ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນສິງກະໂປເຂົ້າຢ້ຽມຂ່ຳນັບ

16:32 | 26/06/2019

ໃນວັນທີ 25 ມິ ຖຸນາ 2019, ຄະນະຜູ້ແທນກະຊວງການຕ່າງປະເທດໄດ້ນໍາພາ ໂດຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສິງກະໂປ ເຂົ້າຢ້ຽມຢາມ ແລະເຮັດວຽກ ກັບ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ ລາວ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນສິງກະໂປເຂົ້າຢ້ຽມຂ່ຳນັບ

ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ແລະ ດຣ ໂມ ຮາມັດ ມາລິກີບິນ ໂອສາມານ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ ດຣ ໂມຮາມັດ ມາລິກີບິນ ໂອສາມານ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດແຫ່ງສິງກະໂປພ້ອມຄະນະ ເຂົ້າຢ້ຽມຂໍ່ານັບໃນວັນທີ 25 ມິ ຖຸນາ 2019 ນີ້, ໃນໂອກາດທີ່ ທ່ານພ້ອມຄະນະເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນລະຫວ່າງວັນທີ 24-25 ມິຖຸນາ 2019.

ໃນໂອກາດດັ່ງກ່າວ ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບແລະ ຕີລາຄາສູງຕໍໍ່ທ່ານ ດຣ ໂມ ຮາມັດ ມາລິກີບິນ ໂອສາມານ ພ້ອມຄະນະທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວຄັ້ງນີ້ ເຊິ່ງເປັນຂີດໝາຍສຳ ຄັນເຂົ້າໃນການປະກອບສ່ວນ ການພົວພັນຮ່ວມມືສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ ມີມາແຕ່ດົນນານແລ້ວນັ້ນໃຫ້ນັບ ມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ທ່ານລັດຖະມົນຕີກະຊວງປ້ອງ ກັນປະເທດຍັງໄດ້ອວຍພອນໃຫ້ ຄະນະຜູ້ແທນດັ່ງກ່າວຈົ່ງປະສົບ ຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ທ່ານ ດຣ ໂມຮາມັດ ມາລິກີບິນ ໂອ ສາມານ ກໍໄດ້ກ່າວສະແດງຄວາມ ຂອບໃຈຕໍ່ທ່ານລັດຖະມົນຕີກະ ຊວງປ້ອງກັນປະເທດທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນພ້ອມນີ້ ກໍໄດ້ແຈ້ງຈຸດປະສົງໃນການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ທ່ານໄດ້ຮັບ ຊາບອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: Lao people's Army news)

ເຫດການ
302 Found

Found

The document has moved here.