ຍສໝ - ແຕ່ເດືອນພຶດສະພາ ປີ 2024, ກູບາ ຜັນຂະຫຍາຍວີຊາເອເລັກໂຕນິກໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ, ຊຸກຍູ້ຄວາມຕ້ອງການການທ່ອງທ່ຽວ. ກູບາ ມີເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນໃນປີ 2024.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2 ທັນວາ 1960 – 2 ທັນວາ 2025), ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ແບ່ງປັນກັບວາລະສານ ຍຸກສະໄໝ ກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ແລະ 64 ປີແຫ່ງວັນໄຊຊະນະ Giron (1961 – 2025).
ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Ariadne Feo Labrada, ກົງສູນໃຫຍ່ ສາທາລະນະລັດ ກູບາ ປະຈຳ ນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີໄດ້ຮັບການສົມທົບກັນເພື່ອຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈິມິນ (HUFO) ແລະ ສະຖານກົງສຸນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໃນວັນທີ 3 ຕຸລາ.
ຍສໝ - ວັນທີ 21 ພຶດສະພາ, ຢູ່ເຂດຮ່ອງຮອຍຖານທີ່ໝັ້ນລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ ຫວຽດນາມ (ຂຶ້ນກັບຕາແສງ ເຕີນເລີບ, ເມືອງ ເຕີນບຽນ, ແຂວງ ໄຕນິງ), ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖານທູດ ກູບາ ປະຈຳ ໄຕນິງ (4 ມີນາ 1969-4 ມີນາ 2024).
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ໄດ້ຈັດຕັ້ງຄະນະຊາວໜຸ່ມ ກູບາ ໄປຢ້ຽມຢາມ ຫວຽດນາມ ໃນໄລຍະພັກແລ້ງ 1-2 ອາທິດ ຢູ່ເຮືອນຂອງປະຊາຊົນ; ຈັດຕັ້ງບັນດາການແຂ່ງຂັນເພື່ອຊອກຮູ້ກ່ຽວກັບສອງປະເທດຂອງຊາວຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ… ແມ່ນບັນດາການເຄື່ອນໄຫວ ເພື່ອເພີ່ມທະວີວຽກງານການສຶກສາລຸ້ນໜຸ່ມຂອງ 2 ປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ.
ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ຍສໝ - ຊຸດຟີມເອກະສານ "ການພົວພັນປ້ອງກັນຊາດ ຫວຽດນາມ - ກູບາ, 60 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາ" ແມ່ນໜຶ່ງໃນ 5 ຜົນງານໃນຊຸດຟີມເອກະສານກ່ຽວກັບປະຫວັດສາດ 60 ປີແຫ່ງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ.
ຍສໝ - ເວັບໄຊສື່ເອເລັກໂຕນິກ httpswww.cubadebate.cu ໄດ້ລົງຂ່າວ, ທ່ານນາງ Marta Rojas - ນັກປະພັນ, ນັກຂ່າວທີ່ມີຊື່ສຽງຂອງ ກູບາ ເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3 ຕຸລາ (ຕາມເວລາ ກູບາ) ຍ້ອນພະຍາດຫົວໃຈ.
ຍສໝ - ຕາມສຳນັກຂ່າວສານ ກູບາ Prensa Latina ແລ້ວ, ບັ້ນຮົບ ດ້ຽນບຽນຝູ ປີ 1954 ໄດ້ບັນທຶກຊື່ ພົນເອກ ຫວໍງວຽນຢາບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ.
ຍສໝ - ວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ ແລະ ສະຖາປັນສື່ມວນຊົນ ແລະ ເຜີຍແຜ່ ໄດ້ຈັດຕັ້ງການພົບປະກັບພະນັກງານ, ນັກຂ່າວ ຫວຽດນາມ ທີ່ເຄີຍໄປສຶກສາ ຫຼື ປະຕິບັດງານຢູ່ ກູບາ.
ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ເມືອງ Calimete, ແຂວງ Matanzas.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 82 ປີແຫ່ງວັນຄ້າຍວັນເກີດຂອງວິລະຊົນ ຫງວຽນວັນໂຈ໊ຍ (1/2/1940), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ເລແທງຕຸ່ງ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ໂຮງຮຽນມັດທະຍົມຕອນປາຍ ຫງວຽນວັນໂຈ໊ຍ ຢູ່ນະຄອນຫຼວງ La Habana.
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນງອກບິ່ງ ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນດ່ານັ້ງ (DAFO) ໄດ້ມີການເຮັດວຽກທາງໄກກັບ ທ່ານນາງ Indira Lopez Arguelles ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ.