ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ

18:16 | 09/09/2021

ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຕັ້ງໜ້າຊຸກຍູ້ການພົວພັນປ້ອງກັນຊາດ ລະຫວ່າງ ອາຊຽນ - ສ.ເກົາຫຼີ ເພື່ອຜົນປະໂຫຍດລວມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ຮັກສາສັນຕິພາບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ໜູນຊ່ວຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດ ອາຊຽນ.

ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19 ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: dangcongsan.vn)
ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: dangcongsan.vn)

ຕອນບ່າຍວັນທີ 08 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ - ສ.ເກົາຫຼີ ໂດຍທ່ານ Park Jae – min, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ເປັນປະທານ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ອີກດ້ວຍ.

ປະກອບຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະເທດປະສານງານສາຍພົວພັນຄູ່ຮ່ວມມື ລະຫວ່າງ ອາຊຽນ - ສ.ເກົາຫຼີ (ອາຍຸການ 2021 – 2024), ທ່ານພົນໂທ ຮວ່າງຊວັນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຕັ້ງໜ້າຊຸກຍູ້ການພົວພັນປ້ອງກັນຊາດ ລະຫວ່າງ ອາຊຽນ - ສ.ເກົາຫຼີ ເພື່ອຜົນປະໂຫຍດລວມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ຮັກສາສັນຕິພາບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ໜູນຊ່ວຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດ ອາຊຽນ. ທ່ານ ຮວ່າງຊວັນຈ໊ຽນ ກໍຢັ້ງຢືນວ່າ ຈະສະໜັບສະໜູນບັນດາເວທີປາໄສຫຼາຍຝ່າຍ ໂດຍ ສ.ເກົາຫຼີ ຈັດຕັ້ງ ເປັນຕົ້ນແມ່ນ ການເຈລະຈາດ້ານປ້ອງກັນຊາດ ເຊີອຸນ ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 8 – 10 ກັນຍາ ແລະ ກອງປະຊຸມລັດຖະມົນຕີກະຊວງຮັກສາສັນຕິພາບ ສປຊ ເຊິ່ງຄາດວ່າຈະດຳເນີນໃນເດືອນທັນວາ 2021.

vovworld.vn

ທ່ານອາດຈະມັກ

302 Found

Found

The document has moved here.