ການລາດຕະເວນຊາຍແດນສອງຝ່າຍລະຫວ່າງ ແຂວງເງະອານ ແລະ ບໍລິຄໍາໄຊ

06:34 | 01/07/2019

ຍສໝ - ໃນລະຫວ່າງວັນທີ 28-29 ມິຖຸນາ. ຄ້າຍທະຫານຊາຍແດນຕາມເຮີ້ບ, ທະຫານຊາຍແດນແຂວງເງະອານ, ຫວຽດນາມ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 251 ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍຊາຍແດນຫວຽດນາມ-ລາວ.

ກອງລາດຕະເວນສອງປະເທດໄດ້ສົມທົບກັນແກ້ໄຂຄວາມທຸກຍາກກ່ຽວກັບອາກາດຮ້ອນຢູ່ເບື້ອງປະເທດຫວຽດນາມ ແລະຝົນຕົກໜັກຢູ່ເບື້ອງປະເທດລາວ, ໄດ້ສໍາເລັດການລາດຕະເວນ, ຖາງກ້ຽງເສັ້ນຊາຍແດນຕອນຊາຍແດນຈາກຫຼັກໝາຍທີ 425 ໄປຮອດຫຼັກໝາຍທີ 426 ແລະ ຫຼັກໝາຍ 425.1; 425.2; 425.3; 426.1; 426.2 ດ້ວຍລວງຍາວທັງໝົດແມ່ນ 14,828 ກິໂລແມັດຢູ່ເສັ້ນຊາຍແດນຫວຽດນາມ-ລາວ.

ການລາດຕະເວນຊາຍແດນສອງຝ່າຍລະຫວ່າງ ແຂວງເງະອານ ແລະ ບໍລິຄໍາໄຊ

ກອງລາດຕະເວນສອງປະເທດປະຕິບັດພິທີຢູ່ຫຼັກໝາຍຊາຍແດນ. (ພາບ: baobienphong)

ສອງຝ່າຍໄດ້ປະຕິບັດຖືກຕ້ອງຕາມຫຼັກການໃນການລາດຕະເວນສອງຝ່າຍ, ແຈ້ງຂໍ້ມູນໃຫ້ກັນຮັບຊາບກ່ຽວກັບເຄື່ອງໝາຍເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຄົ້ນພົບ, ສະກັດກັ້ນ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງລະບຽບຂໍ້ກຳນົດລະຫວ່າງສອງປະເທດໄດ້ຢ່າງທັນການ, ປົກປັກຮັກສາເຄື່ອງໝາຍເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ຢູ່ໃນສະພາບເດີມ.

ການລາດຕະເວນຊາຍແດນສອງຝ່າຍລະຫວ່າງ ແຂວງເງະອານ ແລະ ບໍລິຄໍາໄຊ

ະຫານຊາຍແດນແຂວງເງະອານ ແລະ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ໃນການລາດຕະເວນຊາຍແດນສອງຝ່າຍ. (ພາບ: baobienphong)

ສິ້ນສຸດການລາດຕະເວນ, ສອງກົມກອງໄດ້ມີການຖອດຖອນ, ແລກປ່ຽນສະພາບການທີ່ກ່ຽວຂ້ອງ, ຖືເປັນພື້ນຖານໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ. ການເຄື່ອນໄຫວນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດແໜ້ນຂອງສອງກໍາລັງປົກປັກຮັກສາຊາຍແດນ, ປະກອບສ່ວນເຫື່ອແຮງລວມເພື່ອປົກປັກຮັກສາ, ສ້າງເສັ້ນຊາຍແດນເພື່ອສັນຕິພາບມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.

(ແຫຼ່ງ​ຂໍ້​ມູນ​: ໄຊນີດາ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.