ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ

10:33 | 13/06/2025

ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ເມືອງ Calimete, ແຂວງ Matanzas.

ກອງ​ປະ​ຊຸມໃຫຍ່ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກູ​ບາ ແຂວງ ກວາງ​ບິ່ງ
ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

ນີ້ແມ່ນຫນຶ່ງໃນບັນດາສະຖານທີ່ຕົວແທນສໍາລັບຮູບແບບການຜະລິດທີ່ຖືກຜັນຂະຫຍາຍໃນຂອບເຂດຂອງໂຄງການ, ເຊິ່ງປະກອບມີບັນດາແຂວງຄື: Matanzas, Pinar del Rio, Artemisa, Mayabeque, Cienfuegos, Villa Clara, San Spiritus, Ciego de Avila, Camaguey, Holguin, Granma ແລະ Las Tunas.

​ໂຄງການ​ດັ່ງກ່າວ​ໄດ້​ກຳນົດ​ໄວ້​ໃນ​ທ້າຍ​ປີ 2023, ​ແນວ​ໃດ​ກໍ​ດີ, ​ເນື່ອງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ເວລາ​ເກືອບ 2 ປີ, ລັດຖະບານ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຂະຫຍາຍ​ເວລາ​ປະຕິບັດ​ຮອດ​ປີ 2025. ການ​ຕັດສິນ​ໃຈ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ສືບ​ຕໍ່​ຂອງ​ສອງ​ຝ່າຍ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃຫ້​ແກ່​ກູ​ບາ.

ບົດ​ລາຍ​ງານ​ຂອງ​ຄະນະ​ຄຸ້ມ​ຄອງ​ໂຄງການ ກູ​ບາ ​ໃຫ້​ຮູ້​ວ່າ ​ໄລຍະ 2020-2025 ຂອງ​ໂຄງການ​ຮ່ວມ​ມື​ຫວຽດນາມ - ກູ​ບາ ​ເພື່ອ​ພັດທະນາ​ການ​ຜະລິດ​ເຂົ້າສານ​ຂອງ​ເມືອງ Calimete, ​ແຂວງ Matanzas ​ໄດ້​ຮັບ​ໝາກຜົນ​ດີ​ເດັ່ນ. ທີ່ຮູບແບບສະແດງເລກທີ 4 ​ແມ່ນ​ບ່ອນ​ໄດ້​ນຳ​ໃຊ້​ເຕັກນິກ​ທີ່​ກ້າວໜ້າ​ທີ່​ສຸດ, ​ໃນ​ປີ 2024 ​ໄດ້​ຮັບ​ຜົນ​ຜະລິດ​ເຂົ້າ​ສານ​ໃນ​ປີ 2024 ບັນລຸ 11,16 ​ໂຕນ/ເຮັກຕາ/2 ລະດູ​ການ, ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ໄວ້ 10 ​ໂຕນ/ເຮັກຕາ/ປີ ​ແລະ ​ເພີ່ມ​ຂຶ້ນ 3-4 ​ເທົ່າ​ຂອງ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ. ໃນຂອບເຂດການຜະລິດ (ແບບ 5), 1.951,38 ເຮັກຕາ ໃນຈໍານວນ 5.798,88 ເຮັກຕາ ຜົນຜະລິດເຂົ້າປູກ 5,31 ໂຕນ/ເຮັກຕາ, ສູງກວ່າລະດັບສະເລ່ຍຂອງອຸດສາຫະກໍາເຂົ້າຂອງກູບາ 3 ເທົ່າ. ຜົນຜະລິດເຂົ້ານາແຊງ ສົກປີ 2024-2025 ບັນລຸ 13.005,54 ໂຕນ, ໃນນັ້ນ ຮຸ່ນທີ 5 ປະຕິບັດໄດ້ 10.368,49 ໂຕນ.

ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ
ທ່ານເອກອັກຄະລັດຖະທູດ ເລກວາງລອງ (ຂວາສຸດ) ຢ້ຽມຢາມ ​ແລະ ຊອກຫາໝາກຜົນແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື ຫວຽດນາມ - ກູ​ບາ ກ່ຽວ​ກັບ​ການ​ພັດທະນາ​ການ​ຜະລິດ​ເຂົ້າສານ​ໄລຍະ 2019-2023 (ໄລຍະ 5) ຢູ່​ຟາມ José Martí, ​ເມືອງ Calimete, ​ແຂວງ Matanzas. (ພາບ: ສະຖານທູດ ຫວຽດນາມ ປະຈຳ ກູບາ)

ໂຄງ​ການ​ນີ້​ບໍ່​ພຽງ​ແຕ່​ຢຸດໃນການຍົກສູງຜະ​ລິດ​ຕະ​ພັນ​, ແຕ່​ຍັງ​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງສົມທົບ​ກັນ. ມາ​ຮອດ​ປະຈຸ​ບັນ, ມີ​ເນື້ອ​ທີ່ 4.708 ​ເຮັກຕາ ​ໄດ້​ຮັບ​ການ​ປັບ​ລະດັບ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ເລ​ເຊີ, ​ເສັ້ນທາງ​ໃນ​ພາກ​ພື້ນ​ໄດ້​ຮັບ​ການ​ປັບປຸງ 2.757 ກິ​ໂລ​ແມັດ, ​ໄດ້​ຮັບ​ການ​ປັບປຸງ​ສ້ອມ​ແປງ​ຄອງ​ນ້ຳ​ຍາວ 5.942 ກິ​ໂລ​ແມັດ.

ລະບົບນີ້ບໍ່ພຽງແຕ່ຮັບໃຊ້ການຜະລິດເຂົ້າສານ, ຊ່ວຍປັບປຸງລະບົບຊົນລະປະທານ ແລະ ການຄຸ້ມຄອງທົ່ງນາໃຫ້ເໝາະສົມເທົ່ານັ້ນ, ແຕ່ຍັງສ້າງພື້ນຖານໃຫ້ແກ່ການພັດທະນາພືດພັນອີກຫຼາຍຊະນິດ.

ກ່ຽວ​ກັບ​ການ​ຝຶກ​ອົບຮົມ​ຊັບພະຍາກອນ​ມະນຸດ, ​ໂຄງການ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ກະສິກຳ 3.398 ​ແຫ່ງ, ຝຶກ​ອົບຮົມ​ຊາວ​ກະສິກອນ, ນັກ​ວິຊາ​ການ ​ແລະ ຜູ້​ຄຸ້ມ​ຄອງ 29.207 ຄົນ. ພິເສດ, 25 ​ແນວ​ພັນ​ເຂົ້າ​ຫວຽດນາມ ​ໄດ້​ຮັບ​ການ​ທົດ​ລອງ​ຢູ່​ກູ​ບາ, ​ໃນ​ນັ້ນ 4 ​ແນວ​ພັນ​ທີ່​ມີ​ຊື່​ສຽງ​ພວມ​ສຳ​ເລັດ​ຂັ້ນ​ຕອນ​ການ​ຈົດ​ທະບຽນ​ດ້ວຍ​ຊື່​ພິ​ເສດ “ViBa” ​ເພື່ອ​ເຊີດຊຸ​ແກ່​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ກູ​ບາ.

​ໃນ​ຂອບ​ເຂດ​ຂອງ​ໂຄງການ, ຫວຽດນາມ ຍັງ​ໄດ້​ໜູນ​ຊ່ວຍ ກູ​ບາ ​ໃນ​ການຈັດ​ຕັ້ງ​ລະບົບ​ກົນ​ຈັກ​ກະ​ເສດ ​ແລະ ​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ ​ໃນ​ນັ້ນ​ມີ​ລົດ​ໄຖນາ, ​ເຄື່ອງ​ເກັບ​ກ່ຽວ, ອຸປະກອນ​ກະ​ເສດ​ພິ​ເສດ, ລະບົບ​ຄອມ​ພິວ​ເຕີ ​ແລະ ອຸປະກອນ​ຫ້ອງ​ທົດ​ລອງ, ​ເຄື່ອງ​ໃຊ້​ກະສິກຳ ​ລວມທັງ​ຢາ​ປາບ​ສັດຕູ​ພືດ ​ແລະ ຝຸ່ນ​... ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 17 ລ້ານ USD.

