![]() | ເພີ່ມທະວີການແລກປ່ຽນປະຊາຊົນ ເພື່ອຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ອິນເດຍ - ຫວຽດນາມ |
![]() | ປະກອບສ່ວນສືບຕໍ່ນຳການພົວພັນລະຫວ່າງ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ |
![]() |
ການພົບປະກັບບັນດາພະນັກງານ, ນັກຂ່າວຫວຽດນາມ ທີ່ເຄີຍໄປສຶກສາ ຫຼື ປະຕິບັດງານຢູ່ ກູບາ. (ພາບ: VOV) |
ຕາມຂ່າວສານຫວຽດນາມແລ້ວ, ນີ້ແມ່ນໂອກາດພິເສດເພື່ອສະເຫຼີມສະຫຼອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດສະໜົມລະຫວ່າງນັກຂ່າວຂອງສອງປະເທດ, ເພື່ອມຸ່ງໄປເຖິງສະເຫຼີມສະຫຼອງ 100 ປີແຫ່ງວັນນັກຂ່າວປະຕິວັດຫວຽດນາມ (1925-2025) ແລະ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (1960-2025).
ກ່າວຄຳປາໄສທີ່ການພົບປະ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ໃຫ້ຮູ້ວ່າ ກູບາ ໄດ້ໃຊ້ທັງລະບົບສື່ມວນຊົນຂອງຕົນ ເພື່ອໜູນຊ່ວຍການປົດປ່ອຍຂອງປະຊາຊົນຫວຽດນາມ. ໃນນັ້ນ, ວິທະຍຸ Habana ກູບາ ແລະ ສຳນັກຂ່າວສານ Prensa Latina ໄດ້ກາຍເປັນບັນດາຫາງສຽງທີ່ພົ້ນເດັ່ນໃຫ້ສ້າງຈິດໃຈຕໍ່ຕ້ານວິລະຊົນຂອງຫວຽດນາມ, ພ້ອມກັນນັ້ນໄດ້ຊ່ວຍໃຫ້ບັນດາອົງການຂ່າວຄືສຳນັກຂ່າວສານຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ເປີດກວ້າງຂອບເຂດການເຜີຍແຜ່ຂໍ້ມູນຂ່າວສານຢ່າງຕັ້ງໜ້າ.
![]() |
ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes. (ພາບ: TTXVN) |
ທ່ານປະທານສະມາຄົມນັກຂ່າວຫວຽດນາມ ເລກວກມິນ ຢືນຢັນວ່າ ການພົວພັນອັນເລິກເຊິ່ງລະຫວ່າງ 2 ໜັງສືພິມປະຕິວັດ ຫວຽດນາມ ແລະ ກູບາ ໄດ້ຮັບການບຳລຸງສ້າງໃນຫຼາຍລຸ້ນຄົນ. ທ່ານຫວນຄືນພາບປະຫວັດສາດປີ 1973 ເມື່ອຜູ້ນຳ Fidel Castro ໄດ້ຍົກທຸງແນວໂຮມປະເທດຊາດປົດປ່ອຍພາກໃຕ້ຂອງຫວຽດນາມ ຂຶ້ນທີ່ພູ 241 (ກວາງຈີ), ເຊິ່ງເປັນສັນຍາລັກແຫ່ງຄວາມສາມັກຄີອັນແໜ້ນແຟ້ນ ແລະ ເປັນຮູບພາບທີ່ຕິດພັນກັບວົງການນັກຂ່າວຫວຽດນາມ.
“ນັບແຕ່ປີ 1961, ພະນັກງານ, ນັກສຶກສາຫວຽດນາມ ຫລາຍພັນຄົນ ໄດ້ຮ່ຳຮຽນ ແລະ ເຕີບໃຫຍ່ຢູ່ ກູບາ, ແລ້ວກັບຄືນປະເທດ ແລະ ປະກອບສ່ວນໃຫ້ປະເທດຊາດ ແລະ ການປະຕິວັດຫວຽດນາມ. ການກັບຄືນມາຂອງເຂົາເຈົ້າໄດ້ນຳເອົາຄວາມຮູ້ ແລະ ປະສົບການວິຊາຊີບໃໝ່, ຜ່ານນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂະແໜງການໜັງສືພິມຂອງປະເທດຢ່າງຕັ້ງໜ້າ,” ທ່ານ ເລກວກມິນ ກ່າວ.
