ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ

06:11 | 07/08/2021

ຍ​ສ​ໝ - ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ໄທ ແລະ ປະ​ຊາ​ຊົນ ຫວຽດ​ນາມ ແມ່ນ​​ມີ​ຄວາມສຳ​ຄັນ​ທີ່​ສຸດ ແລະ ແມ່ນ​ກຸນ​ແຈ​ຂອງ​ການ​ພົວ​ພັນ​ສາ​ກົນ​​ຕົວ​ຈິງ…

ຫວຽດ​ນາມ-ໄທ ​​ວາງເປົ້າ​ໝາຍວ​ົງ​ເງິນ​ການ​ຄ້າ ບັນ​ລຸ 25 ຕື້ USD ຫວຽດ​ນາມ-ໄທ ​​ວາງເປົ້າ​ໝາຍວ​ົງ​ເງິນ​ການ​ຄ້າ ບັນ​ລຸ 25 ຕື້ USD
ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19
ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ
ທ່ານ ​ປ.ອ Nakorn Serirak ຄູ​ສອນ ຢູ່​ສະ​ຖາ​ບັນ​ການ​ເມືອງ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ຂອນ​ແກ່ນ (ພາບ: TTXVN)

ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ ທ່ານ ​ປ.ອ Nakorn Serirak ຄູ​ສອນ ຢູ່​ສະ​ຖາ​ບັນ​ການ​ເມືອງ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ຂອນ​ແກ່ນ (ປະ​ເທດ​ໄທ) ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ (6 ສິງ​ຫາ 1976 – 6 ສິງ​ຫາ 2021).

ຫວຽດ​ນາມ ແລະ ໄທ​ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ວັນ​ທີ 6 ສິງ​ຫາ 1976 ຢ່າງ​ເປັນ​ທາງ​ການ ແລະ ເປີ​ດ​ສະ​ຖານ​ທູດ ຢູ່​ນະ​ຄອນຫຼວງ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ຕົ້ນ​ປີ 1978. ການ​ພົວ​ພັນ​ຫວຽດ​ນາມ - ໄທ ຍາ​ມ​ໃດ​ການ​ນຳ​ລຸ້ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ່​ໄດ້​ຮັກ​ສາ, ປັບ​ປຸງ, ນັບ​ມື້​ນັບ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ເລິກ​ເຊິ່ງໃນ​ທຸກ​ຂົງ​ເຂດ.

ທ່ານ ປ.ອ Nakorn Serirak ເປັນ​ຜູ້​ຂຽນ​ຮ່ວມ​ໃນ​ປຶ້ມ​ທີ່​​ໃກ້​ຈະ​ໄດ້​ຮັບ​ການ​ເປີດ​ຕົວກ່ຽວ​ກັບ​ເສັ້ນ​ທາງ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ໄທ ໃນ​ໄລ​ຍະ 45 ປີ​ຜ່ານ​ມາ. ທ່ານໃຫ້​ຮູ້​ວ່າ ມີ 4 ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ: ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ກະ​ສັດ ໄທ ແລະ ການ​ນຳ ຫວຽດ​ນາ​ມ, ການ​ພົວ​ພັນ​ລະ​ຫວ່າງ ການ​ນຳ​ການ​ເມືອງຂອງ​ສອງ​ປະ​ເທດ, ການ​ພົບ​ປະ, ປຶກ​ສາ​ຫາ​ລື​ຢູ່​ເວ​ທີ​ປາ​ໄສ​ການ​ທູດ ແລະ ການ​ແລກ​ປ່ຽນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ ລະ​ຫວ່າງສອງ​ປະ​ເທດ, ການ​ພົບ​ປະ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ແຖວ​ໜ້າ​ຂອງ​ທັງ 2 ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ ລະ​ຫວ່າງສອງ​ປະ​ເທດ. ທ່ານ​ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ​ລະ​ຫວ່າງປະ​ຊາ​ຊົນ ໄທ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ແມ່ນ​ມີ​ຄວາ​ມສຳ​ຄັນ​ທີ່​ສຸດ ແລະ ແມ່ນ​ກຸນ​ແຈຂອງ​ການ​ພົວ​ພັນ​ສາ​ກົນ.

ຂະ​ບວນ​ການ​ຕໍ່​ສູ້​ດ້ານ​ການ​ເມືອງຂອງ​ປະ​ຊາ​ຊົນ ແລະ ນັກ​ສຶກ​ສາ​ໃນ​ໄລ​ຍະ 1975 – 1976 ຄັດ​ຄ​້ານກອງ​ທັບ​ອາ​ກາດ ອາ​ເມ​ລິ​ກາ ຢູ່​ໄທ ແມ່ນ​ສິ່ງ​ພິ​ສູ​ດ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ຊົນ​ໄທ ບໍ່​ຢາກ​ໃຫ້ກອງ​ທັບ​ອາ​ກາດ ອາ​ເມ​ລິ​ກາ ​ຖິ້ມ​ລະ​ເບີດ​ເຂັ່ນ​ຂ້າ​ຊາວ​ຫວຽດ​ນາມ.

ນະ​ໂຍ​ບາຍ “ຫັນ​ບັ້ນ​ຮົບ​ກາຍ​ເປັນ​ພາກ​ພື້ນເສດ​ຖະ​ກິດ” ຂ​ອງ​ລັດ​ຖະ​ບານ ໂດຍ​ທ່ານ​ພົນ​ເອກ Chatichai Choonhawan ນຳ​ໜ້າ (ປີ 1988) ໄດ້​ຫັນ​ຈາ​ກ​ເຂດ​ສູ້​ຢັນ​ກັ​ນ​ກາຍ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ​ທີ່​ອົບ​ອຸ່ນ.

ຂໍ້​ຕົກ​ລົງ​ຮ່ວມກ່​ຽວ​ກັບ​ການ​ອອກ​ສັນ​ຊາດ​ໄທ ໃຫ້​ແກ່​ຊາວ​ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ​ຍາວ​ນານ​ຢູ່ ໄທ ແມ່ນ​ແງ່​ມູນ​ໜ​ຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ເຊິ່ງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ມິດ​ຕະ​ພາບ, ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ຢ່າງ​ສັນ​ຕິ​ພາບ ແລະ ມີ​ຄວາມ​ຜາ​ສຸກ.

ທ່ານ ປ.ອ Nakorn ຖື​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ທີ່ຢັ້ງ​ຢືນ​ເຖິງ​ການ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອ​ງ​ປະ​ເທດ​ໃຫ້ຫຼາຍ​ກ່​ວາ​ອີກ ແມ່​ນ​ມ​ີ​ຄວາມສຳ​ຄັນ​ ແລະ ຈຳ​ເປັນ.

ສອງ​ຝ່າຍ​ຕ້ອງ​ຕັ້ງ​ໜ້າ​ເນັ້​ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວກວ່​າ​ອີກ ​ຄື ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ບັນ​ດາ​ນັກ​ຮຽນ​ຮູ້ ແລະ ນັກ​ຄົ້ນ​ຄ້​ວາ ຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສ​້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ລວມ​ໃນ​ບ​ັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ແລກ​ປ່ຽນ​ນັກ​ຊ່ຽວ​ຊານ ແລະ ບຸກ​ຄະ​ລາ​ກອນ ໃນ​ບັນ​ດາ​ຂົງ​ເຂດ​ໃໝ່​, ຊຸກ​ຍູ້​ການສອນ​ພາ​ສາ​ໄທ ຢູ່ ຫວຽດ​ນາມ ແລະ ການ​ສ​ອນ​ພາ​ສາ​ຫວຽດ​ນາມ ຢູ່ໃນ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລຂອງ ໄທ​, ຊຸກ​ຍູ້​ການ​ແລກ​ປ່ຽນໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສັງ​ຄົມ…

“ຂ້າ​ພ​ະ​ເຈົ້າ ​ສະ​ເໜີສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເດີນ​ທາງ​ໄປ​ມາ ລະ​ຫວ່າງ ໄທ ແລະ ຫວຽດ​ນາມ ຢູ່​ຂັ້ນ​ທ້ອງ​ຖິ່ນ ຄວນ​ໄດ້​ຮັບ​ການ​ຮັບ​ຮອງ” - ທ່ານ​ປ​.ອ Nakorn ສະເໜີ​ກ່ຽວ​ກັບ​ວິ​ທີ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລ​ະ​ຫວ່າງ​ສອງ​ປະ​ເທດ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.