ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ

06:38 | 27/08/2021

ຍ​ສໝ - ວັນ​ທີ 24 ສິງ​ຫາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ.ຈີນ ປະ​ຈຳ ຫວຽດ​ນາມ ຊຸງປົວ.

ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175 ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175
ສະ​ຖານທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ການ​ທູດ ວັກ​ຊິນ ສະ​ຖານທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ການ​ທູດ ວັກ​ຊິນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ (ພາ​ບ: vnexpress.net)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອວຍ​ພອນ ຈີນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຈີນ, ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພັກ​ກອມ​ມູ​ນິດ ຈີ​ນ ດ້ວຍ​ບົດ​ບາດ​ເປັນ​ແກ່​ນ​ສານ​ຂອງ ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ຈະ​ນຳ​ພາ​ປະ​ຊາ​ຊົນ ຈີ​ນ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ທີ່​ໄດ້​ວາງ​ອອກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງຢືນ​ວ່າ​, ຫວຽດ​ນາມ ຖື​ການ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບທີ່​ເປັນ​ມູ​ນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຈີນ​ເປັນ​ສຳ​ຄັນ, ຖືນີ້​ແມ່ນ​ການ​ຄັດ​ເລືອກຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ ຫວຽດ​ນາມ. ຫວຽດ​ນາມ ຢຶດ​ໝັ້ນ​ກັບ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ, ເປັນເຈົ້າການ, ຫັນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບ​ແບບ, ຕັ້ງ​ໜ້າ​ເປັນ​ເຈົ້າ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຄົມ​ສາ​ກົນ. ຫວຽດ​ນາມ ບໍ່​ເຊື່ອມ​ຕໍ່​ກັບ​ປະ​ເທດນີ້ ເພື່ອ​ຕ້ານ​ຄືນ​ປະ​ເທດ​ອື່ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຫວັງ​ວ່າ ສອງ​ຝ່າຍ​ຈະເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຍູ້​ແຮງ​ການ​ຮ່ວມ​ມືຮອບດ້ານ​ໃນ​ທຸກ​ຊ່ອງ​ທາງ​ຂອງ​ພັກ, ລັດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ຊາ​ຊົນ ແລະ ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ເສີມ​ຂະ​ຫຍາຍ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ຈີນ. ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ສອງ​ຝ່າ​ຍ​ຄວນ​ບຸ​ລິ​ມະ​ສິດ​ໃຫ້​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັ້ກ​ວ່າ ຕ້ອງ​ມີ​ວິ​ທີ​ການ​ສຳ​ຜັດ​ໃນ​ທົ່ວ​ໂລກ ແລະ ມີ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ວັກ​ຊິນ, ຮ່ວມ​ແຮງ​ຮ່ວມ​ໃຈ​ສາ​ມັກ​ຄ​ີ​ກັນ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ຢັ້ງ​ຢືນ​ວ່າ ວັກ​ຊິນ​ດີ​ທີ່​ສຸດ​ແມ່ນ​ວັກ​ຊິນ​ທີ່ໄດ້​ຮັບ​ການ​ສັກ​ໄວ​ທີ່​ສຸດ.

ທ່ານນາຍົກ​ລັດ​ຖະ​ມົນ​ຕີ ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ ເມື່ອ​ໄດ້​ໜູນ​ຊ່ວຍວັກ​ຊິນໃຫ້​ແກ່ ຫວຽດ​ນາ​ມ ​ຕື່ມ​ອີກ 2 ລ້ານໂດສ, ຢັ້ງ​ຢືນ​ວ່າ ນີ້​ແມ່ນ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ ແລະ ທັນ​ການ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ມັກ​ຄ​ີ, ມີ​ການ​ຊ່​ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ພ້ອມ​ທັງ​ມີ​ຄ​ວາມ​ຫວັງ​ວ່າ ຈີນ ຈະສືບ​ຕໍ່​ໜູນ​ຊ່ວຍ​ວັກ​ຊິນ​, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ວິດ​ວັກ​ຊິນ ແລະ ຢາ​ປິ່ນ​ປົວ​ໂຄວິດ - 19 ໃຫ້ ຫວຽດ​ນາມ ຕື່ມ​ອີກ, ແລກ​ປ່ຽນ​ນັກ​ຊ່ຽວ​ຊານ​ການ​ແພດ, ແບ່ງ​ປັນ​ວິ​ທີ​ການ​ປິ່ນ​ປົວ, ບົດ​ຮຽນ, ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ກັບ ຫວຽດ​ນາມ.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ມ​າ​ນະ​ພະ​ຍາ​ຍາມ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ, ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ທະ​ເລ ຕາມ​ຈິດ​ໃຈ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ, ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ໃນ​ທະ​ເລ ແລະ ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ ສົນ​ທິ​ສັນ​ຍາ​ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982, ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ອາ​ຊຽນ ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC) ໃຫ້​ຄົບ​ຖ້ວນ ແລະ ເຂັ້ມ​ງວດ​ກ່​ວາ​ອີກ, ຊຸກ​ຍູ້​ການເຈລະຈາ​ການ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ແລະ ແທດ​ຈິງ​ກ່​ວາ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊຸງ​ປົວ ຢັ້ງ​ຢືນ​ວ່າ ພັກ ແລະ ລັດ​ຖະ​ບານ ຈີນ ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ, ພ້ອມ​ແລ້ວ​ທີ່​ຈະເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື້ອ​ໃຈ​ດ້ານ​ການ​ເມືອງ ກ​ອ່ນ​ອື່ນ​ແມ່ນ​ຜ່ານ​ການ​ພົບ​ປະ​ຂັ້​ນ​ສູງ, ສະ​ແດງໃຫ້ເຫັນ​ວ່າ ພາຍຫຼັງ​ການ​ໜູນ​ຊ່ວຍ​ວັກ​ຊ​ິນ​ກັນ​ໂຄວິດ - 19 2 ລ້ານ​ໂດ​ສ ຄັ້ງ​ນີ້ ຈີນ​ພ້ອມ​ແລ້ວ​ທີ່​ຈະ​ພິ​ຈາ​ລະ​ນະ​ສືບ​ຕໍ່​ໜູນ​ຊ່ວຍ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາ​ມ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຊຸງ​ປົວ​ ຢັ້ງ​ຢຶນ​ວ່າ ຈີນ ປາດຖະໜາພ້ອມກັບ ຫວຽດ​ນາມ ຈະຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃຫ້​ເປັນ​ຢ່າງ​ດີ, ແກ້​ໄຂ​ບັນ​ຫາ​ໃນ​ທະ​ເລ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຕາມ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.