ການເດີນທາງໄປຢ້ຽມຢາມລາວຂອງປະທານປະເທດຫວຽດນາມບັນລຸໝາກຜົນຮອບດ້ານ, ແທດຈິງຫຼາຍຢ່າງ

21:59 | 11/08/2021

ການນຳ 2 ປະເທດໄດ້ເຫັນດີຢ່າງສູງຕໍ່ບັນດາແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.

ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ
ສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ຫວຽດນາມ - ລາວ
ການເດີນທາງໄປຢ້ຽມຢາມລາວຂອງປະທານປະເທດຫວຽດນາມບັນລຸໝາກຜົນຮອບດ້ານ, ແທດຈິງຫຼາຍຢ່າງ
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ (ພາບ: VOV)

ຕອນຄ່ຳວັນທີ 10 ສິງຫາ, ເຮືອບິນນຳສົ່ງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ສິ້ງສຸດການຢ້ຽມຢາມສັນຖະວະໄມຕີປະເທດສປປ.ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ. ໃນລະຫວ່າງວັນທີ 09 – 10 ສິງຫາ, ທ່ານປະທານເທດ ຫງວຽນຊວັນຟຸກ ມີການພົບປະເຈລະຈາ, ພົບປະຂັ້ນສູງ 10 ຄັ້ງ. ໃນການຢ້ຽມຢາມ, ມີເອກະສານ 14 ສະບັບໄດ້ຮັບການລົງນາມ, ແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ທ້ອງຖິ່ນຂອງ 2 ປະເທດ.

ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ຢືນຢັນວ່າ ຜ່ານການຢ້ຽມຢາມ, 2 ຝ່າຍບັນລຸໄດ້ໝາກຜົນແທດຈິງ ແລະ ຮອບດ້ານຫຼາຍຢ່າງ. ການນຳ 2 ປະເທດໄດ້ເຫັນດີຢ່າງສູງຕໍ່ບັນດາແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ; ໂດຍສະເພາະແມ່ນໃນບັນດາຂົງເຂດຫຼັກແຫຼ່ງຄື: ການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ, ເສດຖະກິດ, ວັດທະນະທຳ… ພ້ອມກັນນັ້ນເຫັນດີຕໍ່ແຜນນະໂຍບາຍຍູ້ແຮງການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ຊ່ວຍໃຫ້ ລາວ ພັດທະນາແບບຍືນຍົງ. ກ່ຽວກັບການຮ່ວມມືໃນຂົງເຂດຫຼາຍຝ່າຍ, 2 ຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນອາຊຽນ, ພ້ອມກັນຕັ້ງໜ້າປະກອບສ່ວນສ້າງປະຊາຄົມອາຊຽນສາມັກຄີ ແລະ ມີບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍລວມ, ໃນນັ້ນມີບັນຫາທະເລຕາເວັນອອກ, ການຮັບມືກັບໂລກລະບາດໂຄວິດ-19…

ທ່ານຮອງລັດຖະມົນຕີ ຫງວຽນກວດຢຸງ ຢືນຢັນວ່າ, ການຢ້ຽມຢາມສັນຖະວະໄມຕີສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ປັບປຸງ ແລະ ພັດທະນາການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃນໄລຍະຈະມາເຖິງ.

​vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.