ນາຍທະຫານ ຫວຽດນາມ ເຂົ້າຮ່ວມ ງານສະແດງການທະຫານສາກົນ 2019 ຢູ່ ລັດເຊຍ
ຍສໝ - ປີນີ້ແມ່ນປີທີສອງ ຫວຽດນາມ ສົ່ງຄະນະນາຍທະຫານເຂົ້າຮ່ວມງານສະແດງການທະຫານສາກົນ ຊື່ງດຳເນີນແຕ່ວັນທີ 3 -17 ສິງຫາ ຢູ່ ລັດເຊຍ ດ້ວຍຫລາຍເນື້ອໃນແຂ່ງຂັນ ແລະ ໄດ້ຈັດຕັ້ງໃນພາບດຽວຢູ່ 9 ປະເທດ.
ຍສໝ - ປີນີ້ແມ່ນປີທີສອງ ຫວຽດນາມ ສົ່ງຄະນະນາຍທະຫານເຂົ້າຮ່ວມງານສະແດງການທະຫານສາກົນ ຊື່ງດຳເນີນແຕ່ວັນທີ 3 -17 ສິງຫາ ຢູ່ ລັດເຊຍ ດ້ວຍຫລາຍເນື້ອໃນແຂ່ງຂັນ ແລະ ໄດ້ຈັດຕັ້ງໃນພາບດຽວຢູ່ 9 ປະເທດ.
ຍສໝ - ຕອນບ່າຍວັນທີ 30 ກໍລະກົດ 2019, ກອງບັນຊາການທະຫານຊາຍແດນ ສົມທົບກັບພະແນກພາຍໃນແຂວງແທງຮວາ ໄດ້ຈັດພິທີປິດຊຸດຮຽນພາສາລາວໃຫ້ພະນັກງານ 43 ຄົນທີ່ເປັນພະນັກງານລັດຖະກອນຂອງເມືອງ ເມຶ່ອງລ໋າດ, ກ່ວານເຊີນ, ກ່ວານຮ໋ວາ... ແລະ ນາຍທະຫານວິຊາສະເພາະ ທີ່ເຮັດວຽກຢູ່ຄ້າຍທະຫານປ້ອງກັນຊາຍແດນຫວຽດນາມ - ລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2019, ເນື່ອງໃນໂອກາດມາເຂົ້າຮ່ວມພິທີປະດັບຫຼຽນໄຊ, ຫຼຽນກາທີ່ລະນຶກໃຫ້ແກ່ໝູ່ຄະນະ ແລະບຸກຄົນໃນບໍລິເວນສອງແຂວງ ເງະອານ ແລະຮ່າຕິ້ງ. ທ່ານ ສັນຕິພາບ ພົມວິຫານ ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະພະນັກງານແຂວງສະຫວັນນະເຂດ ໄດ້ເດີນທາງມາຢ້ຽມຢາມກອງບັນຊາການທະຫານເຂດ 4 ຂອງຫວຽດນາມ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2019), ບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ສະແດງຄວາມຮູ້ບຸນຄຸນໄດ້ ແລະ ພວມດຳເນີນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ.
ກອງບັນຊາການທະຫານ ແຂວງສະຫວັນນະເຂດ ເປີດ ກອງປະຊຸມສະຫຼຸບວຽກງານ ການຊີ້ນຳ-ນຳພາວຽກງານ ຮອບດ້ານຂອງຄະນະພັກປະ ຈຳ 6 ເດືອນຕົ້ນປີ 2019 ຂຶ້ນ ໃນວັນທີ 17-19 ກໍລະກົດ 2019 ນີ້. ຢູ່ທີ່ສະໂມສອນກອງ ບັນຊາການທະຫານແຂວງ ພາຍໃຕ້ການເປັນປະທານ ຂອງ ພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ ຫົວໜ້າການ ເມືອງກອງບັນຊາການທະ ຫານແຂວງ, ເປັນກຽດເຂົ້າ ຮ່ວມໂດຍ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງ ພັກເລຂາພັກແຂວງເຈົ້າແຂວງ ສະຫວັນນະເຂດ, ມີບັນດາທ່ານ ໃນຄະນະພັກ-ຄະນະຫ້ອງ, ຫົວ ໜ້າພະແນກ ແລະຮອງພະແນກ ການຈາກອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງທີ່ຂຶ້ນກັບ ຈາກ 15 ກອງບັນຊາການທະ ຫານເມືອງ, ກອງພັນແລະກອງ ຮ້ອຍເອກະລາດເຂົ້າຮ່ວມ.
