ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13

09:12 | 10/07/2019

ຍສໝ - ໃນລະຫວ່າງວັນທີ 9-12 ກໍລະກົດ ຢູ່ນະຄອນຫຼວງບາງກອກ, ປະເທດໄທ ໄດ້ຈັດຕັ້ງ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13.

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງ ຊວນ ລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 13.

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13

ທ່ານພົນເອກ ໂງ ຊວນ ລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: TTXVN)

ການເຂົ້າຮ່ວມ ADMM ຄັ້ງທີ 13 ຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນບັນດາຂົງເຂດຮ່ວມມືໃນຂອບເຂດ ADMM, ສືບຕໍ່ຜັນຂະຫຍາຍບັນດາຂໍ້​ລິ​ເລີ່ມຂອງຫວຽດນາມ ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດອາຊຽນ; ພ້ອມທັງຢັ້ງຢືນບົດບາດ, ຖານະບົດບາດຂອງຫວຽດນາມສຳລັບພາກພື້ນ ແລະ ໂລກຜ່ານການເຄື່ອນໄຫວທີ່ບັນດາເວທີປາໄສຫຼາຍຝ່າຍ ກໍ່ຄືຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.