ການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ

09:44 | 02/07/2019

ຍສໝ - ໃນຕອນເຊົ້າວັນທີ 1 ກໍລະກົດ, ຢູ່ທີ່ຮ່າໂນ້ຍ, ກົມໃຫຍ່ພະລາທິການ ປະສານກັບສະຖາບັນ ພະລາທິການ ໄດ້ຈັດຕັ້ງການໄຂຫຼັກສູດການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ.

ການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ

ຄະນະພະນັກງານກອງທັບປະຊາຊົນລາວ ແລະ ຄະນະອຳນວຍການສະຖາບັນ ພະລາທິການຫວຽດນາມ. (ພາບ: qdnd)

ໃນໄລຍະການຝຶກອົບຮົມ, ຄະນະພະນັກງານກອງທັບປະຊາຊົນລາວຈະສາມາດສຶກສາ ແລະ ຄົ້ນຄວ້າບາງຫົວຂໍ້ກ່ຽວກັບການພະລາທິການ, ການວາງແຜນກໍ່ສ້າງຄ້າຍທະຫານ, ການຄຸ້ມຄອງການລົງທຶນກໍ່ສ້າງບັນດາກິດຈະການ, ການອອກແບບຄ້າຍທະຫານ, ...ນອກຈາກນັ້ນ, ຄະນະນັກຮຽນຈະສາມາດໄປຢ້ຽມຢາມ ແລະ ຮຽນຮູ້ປະສົບການທາງດ້ານການພະລາທິການ ໃນບາງຫນ່ວຍງານກອງທັບປະຊາຊົນຫວຽດນາມ.

ກ່າວຄຳປາໄສໃນການໄຂຫຼັກສູດການຝຶກອົບຮົມ, ທ່ານ ພົນຈັດຕະວາ ເຈີນ ຍຸຍ ຢ່າງ, ຜູ້ອຳນວຍການກົມໃຫຍ່ພະລາທິການ ເນັ້ນໜັກວ່າ ໂຄງການຝຶກອົບຮົມຄັ້ງນີ້ແມ່ນຫນຶ່ງໃນເນື້ອໃນສະເພາະໃນການຈັດຕັ້ງປະຕິບັດອະນຸສັນຍາການຮ່ວມມື ດ້ານປ້ອງກັນຊາດລະຫວ່າງສອງຝ່າຍໃນໄລຍະ 2015 - 2019 ແລະ ແຜນການຮ່ວມມືປ້ອງກັນຊາດໃນປີ 2019 ລະຫວ່າງສອງກະຊວງປ້ອງກັນປະເທດ ຂອງຫວຽດນາມ - ລາວ. ທ່ານ ພົນຈັດຕະວາ ເຈີນ ຍຸຍ ຢ່າງ ໄດ້ສະເຫນີຄະນະກໍາມະການພັກ ແລະ ຄະນະອຳນວຍການຂອງສະຖາບັນພະລາທິການ ທີ່ຕ້ອງເອົາໃຈໃສ່ໃນການຊ່ວຍເຫຼືອ ແລະ ສ້າງເງື່ອນໄຂທີ່ສະດວກດີສໍາລັບຫຼັກສູດການຝຶກອົບຮົມ ເພື່ອໄດ້ຮັບຜົນສຳເລັດທີ່ດີທີ່ສຸດ. ຄະນະສຳມະນາກອນຕ້ອງໃຊ້ເວລາສໍາລັບການສຶກສາ ແລະ ຄົ້ນຄວ້າ, ກໍາແຫນ້ນຄວາມຮູ້ໄດ້ຖ່າຍທອດ ເພື່ອນໍາໃຊ້ຄວາມຄິດປະດິດສ້າງໃນວຽກງານຈັດຕັ້ງ, ບັງຄັບບັນຊາ, ຊີ້ນໍາ ແລະ ຮັບປະກັນການພະລາທິການຕາມຄວາມເປັນຈິງຂອງບັນດາຫນ່ວຍງານກອງທັບປະຊາຊົນລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.