ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ

08:18 | 25/07/2021

ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.

ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ
ຫວຽດນາມທົດລອງ ຜະລິດ ວັກຊິນ Spunik -V ງວດທຳອິດ ຫວຽດນາມທົດລອງ ຜະລິດ ວັກຊິນ Spunik -V ງວດທຳອິດ
undefined
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ (ພາບ: VOV)

ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ລະຫວ່າງ ຫວຽດນາມ - ກູບາ ຍາມໃດຖືກກໍການນຳ, ປະຊາຊົນສອງປະເທດສະໜັບສະໜູນ ແລະ ເພີ່ມພູນຄູນສ້າງ ໃນຕະຫຼອດໄລຍະ 60 ປີຜ່ານມາ ແລະ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະມໍ່ໆມານີ້. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະນະລັດຖະທູດ ກູບາ ຈົ່ງເອົາໃຈໃສ່ເຖິງການເສີມຂະຫຍາຍບັນດາການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງລັດຖະບານ ແລະ ບັນດາກົນໄກຮ່ວມມືອື່ນລະຫວ່າງສອງປະເທດ, ຊຸກຍູ້ບັນດາມາດຕະການເປີດກວ້າງ ແລະເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ເໝາະສົມກັບກຳລັງບົ່ງຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍໃຫ້ຫຼາຍກວ່າອີກ, ໃນນັ້ນ ຄວນເອົາໃຈໃສ່ເປັນພິເສດເຖິງການຊຸກຍຸູ້ການຮ່ວມມືດ້ານສາທາລະນະສຸກ, ສະໜອງ ວັກຊິນ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິນກັນພະຍາດໂຄວິດ - 19.

ສ່ວນທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ຢັ້ງຢືນວ່າ ຈະສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ຄວາມສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ, ໄວ້ເນື້ອເຊື່ອໃຈ ລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ແລະ ປະຊາຊົນສອງປະເທດ ກູບາ - ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.