ​ນະ​ຄ​ະ​ດີຍຸກສະໄໝ ແລະ ກາບກອນ​ຂອງ​ບັນ​ດາ​ນັກ​ປະ​ພັນ, ນັກ​ກະວີ ຫວຽດ​ນາມ.

ບຸນ​ຄົງ

302 Found

Found

The document has moved here.