ປິດຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານກະຊວງປ້ອງກັນປະເທດລາວ

09:41 | 17/07/2019

ຍສໝ - ໃນວັນທີ 15 ກໍລະກົດ 2019, ສະຖາບັນຍຸດທະສາດປ້ອງກັນຊາດ-ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານກະຊວງປ້ອງກັນປະເທດລາວ ຊຸດທີ 4 ທີ່ກອງ 871.

ປິດຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານກະຊວງປ້ອງກັນປະເທດລາວ

ພິທີປິດຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານກະຊວງປ້ອງກັນປະເທດລາວ.(ພາບ: qdnd.vn)

ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ຫງວຽນວັນເທິນ, ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ຕີລາຄາວ່າ, ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຈິດໃຈຄວາມຮັບຜິດຊອບສູງ ແລະຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະບັນດາອົງການຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ.

ຊຸດຝຶກອົບຮົມໄດ້ຈັດຕັ້ງແມ່ນແນໃສ່ບໍາລຸງຄວາມຮູ້, ຍົກສູງລະດັບຄວາມຮູ້ ແລະວິທີການຄົ້ນຄວ້າໃຫ້ແກ່ນາຍທະຫານຄົ້ນຄວ້າຂັ້ນຍຸດທະສາດຂອງກອງທັບປະຊາຊົນລາວ. ຝຶກອົບຮົມເປັນເວລາ 1 ເດືອນ, ບັນດານາຍທະຫານກອງທັບປະຊາຊົນລາວ ໄດ້ຮ່ຳຮຽນ, ຄົ້ນຄວ້າທິດສະດີ 10 ຫົວເລື່ອງສະເພາະກ່ຽວກັບຍຸດທະສາດການທະຫານ, ໄປທັດສະນະສຶກສາ, ຄົ້ນຄວ້າຕົວຈິງຢູ່ບັນດາກົມກອງໃນບໍລິເວນທະຫານເຂດ 3. ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະໜຶ່ງເດືອນ ກໍ່ໄດ້ປະກອບສ່ວນໃນການຊຸກຍູ້ສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສອງຊາດ, ສອງກອງທັບ.

(ໄຊພອນ)

302 Found

Found

The document has moved here.