ຄ້າຍທະຫານ-ທະຫານຊາຍແດນ ເຫື໋ອງຟຸ່ງ ຈັດການລາດຕະເວນ ສອງຝ່າຍກັບ ກອງຮ້ອຍ 312, ສປປ ລາວ

11:01 | 04/07/2019

ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.

ຄ້າຍທະຫານ-ທະຫານຊາຍແດນ ເຫື໋ອງຟຸ່ງ ຈັດການລາດຕະເວນ ສອງຝ່າຍກັບ ກອງຮ້ອຍ 312, ສປປ ລາວ

ທັງສອງໜ່ວຍງານ ໄດ້ພົບປະກັນກ່ອນທີ່ຈະເລີ່ມການ ກວດກາລາດຕະເວນ. (ພາບ:ແທັ່ງຟູ໋)

ເຖິງວ່າສະພາບດິນຟ້າອາກາດຈະບໍ່ອຳນວຍ, ຝົນຕົກຂ້ອນຂ້າງຫນັກ, ນ້ໍາຫ້ວຍຂື້ນແລະໄຫຼແຮງ, ແຕ່ພະນັກງານ, ທະຫານ ສອງຫົວຫນ່ວຍຍັງຄົງຕັດສິນໃຈ ຈັດຕັ້ງປະຕິບັດ ແລະ ເຮັດສຳເລັດໜ້າທີ່ໃນການກວດກາລາດຕະເວນ.

ສອງຫນ່ວຍງານ ໄດ້ຈັດຕັ້ງປະຕິບັດການລາດຕະເວນຮ່ວມກັນ ຢູ່ ເສັ້ນຊາຍແດນ ຈາກຫຼັກໝາຍຊາຍແດນ ເລກທີ 593 ຫາ 597, ເສັ້ນຊາຍແດນມີຄວາມຍາວເກືອບ 10 ກມ ແລະ ອີກຫຼັກໝາຍຊາຍແດນແຫ່ງຊາດ ຈຳນວນ 5 ຫຼັກ ແລະ ຫຼັກໝາຍຊາຍແດນອີກຫຼາຍໆຫຼັກ. ໜ່ວຍງານກວດກາລາດຕະເວນເສັ້ນຊາຍແດນ ແລະ ສະພາບການຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ພ້ອມດຽວກັນນັ້ນຈັດການຖາກຖາງ ອານະໄມເສັ້ນຊາຍແດນ ໃນການລາດຕະເວນ, ອານະໄມເຂດອ້ອມແອ້ມຫຼັກໝາຍຊາຍແດນ.

ຜ່ານການກວດກາລາດຕະເວນ, ລະບົບເສັ້ນຊາຍແດນ, ຫຼັກຫມາຍຊາຍແດນແຫ່ງຊາດ ແລະ ອີກອີກຫຼາຍໆໝຸດຍົງຄົງຢູ່ໃນສະພາບເດີມ, ບໍ່ປະກົດວ່າມີການລະເມີດສົນທິສັນຍາ ກ່ຽວກັບກົດລະບຽບໃນການຄຸ້ມຄອງຊາຍແດນ, ການເຊາະເຈື່ອນເຊິ່ງມີຜົນກະທົບເຖິງຄວາມປອດໄພ ຂອງຫຼັກໝາຍຊາຍແດນ ແລະ ຫຼັກໝຸດ.

ໃນຕອນທ້າຍຂອງການກວດກາລາດຕະເວນ, ທັງສອງຫນ່ວຍງານໄດ້ດໍາເນີນຖອດຖອນບົດຮຽນ; ການແລກປ່ຽນດ້ານແນວທາງ, ວິທີແກ້ໄຂ, ເປັນເອກະພາບກັນດ້ານເວລາ, ຈໍານວນພົນໃນແຕ່ລະຄັ້ງຂອງການກວດກາລາດຕະເວນ ແລະ ເຊັນລາຍບົດບັນທືກຊ່ວຍຈຳໃນການກວດກາລາດຕະເວນ ສອງຝ່າຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.