ທ້າຍອາທິດແລ້ວ, ສະຫາຍພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າ ການທະຫານ ວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບອຳລາຂອງຄະນະຄູ-ອາຈານ ກອງທັບປົດປ່ອຍ ປະຊາຊົນຈີນ ປະຈຳ ສົກຮຽນ 2018-2019, ນຳໂດຍ ສະຫາຍ ພັນເອກ ພິເສດ ຫວາງໂສ ກົວ ຫົວໜ້າຄະນະຄູ-ອາຈານ ສປ ຈີນ ປະ ຈຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.
ຍສໝ - ຝົນຕົກຕົກແດດໃນລະດູຮ້ອນ, ບາງຄັ້ງກໍມີຕົກແກ່ຍາວຫຼາຍມື້, ອາດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃດໜຶ່ງຕ້ອງຢຸດສະຫງັດຫຼືບາງຄັ້ງກໍ່ຕ້ອງໄດ້ເລື່ອນໄປ. ນີ້ແມ່ນໄລຍະເວລາສັ້ນໆຂອງພະນັກງານ, ທະຫານ ໜ່ວຍທ້ອນໂຮມອັດຖິທະຫານວິລະຊົນ (ທະຫານເຂດ 2) ຍາດເວລາເພື່ອພັກຜ່ອນ, ກັບບ້ານຢ້ຽມ ຄອບຄົວ ພາຍຫຼັງຫຼາຍເດືອນ ເລາະໄປທົ່ວປ່າເຂົາ, ເຂົ້າໄປຮອດປ່າເລິກ ແລະ ຕືບໜາ ເພື່ອປະຕິບັດພາລະກິດ ພາອ້າຍນ້ອງທະຫານວິລະຊົນ ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ກັບຄືນບ້ານເກີດເມືອງນອນອັນຮັກແພງ.
ຍສໝ- ສອງວັນທີ່ຜ່ານມາ, ຢູ່ ນະຄອນຫຼວງຮ່າໂນ້ຍ, ເພື່ອແນໃສ່ສະເຫຼີມສະຫຼອງ ຄົບຮອບ 72 ປີ ວັນຜູ້ເສຍອົງຄະ-ວິລະຊົນ ແລະ 40 ປີ ການຕໍ່ສູ້ເພື່ອປ້ອງກັນຊາຍແດນທາງພາກເຫນືອ ຂອງຊາດ, ສະມາຄົມຜູ້ຊ່ວຍເຫຼືອຄອບຄົວວິລະຊົນຫວຽດນາມ ໄດ້ປະສານສົມທົບກັບ ບໍລິສັດຫຸ້ນສ່ວນ ສື່ສານມວນຊົນ ໂຣ່ງຫວຽດ ຈັດລາຍການສິນລະປະ "ສຽງເພງຂອງທະຫານຊາຍແດນຜູ້ອົງອາດ "
ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວຂຶ້ນຢ່າງເປັນທາງການ ໃນວັນທີ 16 ກໍລະກົດ 2019 ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ມີສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ມີບັນດາສະຫາຍ ຄະນະນຳກະຊວງປ້ອງກັນປະເທດ ບັນດາກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນວັນທີ 15 ກໍລະກົດ 2019, ສະຖາບັນຍຸດທະສາດປ້ອງກັນຊາດ-ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານກະຊວງປ້ອງກັນປະເທດລາວ ຊຸດທີ 4 ທີ່ກອງ 871.
