ເພີ່ມທະວີການຮ່ວມມື ລະຫວ່າງ ກໍາລັງປະກອບອາວຸດທະຫານເຂດ 4 ແລະ ແຂວງສະຫວັນນະເຂດ

10:02 | 31/07/2019

ຍສໝ - ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2019, ເນື່ອງໃນໂອກາດມາເຂົ້າຮ່ວມພິທີປະດັບຫຼຽນໄຊ, ຫຼຽນກາທີ່ລະນຶກໃຫ້ແກ່ໝູ່ຄະນະ ແລະບຸກຄົນໃນບໍລິເວນສອງແຂວງ ເງະອານ ແລະຮ່າຕິ້ງ. ທ່ານ ສັນຕິພາບ ພົມວິຫານ ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະພະນັກງານແຂວງສະຫວັນນະເຂດ ໄດ້ເດີນທາງມາຢ້ຽມຢາມກອງບັນຊາການທະຫານເຂດ 4 ຂອງຫວຽດນາມ.

ເພີ່ມທະວີການຮ່ວມມື ລະຫວ່າງ ກໍາລັງປະກອບອາວຸດທະຫານເຂດ 4 ແລະ ແຂວງສະຫວັນນະເຂດ

ບັນຍາກາດທີ່ການຕ້ອນຮັບ.(ພາບ: baonghean.vn)

ທີ່ການຕ້ອນຮັບ, ສະຫາຍ ສັນຕິພາບ ພົມວິຫານ ໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ແຂວງສະຫວັນນະເຂດ ແລະ ທະຫານເຂດ 4 ໄດ້ມີບັນດາການຢ້ຽມຢາມ, ແລກປ່ຽນບົດຮຽນ, ແລກປ່ຽນຄະນະຜູ້ແທນນຳກັນ; ກໍາລັງປະກອບອາວຸດທະຫານເຂດ 4 ໄດ້ມີບັນດາການເຄື່ອນໄຫວຊ່ວຍເຫຼືອແຂວງສະຫວັນນະເຂດຫຼາຍຢ່າງໃນການພັດທະນາເສດຖະກິດ-ສັງຄົມ, ຝຶກອົບຮົມພະນັກງານ...

ສະຫາຍ ສັນຕິພາບ ພົມວິຫານ ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ແຂວງສະຫວັນນະເຂດ ແລະ ທະຫານເຂດ 4 ຈະເພີ່ມທະວີການສົມທົບ, ຊ່ວຍເຫຼືອກັນໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ຫຼາຍກວ່ານີ້ອີກ..., ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີພິເສດລະຫວ່າງສອງພັກ ສອງລັດ ເວົ້າລວມ, ແຂວງສະຫວັນນະເຂດ ແລະ ທະຫານເຂດ 4 ເວົ້າສະເພາະ.

ເພີ່ມທະວີການຮ່ວມມື ລະຫວ່າງ ກໍາລັງປະກອບອາວຸດທະຫານເຂດ 4 ແລະ ແຂວງສະຫວັນນະເຂດ

ສະຫາຍ ພົນຈັດຕະວາ ເຈິ່ນຫວໍຢຸ້ງ ມອບຂອງຂວັນທີ່ລະນຶກໃຫ້ແກ່ ສະຫາຍ ສັນຕິພາບ ພົມວິຫານ.(ພາບ: baonghean.vn)

ທີ່ການຕ້ອນຮັບ, ສະຫາຍ ພົນຈັດຕະວາ ເຈິ່ນຫວໍຢຸ້ງ ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຂດ 4 ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງສະຫວັນນະເຂດ ແລະ ກໍາລັງປະກອບອາວຸດທະຫານເຂດ 4 ໄດ້ມີການຮ່ວມມື, ຊ່ວຍເຫຼືອກັນ, ປະກອບສ່ວນໃນການພັດທະນາການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ນອກຈາກນັ້ນ, ສະຫາຍ ພົນຈັດຕະວາ ເຈິ່ນຫວໍຢຸ້ງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງສະຫວັນນະເຂດ ຈະເອົາໃຈໃສ່, ຊ່ວຍເຫຼືອໃຫ້ຫຼາຍກວ່ານີ້ອີກຕໍ່ກອງຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຂວງກວ໋າງຈິ ແລະ ບໍລິສັດໃຫຍ່ຮ່ວມມືເສດຖະກິດ Coecco ທີ່ກໍາລັງປະຕິບັດໜ້າທີ່ຢູ່ບໍລິເວນແຂວງສະຫວັນນະເຂດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