![]() |
| ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ (ພາບ:TTXVN) |
ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມປະຕິຍິນດີຕໍ່ ກູບາ ທີ່ໄດ້ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຕັ້ງທີ 8 ຂອງພັກກອມມູນິດ ກູບາ ພ້ອມທັງສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳຊຸດໃໝ່ຂອງ ກູບາ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ທ່ານ Raul Castro ຍາມໃດກໍແມ່ນເພື່ອນຜູ້ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ ແລະ ຕິດພັນກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຕະຫຼອດໄລຍະທາງກວ່າ 60 ປີ ຜ່ານມາ; ແມ່ນຜູ້ສືບທອດ, ພັດທະນາ ແລະ ເຮັດໃຫ້ສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ກູບາ ເລິກເຊິ່ງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ - ກູບາ ນັບມື້ນັບເລິກເຊິ່ງກວ່າອີກ.
| ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຮັບຫຼຽນໄຊມິດຕະພາບ ຂອງ ປະທານປະເທດ ຫວຽດນາມ ຍສໝ - ທີ່ພິທີມອບຫຼຽນໄຊມິດຕະພາບ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Daniel Kritenbrink ທີ່ໄດ້ປະຕິບັດສຳເລັດອາຍຸການຢູ່ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດ ອາເມລິກາ. |
| ວັນບຸນປະຈຳຊາດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນວຸງເຕົ່າ ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ, ມິດຕະພາບ ຍສໝ - ຝ່າຍ ຫວຽດນາມມີທ່ານ ຫງວຽນວັນຊີງ, ກຳມະການຜູ້ປະຈຳການຄະນະພັກແຂວງ, ຫວົໜ້າຄະນະໂຄສະນາສຶກສາຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍ ແຂວງ ບ່າເຣີຍ - ຫວຸງເຕົ່າ, ທ່ານນາງ ເຈິ່ນທິທູຖຸຍ - ຫົວໜ້າຫ້ອງການຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ປະຈຳພາກໃຕ້ ແລະ ການນຳບັນດາພະແນກ, ຄະນະ, ຂະແໜງການ. |
| ດົ່ງນາຍຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ຝລັ່ງ ຍສໝ - ໃນການພົວພັນທາງການທູດປະຊາຊົນ, ໄລຍະທີ່ຜ່ານມາ, ມີຫຼາຍອົງການ, ສ່ວນບຸກຄົນຢູ່ ຫວຽດນາມ ໄດ້ໜູນຊ່ວຍອຸປະກອນການແພດ (ຜ້າອັດປາກດັງ, ຊຸດປ້ອງກັນທາງແພດ…) ໃຫ້ແກ່ປະຊາຊົນ ຝລັ່ງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. |
vovworld.vn
ຂ່າວທີ່ກ່ຽວຂ້ອງ
ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ
ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເຈລະຈາກັບ ທ່ານນາຍົກລັດຖະມົນຕີໄທ: ມຸ່ງໜ້າສູ່ຍອດມູນຄ່າການຄ້າທວິພາຄີ 50 ຕື້ໂດລາສະຫະລັດ
ທ່ານອາດຈະມັກ
ການແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ: ພະລັງຊີວິດອັນຍືນຍົງ ຂອງການແລກປ່ຽນລະຫວ່າງປະຊາຊົນ
ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
ຫວຽດນາມ ສົ່ງເສີມການຄ້າຢູ່ທີ່ງານຕະຫຼາດນັດໃຫຍ່ທີ່ສຸດຂອງ ອາເມລິກາລາຕິນ
ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ
ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ
