ສົ່ງ​ຈົດ​ໝາຍ​ທາງ​ການ​ສະ​ເໜີ​ຈີນ​ຍົກ​ເລີກ​ຂໍ້​ຈຳ​ກັດການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ

15:13 | 26/08/2021

ຍ​ສ​ໝ - ທ່ານ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຮົ່ງ​ຢຽມ ສະ​ແດງ​ຄວາມ​ເສຍ​ດາຍ ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ພະ​ແນກ​ການ​ຄ້າ ຢຸນ​ໜານ ແຈ້ງ​ການ​ຢຸດ​ຕິ​ການ​ນຳ​ເຂົ້າ​ມັງ​ກອນ ຈາກ​ຫວຽດ​ນາມ ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ​ໃນ​ບໍ​ລິ​ເວນ​ນັບແຕ່​ເດືອນ​ກໍ​ລະ​ກົດ 2021.

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ລັດ​ຖະ​ບານໜູນ​ຊ່ວຍ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ໃຫ້​ແກ່ ວິ​ສາ​ຫະ​ກິດ ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ລັດ​ຖະ​ບານໜູນ​ຊ່ວຍ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ໃຫ້​ແກ່ ວິ​ສາ​ຫະ​ກິດ
ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ
ສົ່ງ​ຈົດ​ໝາຍ​ທາງ​ການ​ສະ​ເໜີ​ຈີນ​ຍົກ​ເລີກ​ຂໍ້​ຈຳ​ກັດການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ
ພາບ​ປະ​ກອບ: Vietnamnet

ວັນ​ທີ 23 ສິງ​ຫ​າ, ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ໄດ້​ສົ່ງ​ຈົດ​ໝາຍ​ທາງ​ການເຖິງ ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຈີ​ນ ແລະ ເຈົ້າ​ແຂວງ​ຢຸນ​ໜານ (ຈີ​ນ​) ເພື່ອ​ສະ​ເໜີ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜ່ານ​ດ່ານ​ຊາຍ​ແດນ ແລະ ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ໝາ​ກ​ໄມ້ຂອງ ຫວຽດ​ນາມ.

ໃນ​ຈົດ​ໝາຍ​ທາງ​ການ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ໃຫ້​ຮູ້​ວ່າ ຕໍ່​ໜ້າ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​ສາຍ​ພັນ Delta ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ນັ້ນ, ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ສິນ​ຄ້າ​ສົ່ງ​ອອກ​ນຳ​ເຂົ້າ​ຢູ່​ດ່ານ​ຊາຍ​ແດນ​ສືບ​ຕໍ່ໄດ້ຮັບການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຕໍ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ​ຢ່າງ​ເດັດ​ຂາດ, ບໍ່​ເຮັດ​ໃຫ້​ເກີດມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຜ່ານ​ດ່ານ​ຊາຍ​ແດນ ຫວຽດ​ນາມ - ຈີນ.

ທ່ານ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຮົ່ງ​ຢຽນ ສະ​ແດງ​ຄວາມ​ເສຍ​ດາຍ ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ພະ​ແນກ​ການ​ຄ້າ ຢຸນ​ໜານ ແຈ້ງ​ການ​ຢຸດ​ຕິ​ການ​ນຳ​ເຂົ້າ​ມັງ​ກອນ ຈາກ​ຫວຽດ​ນາມ ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ​ໃນ​ບໍ​ລິ​ເວນ​ນັບແຕ່​ເດືອນ​ກໍ​ລະ​ກົດ 2021 ຍ້ອນມີ​ຄວາມ​ວິ​ຕົກ​ກັງ​ວົນ​ຈາກ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ.

ມາ​ຮອດ​ກາງ​ເດືອນ​ສິງ​ຫາ, ໝາກມັງ​ກອນ​ເວົ້າສະ​ເພາະ ແລະ ໝາກ​ໄມ້ຫຼາຍ​ຊະ​ນິດ, ຜະ​ລິດ​ຕະ​ພັນ​ກະ​ເສດ​ປະ​ເພດ​ຕ່າງໆ​ຂອງ ຫວຽດ​ນາມ ເວົ້າ​ລວມ ໂດຍ​ພື້ນ​ຖານແມ່ນບໍ່​ສາ​ມາດ​ສົ່ງ​ອອກ​ໄປ​ຍັງ​ຈີນ ​ຜ່ານ​ບັນ​ດາ​ດ່າຍ​ຊາຍ​ແດນ ກັບ​ແຂວງ​ຢຸນ​ໜານ. ໃນ​ຂະ​ນະ​ນັ້ນ, ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ຜັກ​ພືດ, ຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ​ຢູນ​ໜານ ສົ່ງ​ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ ຍັງ​ດຳ​ເນີນ​ຢ່າງ​ສະ​ດວກ ດ້ວຍ​ລົດ​ຂົນ​ສົ່ງ​ປະ​ມານ 400 ຄັນຕໍ່​ວັນ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ສະ​ແດງ ຄວາມ​ເຂົ້າ​ໃຈ ແລະ ແບ່ງ​ປັນ​ ຄວາມ​ສົນ​ໃຈ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ຝ່າຍ​ຈີນ, ແຕ່​ຕາມ​ທ່ານ​ແລ້ວ, ພຽງ​ແຕ່​ອົງ​ການ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ດ່ານ​ຊາຍ​ແດນ ແລະ ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ສືບ​ຕໍ່​ປະ​ຕິ​ບັດ​ຂັ້ນ​ຕອນຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ​ຢ່າງ​ເຂັ້ມ​ງວດ ກໍ່ໄດ້ເປັນການ​ຢັ້ງ​ຢືນ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ, ດັ່ງນັ້ນ ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລ​ກະ​ລ​ະ​ບາດ​ໂຄວິດ - 19 ກໍ່ຈະ​ໄດ້​ຮັບ​ການຮັບປະກັນ​ຄວາມ​ປອດ​ໄພ​ຢ່າງ​ເດັດ​ຂ​າດ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສ​າ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ສະ​ເໜີ​ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຈີນ​ ເອົາ​ໃຈ​ໃສ໋, ຊີ້​ນຳ​ແຂວງ​ຢຸນ​ໜານ​ຮີ​ບ​ດ່ວນ​ຍົກ​ເລີກ​ມາດ​ຕະ​ການ​ຈຳ​ກັດ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນຕິດ​ກັບ ຫວຽດ​ນາມ. ພ້ອມ​ທັງ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ ຫວຽດ​ນາມ ສືບ​ຕໍ່​​ທັງປະ​ຕິ​ບັດ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ທັງ​ຮັກ​ສາ​ການ​ຂົ​ນ​ສົ່ງ​ສິ​ນ​ຄ້າໃຫ້​ເປັນ​ປົກ​ກະ​ຕິ.

ໃນ​ຈົດ​ໝາຍ​ທາງ​ການ​ສົ່ງ​ໄປ​ຍັງ​ເຈົ້າ​ແຂວງ​ແຂວງ ຢຸນ​ໜາມ (ຈີນ), ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສ​າ​ຫະ​ກຳ ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽ​ນ ​ກໍ່​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ທີ່​ຄ້າຍ​ຄື​ກັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.