ທີ່ລາຍການ, ບັນດາຜູ້ແທນໄດ້ເບິ່ງຮູບເງົາເອກະສານກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເວົ້າລວມ ແລະ 2 ສະມາຄົມນັກຂ່າວ ເວົ້າສະເພາະ ແລະ ຮັບຟັງບັນດານັກຂ່າວກ່ຽວກັບການແລກປ່ຽນ, ບຳລຸງສ້າງ ແລະ ຮ່ວມມືລະຫວ່າງບັນດາອົງການສື່ມວນຊົນ ແລະ ສື່ມວນຊົນ ຫວຽດນາມ ແລະ ກູບາ.
![]() |
ນັກຂ່າວຫວຽດນາມ 5 ຄົນໄດ້ຮັບຫຼຽນກາ Félix Elmusa ຢູ່ທີ່ເຫດການ. (ພາບ: TTXVN) |
ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວ ກູບາ ໄດ້ມອບຫຼຽນໄຊ Felix Elmusa - ລາງວັນອັນສະຫງ່າລາສີທີ່ສຸດຂອງໜັງສືພິມ ກູບາ ໃຫ້ນັກຂ່າວດີເດັ່ນຫວຽດນາມ 5 ທ່ານ, ໃນນັ້ນມີ: ທ່ານ ເລກວກມິນ, ກຳມະການສູນກາງພັກ, ປະທານສະມາຄົມນັກຂ່າວ ຫວຽດນາມ, ຫົວໜ້າບັນນາທິການໜັງສືພິມເຍິນເຢີນ (ປະຊາຊົນ); ທ່ານ ຫງວຽນດຶກເລີ້ຍ, ອະດີດກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາສະມາຄົມນັກຂ່າວຫວຽດນາມ; ທ່ານ ຫງວຽນວຽດຖາວ, ອະດີດຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງປະທານຜູ້ປະຈໍາສະມາຄົມມິດຕະພາບ ຫວຽດນາມ - ກູບາ; ທ່ານ ຟ້າມດີງເລີ້ຍ, ນັກຂ່າວ, ນັກແປ, ນັກປະພັນຂອງຫົວປື້ມ“Fidel Castro: ອະພິນິຫານຂ້າມສັດຕະວັດ”; ທ່ານ ຫງວຽນຢຸຍເກືອງ, ນັກຂ່າວ, ອະດີດຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ.
![]() | ບັນດາຜະລິດຕະພັນກະເສດຂອງຫວຽດນາມ ເພີ່ມຄວາມໄວການສົ່ງອອກໃນໄລຍະທີ່ ອາເມລິກາ ຢຸດຕິການເກັບພາສີຊົ່ວຄາວ ຍສໝ - ເລື່ອງອາເມລິກາຢຸດຕິການເກັບພາສີ 46% ເປັນເວລາ 90 ວັນ ເປີດກາລະໂອກາດໃຫ້ຫວຽດນາມ ເພີ່ມທະວີການເຈລະຈາ ແລະ ເລັ່ງລັດການສົ່ງອອກກະສິກຳ. ເຖິງຢ່າງໃດກໍຕາມ, ໃນສະພາບການຕະຫຼາດທີ່ຜັນແປໄປ, ອັດຕາພາສີຈາກ ອາເມລິກາ ຮຽກຮ້ອງໃຫ້ມີບັນດາມາດຕະການແກ້ໄຂຢ່າງກົງໄປກົງມາຈາກບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ເພື່ອຮັບປະກັນການເຕີບໂຕການສົ່ງອອກແບບຍືນຍົງ. |
![]() | ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ ຍສໝ - ວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນຫງອກຮຸ່ງ ໄດ້ຕ້ອນຮັບທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ - ເອກອັກຄະລັດຖະທູດ Birtukan Ayano. |
ມີງດຶກ