ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ ລະ​ຫວ່າງ ແຂວງ Niigata ແລະ ບັນ​ດາ​ແຂວງ ຫວຽດ​ນາມ

11:39 | 16/08/2021

ຍ​ສ​ໝ - ວັນ​ທີ 10 ສິງ​ຫາ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຫວູ​ຮົ່ງ​ນາມ ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ແຂວງ Niigata ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ແຂວງນີ້​ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ.

ຫວຽດ​ນາມ ຍາມ​ໃດ​ກໍ່ຖື ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ສຳ​ຄັນ​ແຖວ​ໜ້າ ຫວຽດ​ນາມ ຍາມ​ໃດ​ກໍ່ຖື ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ສຳ​ຄັນ​ແຖວ​ໜ້າ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ
ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ ລະ​ຫວ່າງ ແຂວງ Niigata ແລະ ບັນ​ດາ​ແຂວງ ຫວຽດ​ນາມ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: TTXVN)

ໃນ​ການ​ພົບ​ປະ​ກັບ​ທ່ານ Hideyo Hanazumi ຜູ້​ວ່າ​ການ​ແຂວງ Niigata, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ຈະ​ໄດ້​ຮັບ​ການ​ຄວບ​ຄຸ​ມ​ໂດຍ​ໄວ ເພື່ອ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດສອງ​ຝ່າຍ ອາດ​ຈະ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວ​ມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ແຮງກ່​ວາ​ອີກ.

ທ່ານ Hideyo Hanazumi ໃຫ້​ຮູ້​ວ່າ ອຳ​ນາດ​ການ​ປົກ​ຄອງ​ແຂວງ ແລະ ບັນ​ດາ​ທ້ອງ​ຖິ່ນ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໃນ​ການ​ເຊື່ອມ​ໂຍງ​ບັນ​ດາ​ວິ​ສາ​ຫ​ະ​ກິດ ຂອງ​ແຂວງ Niigata ແລະ ຫວຽດ​ນາມ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ລົງ​ທຶນ​ຂ​ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ແຂວງນີ້​ຢູ່ ຫວຽດ​ນາມ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ກໍ່ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ເຈ​ລະ​ຈາ​ກັບ​ອຳ​ນາດ​ການ​ປົ​ກ​ຄອງ​ນະ​ຄອນ Sanjo ຂຶ້ນ​ກັ​ບ​ແຂວງ Niigata ແລະ ບາງວິ​ສາ​ຫະ​ກິດ​ຂອງ​ທ້ອງ​ຖິ່ນນີ້​ທີ່​ພວມ​​ລົງທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.

ທີ່​ການ​ໂອ້​ລົມ​ເຈ​ລະ​ຈາ, ທ່ານ Ryo Takizawa ຜູ້​ວ່າ​ການ Sanjo ໄດ້​ເນັ້ນ​ໜັກ​ວ່າ ນະ​ຄອນ​ມີ​ຄວາມ​ເປັນ​ກຽດ​ຢ່າງ​ຍິ່ງ ເມື່​ອ​ເປັນຫົວ​ໜ່ວຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ຂອງລັດ​ຖະ​ບານ ຍີ່​ປຸ່ນ ຢູ່​ແຂວງ ບ່າ​ເຣຍ - ວຸງ​ເຕົາ ຜ່ານ​ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA).

ຕາມ​ທ່ານ Takizawa ແລ້ວ, ປີ 2017 ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຂອງ Sanjo ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳ​ລຸງ​ສ້າງ​ບຸ​ກ​ຄະ​ລາ​ກອນ ກັບ​ພະ​ແນກ​ອຸດ​ສ​າ​ຫະ​ກຳ ແລະ ການ​ຄ້າ ແຂວງ ບ່າ​ເຣຍ - ​ຫວຸງ​ເຕົາ. ທ່ານ Takizawa ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ເປີດກວ້າງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື, ປະ​ກອບ​ສ່ວນ​ເຂົ້າ​ໃນ​ໂຄງ​ການ​ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດໃຫ້ຫຼາຍ​ກ່​ວາ​ອີກ.

ທ່ານ ຫວູ​ຮົ່ງ​ນາມ ສະ​ແດງ​ຄວາມ​ຫວັງ​ວ່າ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຈະ​ສືບ​ຕໍ່​​ໃຫ​້ຄວາມ​ສົນ​ໃຈ ແລະ ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວ​ມມື​ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ແກ້​ໄຂ​ຄ​ວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

ບັນ​ດາ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ Sanjo ໄດ້​ຕີ​ລາ​ຄ​າ​ສູງ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ໃນ​ກາ​ນ​ຈັດ​ຕັ້ງ​ພົບ​ປະ ແລະ ແລກ​ປ່ຽນ​ທາງ​ໄກ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ລະ​ຫວ່າງ​ຝ່າຍ​ຂອງອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ແລະ ແຂວງ​ບ່າ​ເຣຍ ຫວູງ​ເຕົາ ໃນເດືອນ ພຶດ​ສະ​ພາ ທີ່​ຜ່ານ​ມາ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ໃຫ້​​ຮູ້​ວ່າ ການ​​ພົບ​ປະ ແລະ ແລກ​ປ່ຽນ​ທາງ​ໄກ​ນັ້ນ​ ໄດ້ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ໜ້າ.

ສ່ວນ​ຄວາມ​ຄືບ​ໜ້າ​ໃນ​ໂຄງ​ການ “ເຜີຍ​ແຜ່, ກວດ​ກາ ແລະ ຫັນ​ຍີ່​ຫໍ້ Tsubame Sanjo ເປັນ​ການ​ຄ້າ ແລະ ຂໍ້​ລິ​ເລີ່ມ​ຍີ່​ຫໍ້​ລວມ​ຈາກ​ຜະ​ລິດ​ຂອງ Tsubame Sanjo ຢູ່ ຫວຽດ​ນາມ”, ທ່ານເລ​ຂາ​ເອກ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຫວູ​ຫ໋າຍ​ດຽບ ເນັ້ນ​ໜັກ​ວ່າ: ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ Tsubame Sanjo ມີ​ລັກ​ສະ​ນະ​ໂ​ປ​ແກຼມ​ນຳ​ໃຊ້​ສູງ, ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ຄອບ​ຄົວ​ເທົ່​າ​ນັ້ນ ຫາກ​ຍັງ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ອີກ​ດ້ວຍ.

“ເຜີຍ​ແຜ່, ກວດ​ກາ ແລະ ຫັນ​ຍີ່​ຫໍ້ Tsubame Sanjo ເປັນ​ການ​ຄ້າ ແລະ ຂໍ້​ລິ​ເລີ່ມ​ຍີ່​ຫໍ້​ລວມ​ຈາກ​ຜະ​ລິດ​ຂອງ Tsubame Sanjo ຢູ່ ຫວຽດ​ນາມ” ແມ່ນ​ໂຄງ​ການ​ນຳ​ໃຊ້​ແຫຼ່ງ​ທຶນ ODA, ໂດຍ​ຫ້ອ​ງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ Sanjo ແລະ JICA ຮ່ວມ​ມື​​ກັນປະ​ຕິ​ບັດ​ແຕ່​ເດືອນ​ມິ​ຖຸ​ນາ 2019 ຮອດ​ເດືອນ​ພຶດ​ສະ​ພາ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.