ຍສໝ - ໃນວັນທີ 09 ກໍລະກົດ, ຢູ່ທີ່ຫ້ອງປະຊຸມກອງບັນຊາການ, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງ ໄດ້ຕ້ອນຮັບການເຄື່ອນໄຫວ ຢ້ຽມຢາມຂອງຄະນະຜູ້ແທນ ຈາກໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຫູວ ແທ້ງ ວິງ ຮອງອຳນວຍການໂຮງຮຽນນາຍທະຫານ ບົກເລກ 1 ກອງທັບປະຊາຊົນ ຫວຽດນາມ.
ຍສໝ - ໃນລະຫວ່າງວັນທີ 9-12 ກໍລະກົດ ຢູ່ນະຄອນຫຼວງບາງກອກ, ປະເທດໄທ ໄດ້ຈັດຕັ້ງ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13.
ຍສໝ - ເຖິງວ່າຈະພົບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ໃນປີຜ່ານມາ, ກອງຮ້ອຍທະຫານປ້ອງກັນຊາຍແດນ 321, ກອງບັນຊາການທະຫານຊາຍແດນ ແຂວງສະຫວັນນະເຂດ ສປປ ລາວ ແລະ ຄ້າຍທະຫານປ້ອງກັນຊາຍແດນ ເຫື໋ອງເລີບ, ທະຫານຊາຍແດນແຂວງກ້ວາງຈິ ໄດ້ມີການເຄື່ອນໄຫວ, ປະສານໃນວຽກງານການຄຸ້ມຄອງ, ປ້ອງກັນສິດອະທິປະໄຕ, ຄວາມສະຫົງບຊາຍແດນ ໃນຂົງເຂດຂອງຕົນຮັບຜິດຊອບ. ພູສູງ, ເຫວຊັນ ພັດແຫ່ງເຮັດໃຫ້ນໍ້າໃຈເຕັມໄປດ້ວຍຄວາມສາມັກຄີ, ຮັດແໜ້ນ ຂອງຂອງທະຫານປ້ອງກັນ ຊາຍແດນ ຫວຽດນາມ ແລະ ລາວ.
ພິທີວາງສີລາລຶກກໍ່ສ້າງທາງເບຕົງ ແລະ ເດີ່ນໜ້າຫ້ອງການກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 4 ກໍລະກົດ 2019.
ຍສໝ - ໃນວັນທີ 2 ກໍລະກົດ 2019, ສະຫາຍ ພົນໂທ ເລ ຈຽມ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມກອງບັນຊາການທະຫານ ແຂວງຫລວງພະບາງ.
ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.
ຍສໝ - ໃນຕອນເຊົ້າວັນທີ 1 ກໍລະກົດ, ຢູ່ທີ່ຮ່າໂນ້ຍ, ກົມໃຫຍ່ພະລາທິການ ປະສານກັບສະຖາບັນ ພະລາທິການ ໄດ້ຈັດຕັ້ງການໄຂຫຼັກສູດການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ.
ຍສໝ - ເມື່ອມໍ່ໆມານີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ ໄດ້ດໍາເນີນພິທີມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ) ຈໍານວນ 7 ຄົນ.
ຍສໝ - ໃນລະຫວ່າງວັນທີ 28-29 ມິຖຸນາ. ຄ້າຍທະຫານຊາຍແດນຕາມເຮີ້ບ, ທະຫານຊາຍແດນແຂວງເງະອານ, ຫວຽດນາມ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 251 ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍຊາຍແດນຫວຽດນາມ-ລາວ.
ໃນວັນທີ 25 ມິ ຖຸນາ 2019, ຄະນະຜູ້ແທນກະຊວງການຕ່າງປະເທດໄດ້ນໍາພາ ໂດຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສິງກະໂປ ເຂົ້າຢ້ຽມຢາມ ແລະເຮັດວຽກ ກັບ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ ລາວ.