ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ

11:37 | 16/08/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 11 ສິງ​ຫາ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຝຸ່ງ​ແຄງ​ຕ່າຍ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ ທ່ານ​ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ປະ​ຈຳ​ການ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຫງວຽນ​ຮຸຍ​ຕັງ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຮ່ວມ​ມື​ລະ​ຫ່​ວາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ ກຳ​ປູ​ເຈຍ.

ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ນັກ​ສຶກ​ສາ ລາວ ແລະ ກຳ​ປຸ​ເຈຍ ຢູ່ ນະ​ຄອ​ນ​ໂຮ່​ຈີ​ມິນ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂຄວິດ - 19 ນັກ​ສຶກ​ສາ ລາວ ແລະ ກຳ​ປຸ​ເຈຍ ຢູ່ ນະ​ຄອ​ນ​ໂຮ່​ຈີ​ມິນ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂຄວິດ - 19
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ
ການ​ເຮັດ​ວຽກລະ​ຫວ່າງ​ສອງ​ຝ່າຍ (ພາບ: daidoanket.vn)

ທ່ານ​ຝຸ່ງ​ແຄ໊ງ​ຕ່າຍ ໄດ້​ຢັ້ງ​ຢືນ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ​ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ ກຳ​ປູ​ເຈຍ ຍາມ​ໃດ​ກໍ່​ໄດ້​ຮັກ​ສາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ຝ່າຍ, ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ​​ໃນ​ບົດ​ບັນ​ທຶ​ກ​ຊ່ວຍ​ຈຳໂຄງ​ການຮ່ວມ​ມື​ຂອງ​ສະ​ພາ​ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ, ຖະ​ແຫຼງ​ການ​ຮ່ວມ​ ແລະ ຄຳ​ໝັ້ນ​ສັນ​ຍາ​ແຂ່ງ​ຂັນ​ຂອງ​ກອງ​ປ​ະ​ຊຸ​ມ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ ກຳ​ປູ​ເຈຍ.

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ທຸກ​ຂັ້ນ​ເປັນ​ຕົ້ນແມ່ນ​ແນ​ວ​ໂຮມບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ກຳ​ປູ​ເຈຍ ໄດ້​ຈັດ​ຕັ້ງຫຼາຍ​ໂຄງ​ການ, ຂົນ​ຂວາຍ​ປະ​ຊາ​ຊົນ​ບັນ​ດາ​ທ້ອ​ງ​ຖິ່ນ​ທີ່​ມີ​ເສັ້ນ​ຊາຍ​ແດນ​ລວມ​ກັນ​ຮ່ວ​ມ​ມື​ກັບ​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ ຂອງ​ກຳ​ປູ​ເຈຍ, ຊ່ວຍ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ການ​ປະ​ຕິ​ບັດ​ກົດ​ໝາຍ, ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍເສັ້ນ​ຊາຍ​ແດນ​ໃຫ້​ເປັນ​ຢ່າງ​ດີ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽ​ນ​ພົວ​ພັນ​ວັດ​ທະ​ນະ​ທຳ​ສິ​ລ​ະ​ປະ, ກິລາ-ກາຍະ​ກໍາ, ປະ​ກອບ​ສ່ວນ​ສ​ຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຍືນ​ຍົງ.

ທ່ານ​ຮອງ​ປະ​ທານ​ ຝຸ່ງ​ແຄ໊ງ​ຕ່າຍ ​ມີ​ຄວາມ​ຫວັງ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່​ແມ່ນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັກ​ແຫ່ງ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍາມ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ທ່ານ ຫງວຽນ​ຮຸຍ​ຕັງ ຈະ​ມີ​ຄວາມ​ສົນ​ໃຈ, ສະ​ໜັບ​ສະ​ໜູນ ແລະ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ ກຳ​ປູ​ເຈຍ.

ທ່ານ ຫງວຽນ​ຮຸຍ​ຕັງ​ ຢັ້ງ​ຢືນວ່າ ດ້ວຍ​ບົດ​ບາດ​ແມ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ, ທ່ານ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່​ອ​ຮ່ວມ​ເດີນ​ທາງ​ກັບ​ແນວ​ໂຮມ, ຊຸກ​ຍູ້ ແລະ ຕິດ​ພັນ​ສອງ​ອົງ​ການ​ແນວ​ໂຮມ​ຂອງ​ສອງ​ປະ​ເທດ.

ຕາມ​ທ່ານ ຫງວຽນ​ຮຸຍ​ຕັງ​ ແລ້ວ ປີ 2022 ຈະ​ແມ່ນ​ປີ ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ດ້ວຍ​ບົດ​ບາດ​ຂອງ​ຕົນ ຈະ​ຊຸກ​ຍູ້​ການ​ໂຄ​ສະ​ນາເຜີຍ​ແຜ່, ​ສຶກ​ສາ​ໄປ​ຍັງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ ເປັນ​ຕົ້ນ​ແມ່ນ​ລຸ້ນ​ໜຸ່ມ ກ່ຽວ​ກັບ​ມູ​ນ​ເຊື້ອ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ, ມີ​ຄວາມ​ເອົາ​ໃຈ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ແພດ​ເຂດ​ຊາຍ​ແດນ, ມີ​ແຜນ​ການ​ຈັດ​ຕັ້ງ​ບັນ​ດາ​ຊຸດ​ບຳ​ລຸງ​ສ້າງ, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ວຽກ​ງານແນວ​ໂຮມ​ໃຫ້​ແກ່​ພະ​ນັກ​ງານ​ຂອງ​ແນວ​ໂຮມ​ປະ​ເທດ​ກຳ​ປູ​ເຈຍ...

ທ່ານ ຫງວຽນ​ຮຸຍ​ຕັງ ກໍ່​ຢັ້ງ​ຢືນ​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ງານ​ຢູ່ ກຳ​ປູ​ເຈຍ, ດ້ວຍ​ບົດ​ບາດ​ແມ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຂ້າ​ພ​ະ​ເຈົ້າຈະ​ເປັນ​ເຈົ້າ​ການ​ໃນ​ການ​ສົມ​ທົບ​, ໜູນ​ຊ່ວຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເພື່ອ​ຈັດ​ຕັ້ງການມາ​​ຢ້​ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກຳ​ປູ​ເຈຍ​ ຂອງບັນ​ດາ​ຄະ​ນະ​ຜູ້​ແທນ, ຄະ​​ນະ​ປະ​ຕິ​ບັດ​ງານ​ຂັ້ນ​ສູງ​​ຢ່າງ​ສຳ​ເລັດ​ຜົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.