ເຮັດ​ໃຫ້​ການ​ພົວ​ພັນ​​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ ເລິກ​ເຊິ່ງ​ກ່​ວາ​ອີກ

19:44 | 01/09/2022

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.

ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ
ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ມີ​ການພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ 50 ປີ​ຜ່ານ​ມາ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ມີ​ການພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ 50 ປີ​ຜ່ານ​ມາ
ເຮັດ​ໃຫ້​ການ​ພົວ​ພັນ​​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ ເລິກ​ເຊິ່ງ​ກ່​ວາ​ອີກ
ບັນຍາກາດທີ່ການພົບປະ. ພາບ: TG&VN

ໃນການປຶກສາຫາລືດ້ານການເມືອງຄັ້ງທີ VII, ໃນວັນທີ 29 ສິງຫາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີການແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ ສອງປະເທດ; ຍູ້ແຮງການພົວພັນການຄ້າ - ການລົງທຶນ ແລະ ການຮ່ວມມືໃນບັນດາຂົງເຂດຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ.

ສອງຝ່າຍກໍ່ໄດ້ແລກປ່ຽນ ກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເຊິ່ງ ຫວຽດນາມ ແລະ ກູບາ ແມ່ນສະມາຊິກ, ເປັນຕົ້ນແມ່ນຢູ່ ສປຊ ແລະ ຂະບວນການບໍ່ຮ່ວມກຸ່ມ.

ໄຊພອນ

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.