ຈິດໃຈຂອງທະຫານ "ຮ່ວມດື່ມນຳ້" ຮ່ວມສາຍແມ່ນຳ້ດຽວກັນ ແມ່ນ້ໍາ ເຊບັງຫຽງ

11:57 | 07/07/2019

ຍສໝ - ເຖິງວ່າຈະພົບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ໃນປີຜ່ານມາ, ກອງຮ້ອຍທະຫານປ້ອງກັນຊາຍແດນ 321, ກອງບັນຊາການທະຫານຊາຍແດນ ແຂວງສະຫວັນນະເຂດ ສປປ ລາວ ແລະ ຄ້າຍທະຫານປ້ອງກັນຊາຍແດນ ເຫື໋ອງເລີບ, ທະຫານຊາຍແດນແຂວງກ້ວາງຈິ ໄດ້ມີການເຄື່ອນໄຫວ, ປະສານໃນວຽກງານການຄຸ້ມຄອງ, ປ້ອງກັນສິດອະທິປະໄຕ, ຄວາມສະຫົງບຊາຍແດນ ໃນຂົງເຂດຂອງຕົນຮັບຜິດຊອບ. ພູສູງ, ເຫວຊັນ ພັດແຫ່ງເຮັດໃຫ້ນໍ້າໃຈເຕັມໄປດ້ວຍຄວາມສາມັກຄີ, ຮັດແໜ້ນ ຂອງຂອງທະຫານປ້ອງກັນ ຊາຍແດນ ຫວຽດນາມ ແລະ ລາວ.

ຈິດໃຈຂອງທະຫານ

ບັນດາເຈົ້າຫນ້າທີ່ທະຫານ ແລະ ກອງທະຫານຊາຍແດນເຫື໋ອງເລີບ ແລະ ກອງຮ້ອຍປ້ອງກັນຊາຍແດນ 321 ກວດກາລາດຕະເວນ ສອງຝ່າຍ ຢູ່ທີ່ເຂດຫຼັກຫມາຍຊາຍແດນເລກທີ 578. (ພາບ: ຈຸກຮ່າ)

ໃຫ້ການຕ້ອນຮັບພວກເຮົາແມ່ນ ຮ້ອຍໂທ ບົວຄຳ ແສນບຸດຕະລາດ ຮອງຫົວໜ້າກອງຮ້ອຍ - ກອງຮ້ອຍປ້ອງກັນຊາຍແດນ 321 (ທີ່ເອີ້ນວ່າ ກອງຮ້ອຍ 321) ດ້ວຍການຈັບມືອັນໄກ້ສິດສະໜິດແຫນ້ນ. ແຕ່ດົນມາແລ້ວ, ພັນຕີ ມາ ເຟືອງ ຈິງ, ສະມາຊິກການເມືອງ ຮອງຫົວໜ້າຄ້າຍທະຫານ ຊາຍແດນເຫື໋ອງເລີບ ຫຼື ຮ້ອຍໂທ ໂງ ວັນ ລຶກ, ຮ້ອຍຕີ ເລ ຫງັອກ ບໍ່ແມ່ນຊື່ທີ່ແປກ ສໍາລັບເຈົ້າຫນ້າທີ່, ພະນັກງານ, ນັກຮົບ ກອງຮ້ອຍ 321 ຍ້ອນການປະສານສົມທົບ ລະຫວ່າງ 2 ຫນ່ວຍງານ ເປັນປະຈຳ ແລະ ຕໍ່ເນື່ອງ.

ລະດັບຄວາມຮູ້ດ້ານພາສາຫວຽດ ຂອງ ຮອງຫົວໜ້າກອງຮ້ອຍ ບົວຄຳແສນ ບໍ່ເກັ່ງປານໃດ ແຕ່ພຽງພໍທີ່ຈະອະທິບາຍ ແລະ ເຂົ້າໃຈສິ່ງທີ່ຕົນເວົ້າ. ຮ້ອຍຕີ ວິລະບູລີ ປະຈຳຢູ່ກອງຮ້ອຍປ້ອງກັນຊາຍແດນມາຫຼາຍປີແລ້ວ, ແລ້ວໄດ້ຮຽນພາສາຫວຽດດ້ວຍຕົນເອງດັ່ງຄວາມສາມາດດ້ານພາສາຫວຽດ ຂອງລາວແມ່ນເກັ່ງຫຼາຍ. ພ້ອມດຽວກັນນັ້ນ, ການຮຽນພາສາລາວຂອງເຈົ້າຫນ້າທີ່, ທະຫານ, ນັກຮົບ ຂອງຄ້າຍທະຫານ ຊາຍແດນ ເຫື໋ອງເລີບ ຢາມໃດກໍ່ຮັບຄວາມເອົາໃຈໃສ່. ນອກຈາກ ຮ້ອຍຕີ ເລ ຫງັອກ ຮ່າ ທີ່ຫາກໍ່ຈົບ ຊຸດຝຶກອົບຮົມພາສາລາວ ຫຼັກສູດລາວ 9 ເດືອນ ຢູ່ ໂຮງຮຽນມັດທະຍົມປາຍ ທະຫານຊາຍແດນ 2, ໃຜໆກໍ່ຖືວ່າມີລະດັບພາສາລາວທີ່ສາມາດເວົ້າເຂົ້າໃຈໄດ້ກັບອ້າຍນ້ອງຄົນລາວ.

ຄ້າຍທະຫານຊາຍແດນ ເຫື໋ອງເລີບ ແລະ ກອງຮ້ອຍ 321 ຄຸ້ມຄອງເສັ້ນທາງຊາຍແດນ ດ້ວຍຄວາມຍາວ 28,5 ກິໂລແມັດ ລະຫວ່າງຫວຽດນາມ-ລາວ, ປະກອບມີ 16 ຫຼັກໝາຍຊາຍແດນ, 5 ໝຸດເຄື່ອງຫມາຍ. ແຕ່ລະງວດ ໜຶ່ງຄັ້ງ, ທີ່ທັງສອງຝ່າຍ ຈະຈັດການກວດກາລາດຕະເວນສອງຝ່າຍເພື່ອກວດກາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ. ບັນດາຫຼັກໝາຍຊາຍແດນ 577 - 578, ຫຼື 579 - 580 ທີ່ມີຝາສູງຂັ້ນຂວາງ, ຕ້ອງໃຊ້ເວລາເປັນມື້ຈິ່ງສາມາດມາຮອດໄດ້. ໃນຄວາມລຳບາກຂອງເສັ້ນທາງ ແຕ່ວ່າແຕ່ລະຄົນພັດຊ່ວຍກັນບແແບກຖົງ, ເຄື່ອງອຸປະໂພກ, ແບ່ງປັນກັນກິດນໍ້າກຶກສຸດທ້າຍ. ຄວາມອິດເມື່ອຍທັງໝົດຫາຍໄປໝົດເມື່ອພະນັກງານ, ນັກຮົບ ກວດກາຫຼັກໝາຍສຳເລັດຮຽບຮ້ອຍ ຫຼື ສາມາດຊອກໄດ້ສາຍເຫດຂອງຄວາມເສຍຫາຍ ຫຼື ເປ່ເພຍ້ອນທຳມະຊາດເປັນສິ່ງກະທົບໃສ່, ບໍ່ແມ່ນການທຳລາຍຂອງຄົນທົ່ວໄປ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.