ຫວຽດນາມ ສົ່ງນາຍທະຫານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ

16:27 | 01/07/2019

ຍສໝ - ເມື່ອມໍ່ໆມານີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ ໄດ້ດໍາເນີນພິທີມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ) ຈໍານວນ 7 ຄົນ.

ຫວຽດນາມ ສົ່ງນາຍທະຫານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ

ທ່ານ ຫງວຽນ ຈິ໋ ວິ້ງ ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານ 7 ຄົນ ເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.(ພາບ:baoquocte.vn)

ທີ່ພິທີດັ່ງກ່າວ, ທ່ານພົນໂທ ຫງວຽນ ຈີ໋ ວິ້ງ ໄດ້ເນັ້ນໜັກວ່າ: ນີ້ແມ່່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ແຕ່ກໍແມ່ນໜ້າທີ່ລໍາບາກທີ່ສຸດ ເມື່ອຕ້ອງເຄື່ອນໄຫວໃນສະພາບແວດລ້ອມນາໆຊາດຂອງ ສປຊ. ພ້ອມທັງມີຄວາມມຸ່ງຫວັງປາດຖະໜາວ່າ: ບັນດານາຍທະຫານທີ່ໄດ້ຮັບໜ້າທີ່ ຈົ່ງມານະພະຍາຍາມແກ້ໄຂສິ່ງກີດຂວາງ, ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ. ທ່ານພົນໂທ ຫງວຽນ ຈິ໋ ວິ້ງ ກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າບັນດານາຍທະຫານໄປປະຕິບັດໜ້າທີ່ຄັ້ງນີ້ທີ່ຄະນະປະຕິບັດງານ ສະຫະປະຊາຊາດ ຈະປະຕິບັດສໍາເລັດໜ້າທີ່ ເຊິ່ງ ພັກ, ລັດ ແລະ ກອງທັບ ມອບໝາຍໃຫ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.