ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

15:59 | 24/05/2024

ຍສໝ​ - ວັນທີ 21 ພຶດສະພາ, ຢູ່ເຂດຮ່ອງຮອຍຖານທີ່ໝັ້ນລັດຖະບານປະຕິວັດ​ຊົ່ວຄາວ​ ສາທາລະນະລັດພາກໃຕ້ ຫວຽດນາມ (ຂຶ້ນກັບຕາແສງ ເຕີນເລີບ, ເມືອງ ເຕີນບຽນ, ແຂວງ ໄຕນິງ), ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖານທູດ ​ກູ​ບາ​ ປະຈຳ​ ໄຕ​ນິງ (4 ມີນາ 1969-4 ມີນາ 2024).

7 ປະ​ເທດ​ອາ​ຊີ​ ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີໃໝ່ປະເພນີ ​ຢູ່​ ຮ່າ​ໂນ້ຍ 7 ປະ​ເທດ​ອາ​ຊີ​ ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີໃໝ່ປະເພນີ ​ຢູ່​ ຮ່າ​ໂນ້ຍ
ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024 ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024

ທ່ານ​ນາງ Ariadne Feo Labra, ກົງສູນໃຫຍ່​ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ພ້ອມ​ກັນກັບ​ຄະນະປະຕິບັດງານເຂົ້າ​ຮ່ວມເຫດການ.

ໂດຍທວນຄືນບັນ​ດາ​​ຂີດ​ໝາຍແບບ​ພິ​ເສດ​ທີ່​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາມ​ສັດ​ຊື່, ຄວາມ​ຮັກ​ແພງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ ຫວຽດ​ນາມ - ກູ​ບາ, ທ່ານ ເຈີ່ນ​ວັນ​ຈ້ຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄຕນິງ ໃຫ້ຮູ້ວ່າ ຫຼັງ​ຈາກ​ລັດຖະບານປະຕິວັດ​ຊົ່ວຄາວ​ ສາທາລະນະລັດພາກໃຕ້ ຫວຽດນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ສາທາລະນະ​ລັດ ກູ​ບາ ​ແມ່ນ​ປະ​ເທດ​ທຳ​ອິດ ​ແລະ ປະເທດດຽວທີ່ໄດ້​ສົ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ​ ຍື່ນສະເໜີສານຕາຕັ້ງຕໍ່​ລັດ​ຖະ​ບານ ​ໃນ​ວັນ​ທີ 4 ມີ​ນາ 1969​. ທີ່​ພັກ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ສາທາລະນະລັດ ກູ​ບາ Raul Valdes Vivo ​ແມ່ນ​ຕັ້ງ​ຢູ່​ເຂດຮ່ອງຮອຍ​ປະຫວັດສາດຖານທີ່ໝັ້ນລັດຖະບານປະຕິວັດ​ຊົ່ວຄາວ​ ສາທາລະນະລັດພາກໃຕ້ ຫວຽດນາມ ຢູ່ແຂວງ ໄຕນິງ. ປະຈຸ​ບັນ, ເຮືອນ​ອະນຸສອນ​ສະຖານ​ເອກ​ອັກຄະ​ລັດຖະທູດ​ ກູ​ບາ ໄດ້​ຮັບ​ການ​ຟື້ນຟູ​ຄືນ​ໃໝ່​ ຖືກ​ບ່ອນ​ທີ່​ສະຖານທູດ ​ກູ​ບາ ​ຕັ້ງ​ເມື່ອ 55 ປີ​ກ່ອນ ແລະ ​ເຄື່ອງວັດຖຸພັນ​ທີ່ລະນຶກ​ຍັງ​ຄົງ​ຮັກສາ​ໄວ້​ຢູ່​ທີ່​ນີ້.

ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

ຕາງໜ້າ​ໃຫ້​ສະຖານທູດ ​ກູ​ບາ, ທ່ານ​ນາງ Ariadne Feo Labra ​ຮັບ​ຂອງຂວັນໜຸນຊ່ວຍເຂົ້າສານ 10 ​ໂຕນຈາກແຂວງ ໄຕນິງ ສົ່ງໃຫ້ປະຊາຊົນ ​ກູ​ບາ.

ທ່ານ ເຈີ່ນ​ວັນ​ຈ້ຽນ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ເພື່ອຮັດແໜ້ນສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ​ ເວົ້າ​ລວມ, ລະຫວ່າງ​ແຂວງ ​ໄຕ​ນິງ ກັບ ສະຖານ​ກົງສຸນ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ, ສະຖານ​ກົງສຸນ ກູ​ບາ ຈະສືບ​ຕໍ່​ສົມທົບ ແລະ ໜູນ​ຊ່ວຍ​ແຂວງ​ໃນ​ບັນດາ​ຂົງ​ເຂດ​ທີ່​ ກູ​ບາ ​ມີ​ທ່າແຮງຄື: ​ເຕັກ​ໂນ​ໂລ​ຢີ​ການ​ຢາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ການ​ແພດ, ຮັກສາ​ສຸຂະພາບ​ຊຸມ​ຊົນ... ນອກ​ນັ້ນ, ​ໄຕ​ນິງ ຍັງ​ປາດ​ຖະໜາ​ຢາກ​​ເພີ່ມ​ທະວີ​ການສົ່ງເສີມໃນການພົບປະແລກປ່ຽນ​ວັດທະນະທຳ, ການພົບປະແລກປ່ຽນລະຫວ່າງ​ລຸ້ນໜຸ່ມ ​ເພື່ອ​ຮັກສາ​ສາຍ​ພົວພັນ​ທີ່ເປັນມູນເຊື້ອອ້າຍນ້ອງທີ່ດີງາມລະຫວ່າງ​ສອງ​ປະ​ເທດ​.

ພ້ອມກັນທວນຄືນກັນມູນເຊື້ອປະຫວັດສາດອັນ​ສະຫງ່າລາສີລະຫວ່າງປະຊາຊົນສອງປະເທດ, ສະຖານກົງສູນສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ Ariadne Feo Labra ເນັ້ນໜັກວ່າ ສາຍພົວພັນ 2 ຝ່າຍລະຫວ່າງສອງປະເທດ ໄດ້ຮັບການເພີ່ມທະວີໃນປີທີ່ມໍ່ໆມານີ້, ໂດຍບືນໄປເຖິງທຸກຂົງເຂດ, ດ້ວຍ​ການ​ແລກປ່ຽນ​ທາງ​ການ​ເມືອງ, ການ​ທູດ​ຢ່າງເລິກເຊິ່ງກວ້າງຂວາງ. ທ່ານ​ນາງ Ariadne Feo Labra ກໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ໃນການ​ສືບ​ຕໍ່​ຊຸກຍູ້​ບັນດາສາຍພົວພັນ​ມິດຕະພາບແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄຕ​ນິງ ​ໄດ້​ສົ່ງຂອງຂວັນໜູນຊ່ວຍເຂົ້າສານ 10 ​ໂຕນ, ຮູບ​ພາບ​ທິວ​ທັດ ​ໄຕ​ນິງ ທີ່​ເຮັດ​ດ້ວຍເຂົ້າສານ ໄປໃຫ້ປະຊາຊົນ ກູ​ບາ...

ມິງດຶກ

ເຫດການ