ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບຕ້ອນ ໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ

14:13 | 12/07/2019

ຍສໝ - ໃນວັນທີ 09 ກໍລະກົດ, ຢູ່ທີ່ຫ້ອງປະຊຸມກອງບັນຊາການ, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງ ໄດ້ຕ້ອນຮັບການເຄື່ອນໄຫວ ຢ້ຽມຢາມຂອງຄະນະຜູ້ແທນ ຈາກໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຫູວ ແທ້ງ ວິງ ຮອງອຳນວຍການໂຮງຮຽນນາຍທະຫານ ບົກເລກ 1 ກອງທັບປະຊາຊົນ ຫວຽດນາມ.

ໃນໂອກາດນີ້້ ສະຫາຍ ພົນຈັດຕະວາ ຫູວ ແທ້ງ ວິງ ຮອງອໍານວຍການໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນ ຫວຽດນາມ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງວຽງຈັນທີ່ໄດ້ໃຫ້ກຽດການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບໂດຍຫຍໍ້ກ່ຽວກັບສິດໜ້າທີ່, ພາລະບົດບາດຂອງລະບົບໂຮງຮຽນ ເຊິ່ງປັດຈຸບັນແມ່ນການກໍ່ສ້າງພະນັກງານນາຍທະຫານສືບທອດແຕ່ລະຂັ້ນແຕ່ລະລະດັບ ຂອງກອງທັບປະຊາຊົນຫວຽດນາມ ທີ່ມີແບບແຜນການສິດສອນທີ່ທັນສະໄໝ, ມີທັງລະບົບບຳລຸງໄລຍະສັ້ນ ແລະ ກໍ່ສ້າງໄລຍະຍາວ.

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບຕ້ອນ ໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ

ບັນຍາກາດທີ່ການພົບປະເຈລະຈາ. (ພາບ: Lao's Army News)

ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາ ຄາສູງຕໍ່ກັບການມາຢ້ຽມຢາມ ຂອງຄະນະຜູ້ແທນຈາກໂຮງຮຽນນາຍທະຫານບົກເລກ 1 ກອງທັບ ປະຊາຊົນຫວຽດນາມ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມທີ່ ມີມາແຕ່ດົນນານເວົ້າລວມ ເວົ້າສະເພາະກໍຄືກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບ ໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວທັງສອງຝ່າຍ ກໍຍັງໄດ້ມີການມອບຂອງຂວັນ ໃຫ້ກັນ ແລະ ກັນ ເພື່ອໄວ້ເປັນທີ່ລະນຶກນຳຕື່ມອີກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.