ພາຍຫຼັງຮັບຟັງທ່ານ Dania Rivero Batista ຜູ້ອຳນວຍການໂຄງການ ກູບາ ສະເໜີກ່ຽວກັບສະພາບລວມຂອງໂຄງການນັບແຕ່ການຜັນຂະຫຍາຍມາຮອດປະຈຸປັນ, ທ່ານ ເອກອັກຄະລັດຖະທູດ ເລກວາງລອງ ໄດ້ເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫຼວງຂອງໂຄງການຮ່ວມມືດ້ານການຜະລິດເຂົ້າລະຫວ່າງ 2 ປະເທດຢູ່ເຂດ Calimete ເວົ້າສະເພາະ ແລະ ກູບາ ເວົ້າລວມ ເພື່ອແນໃສ່ຕອບສະໜອງສະບຽງອາຫານໃຫ້ແກ່ປະເທດຊາດເກາະ Caribbean ນີ້.

ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ
ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ກວາງ​ລອງ ​ໄດ້​ຖ່າຍຮູບ​ກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ ​ແລະ ຜູ້​ຜະລິດ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ກູບາ)

ຕາມ​ທ່ານ ​ເລ​ກວາງ​ລອງ​ ແລ້ວ, ​ໂຄງການ​ທົດ​ລອງ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ພືດ​ທັນ​ຍາ​ຫານ​ແມ່ນ​ຮູບ​ແບບ​ທີ່​ມີ​ປະສິດທິ​ຜົນ​ຄວນ​ໄດ້​ຮັບ​ການ​ທົດ​ລອງ​ໃນ​ອະນາຄົດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ລັດຖະບານ​ສອງ​ປະ​ເທດ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ໂຄງການ​ນີ້​ສືບ​ຕໍ່​ພັດທະນາ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຢູ່ ກູ​ບາ.

ໂດຍຜັນຂະຫຍາຍມາແຕ່ປີ 2003, ໃນນັ້ນມີບັນດາການເຄື່ອນໄຫວສົ່ງນັກຊ່ຽວຊານດ້ານເຂົ້າຂອງຫວຽດນາມ ໄປ ກູບາ ເພື່ອແນະນຳໂດຍກົງໃຫ້ປະຊາຊົນຫັນປ່ຽນວິທີການເຮັດໄຮ່, ຈັດຊຸດຝຶກອົບຮົມຢູ່ຫວຽດນາມ, ມອບເຄື່ອງຈັກກະເສດພິເສດຈຳນວນໜຶ່ງ, ທົ່ງນາຢູ່ແຂວງ ກາລິມເຕ ແມ່ນໝາກຜົນແຫ່ງການໜູນຊ່ວຍດ້ານເຕັກນິກຂອງບັນດານັກຊ່ຽວຊານຫວຽດນາມ ເພື່ອຊ່ວຍໃຫ້ ກູບາ ກາຍເປັນແຫຼ່ງສະໜອງເຂົ້າດ້ວຍຕົນເອງໃນຫຼາຍປີ.

ຕາມ​ຂໍ້​ມູນ​ຂອງ​ກະຊວງ​ກະ​ເສດ​ກູ​ບາ, ຍ້ອນ​ການ​ນຳ​ໃຊ້​ເຕັກນິກ​ປູກ​ເຂົ້າ​ຂອງ​ຫວຽດນາມ​ປະສົບ​ຜົນສຳ​ເລັດ, ການ​ນຳ​ເຂົ້າ​ເຂົ້າ​ຂອງ​ກູ​ບາ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ຈາກ 400.000-450.000 ​ໂຕນ/ປີ ​ໃນ​ໄລຍະ 2005-2011 ​ເປັນ​ປະມານ 220.000 ​ໂຕນ/ປີ ​ໃນ​ໄລຍະ 2020-2024. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2024, ກູ​ບາ​ໄດ້​ບັນທຶກ​ລະດັບ​ການ​ນຳ​ເຂົ້າ​ເຂົ້າ​ຕ່ຳ​ສຸດ​ທີ່​ເຄີຍ​ມີ​ມາ​ແຕ່ 210.000 ​ໂຕນ, ຍ້ອນ​ການ​ເພີ່ມ​ທະວີ​ການ​ຜະລິດ​ເຂົ້າ​ພາຍ​ໃນ​ຈາກ​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື​ກັບ ຫວຽດນາມ. ຄາດ​ວ່າ​ຮອດ​ປີ 2025, ດ້ວຍ​ການ​ຜັນ​ຂະຫຍາຍ​ການ​ນຳ​ໃຊ້​ແນວ​ພັນ​ເຂົ້າ ViBa ​ແລະ ​ເຕັກ​ໂນ​ໂລ​ຊີ​ຊົນລະປະທານ​ທີ່​ກ້າວໜ້າ, ກູ​ບາ​ສາມາດ​ຫຼຸດ​ການ​ນຳ​ເຂົ້າ​ເຂົ້າ​ໄດ້​ອີກ 10-15%, ກ້າວ​ເຂົ້າ​ໃກ້​ເປົ້າ​ໝາຍ​ສະບຽງ​ອາຫານ​ຢ່າງ​ພຽງພໍ.

ທ່ານ Orlando Linares Morrell, ປະທານກຸ່ມກະສິກຳ (GAG) ຂຶ້ນກັບກະຊວງກະສິກຳ ກູບາ, ແບ່ງປັນວ່າ: “ຍ້ອນການຖ່າຍທອດເຕັກໂນໂລຢີຈາກບັນດານັກຊ່ຽວຊານ ຫວຽດນາມ, ພວກຂ້າພະເຈົ້າໄດ້ສ້າງລະບົບການຜະລິດເຂົ້າແບບຍືນຍົງ, ມີຄວາມສາມາດປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ”.

ທ່ານ Gerardo Rodríguez, ໜຶ່ງ​ໃນ​ບັນດາ​ນັກ​ຜະລິດ​ທີ່​ເຂົ້າ​ຮ່ວມ​ໂຄງການ​ກ່າວ​ວ່າ “ສິ່ງ​ທີ່​ພວກຂ້າພະເຈົ້າໄດ້ຮຽນຮູ້ຈາກບັນດານັກຊ່ຽວຊານຫວຽດນາມ ບໍ່ພຽງແຕ່ແມ່ນເຕັກນິກການປູກຝັງເທົ່ານັ້ນ, ຫາກຍັງແມ່ນຈິດໃຈຂອງຄວາມອົດທົນ ແລະ ຄວາມຄິດສ້າງສັນເພື່ອຜ່ານຜ່າທຸກສິ່ງທ້າທາຍ.ເຖິງ​ແມ່ນ​ວ່າ​ໝາກເຫັບ​ຈະ​ທຳລາຍ​ທົ່ງນາ​ສ່ວນ​ໃດ​ໜຶ່ງ, ແຕ່​ພວກ​ຂ້າພະເຈົ້າຍັງ​ເຊື່ອ​ໃນ​ການ​ເກັບ​ກ່ຽວ​ທີ່​ອຸດົມສົມບູນ”.

ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ

ຍສໝ - ຕອນ​ບ່າຍ​ວັນ​ທີ 11 ມີນາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້​​ຕ້ອນຮັບ​ທ່ານ Tsutomu Takebe, ທີ່​ປຶກສາ​ພິ​ເສດສະຫະ​ພັນລັດຖະສະພາ​ມິດຕະພາບ​ ຍີ່ປຸ່ນ - ຫວຽດນາມ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ

ຍສໝ - ຈັດ​ຕັ້ງ​ການ​ແຂ່ງຂັນສອບ​ຖາມ, ຈັດ​ຕັ້ງ​ສັບປະດາ​ຮູບ​ເງົາ​ຫວຽດ​ນາມ ແລະ ສັບປະດາ​ອາ​ຫານ​ຫວຽດ​ນາມ; ການເປີດຈຳໜ່າຍ​ຊຸດ​ສະ​ແຕມລວມ ຫວຽດນາມ -​ສີ​ລັງກາ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ດຳ​ເນີນເນື່ອງໃນໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສີ​ລັງກາ (1970 – 2025).

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