- ຂໍຮຽນທ່ານເອກອັກຄະລັດຖະທູດ, ເມື່ອຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ກູບາ, ຕາມທ່ານແລ້ວ, ບັນດາປັດໃຈຫຼັກແຫຼ່ງທີ່ຊ່ວຍໃຫ້ການພົວພັນແບບພິເສດນີ້ມີຄວາມໝັ້ນຄົງເຂັ້ມແຂງ, ສະໜິດສະໜົມ, ຜ່ານຜ່າໄລຍະທົດສອບຂອງເວລາ ແມ່ນຫຍັງ?
![]() |
| ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ກ່າວຄຳປາໄສທີ່ລາຍການລະດົມໜູນຊ່ວຍປະຊາຊົນ ກູບາ, ວັນທີ 18 ຕຸລາ 2025. (ຮູບພາບ: Quang Vinh). |
ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes: ລະຫວ່າງກູບາ ແລະ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນແບບພິເສດ, ຫາຍາກລະຫວ່າງສອງປະເທດຢູ່ຫ່າງໄກກັນທາງພູມສາດ, ວັດທະນະທຳທີ່ແຕກຕ່າງກັນ ແຕ່ເລິກເຊິ່ງໃນປະຫວັດສາດແຫ່ງການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ. ປະຊາຊົນສອງຊາດຂອງພວກເຮົາແບ່ງປັນຈິດໃຈຕໍ່ຕ້ານລັດທິອານານິຄົມ, ຄວາມຮູ້ສຶກຂອງຄວາມຍຸຕິທໍາແລະຄຸນຄ່າຮັກຊາດອັນສູງສົ່ງ - ສິ່ງທີ່ວິລະຊົນແຫ່ງຊາດ ກູບາ José Martí ໄດ້ຍົກຍ້ອງໃນທ້າຍສະຕະວັດທີ 19.
ຕະຫຼອດ 65 ປີທີ່ຜ່ານມາ, ສອງປະເທດຍາມໃດກໍ່ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນບໍລິສຸດຜຸດຜ່ອງ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ ແລະ ໝັ້ນຄົງເຂັ້ມແຂງ, ພ້ອມແລ້ວທີ່ຈະແບ່ງປັນບັນດາຄວາມຫຍຸ້ງຍາກ, ຜ່ານຜ່າທຸກສິ່ງທ້າທາຍ.
ເມື່ອຜູ້ນຳ Fidel Castro Ruz ປະກາດຕໍ່ປະຊາຊົນນັບໝື່ນຄົນຢູ່ La Habana ໃນເດືອນມັງກອນ 1966 ວ່າ “ເພື່ອຫວຽດນາມ, ກູບາ ເຕັມໃຈເສຍສະຫຼະເລືອດເນື້ອຂອງຕົນ”, ມັນບໍ່ແມ່ນພຽງແຕ່ຄໍາເວົ້າເທົ່ານັ້ນ, ແຕ່ເປັນຄວາມເຊື່ອ ແລະການປະຕິບັດຕົວຈິງ. ພຽງແຕ່ບໍ່ເທົ່າໃດເດືອນຕໍ່ມາ, ໄດ້ມີທະຫານກູບາ ຕົກຢູ່ຮ່າໂນ້ຍໃນລະຫວ່າງການວາງລະເບີດຂອງເຮືອບິນອາເມລິກາ.
ໃນໄລຍະຕໍ່ສູ້ຕ້ານການຮຸກຮານຂອງຊາວຫວຽດນາມ, ປະຊາຊົນ ກູບາ - ໂດຍການນຳພາຂອງພັກ ແລະ ລັດຖະບານ ໄດ້ດຳເນີນບັນດາການເຄື່ອນໄຫວສາມັກຄີອັນແຂງແຮງທີ່ສຸດໃນປະຫວັດສາດ ເພື່ອປ້ອງກັນປະເທດຊາດຫວຽດນາມ. Fidel ເອງແມ່ນຜູ້ນຳໂລກຜູ້ດຽວທີ່ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ - ແມ່ນເຄື່ອງໝາຍທີ່ບໍ່ສາມາດລົບລ້າງໃນຄວາມຊົງຈຳຂອງປະຊາຊົນສອງປະເທດ.
ໃນຊຸມປີມໍ່ໆມານີ້, ຊາວກູບາ ແລະ ຫວຽດນາມ ໄດ້ສືບຕໍ່ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຜ່ານບັນດາໂຄງການແລກປ່ຽນ, ສຶກສາ ແລະ ຮ່ວມມື. ນັກສຶກສາຫວຽດນາມນັບພັນຄົນໄດ້ໄປຝຶກອົບຮົມຢູ່ກູບາ; ນັກຊ່ຽວຊານ ແລະ ຄົນງານ ກູບາ ນັບພັນຄົນກໍ່ໄດ້ນຳເອົາຄວາມຮູ້, ແຮງງານ ແລະ ຈິດໃຈສາກົນທີ່ບໍລິສຸດຂອງຕົນ ເພື່ອກໍ່ສ້າງບັນດາໂຄງການທີ່ມີຄວາມໝາຍສຳຄັນທາງດ້ານເສດຖະກິດ ແລະ ສັງຄົມໃຫ້ ຫວຽດນາມ.
ການກະທຳທີ່ບໍ່ເຫັນແກ່ຕົວ ແລະ ສູງສົ່ງຫຼາຍຢ່າງໄດ້ກາຍເປັນສັນຍາລັກອັນເປັນອະມະຕະຂອງຄວາມສາມັກຄີອ້າຍນ້ອງ. ຫວຽດນາມ ດ້ວຍມູນເຊຶ້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ຍາມໃດກໍຖືວ່ານ້ຳໃຈສາມັກຄີກັບ ກູບາ ແມ່ນຄຳສັ່ງຂອງຫົວໃຈ - ຍາມໃດກໍຢືນຄຽງຂ້າງກູບາ ໃນການຕໍ່ສູ້ຕ້ານການສະກັດກັ້ນ ແລະ ກີດຂວາງ ແລະ ໜູນຊ່ວຍອັນລ້ຳຄ່າທັງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພວກເຮົາໃນຊຸມປີທີ່ຫຍຸ້ງຍາກທີ່ສຸດ.
![]() |
| ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ທີ່ກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ກູບາ ຈັດໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ, ໃນວັນທີ 26 ມີນາ 2025. |
- ຂໍຮຽນທ່ານເອກອັກຄະລັດຖະທູດ, ການເຄື່ອນໄຫວໜູນຊ່ວຍປະຊາຊົນ ກູບາ ເນື່ອງໃນໂອກາດ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງຢູ່ ຫວຽດນາມ. ທ່ານຮູ້ສຶກຕໍ່ການເຄື່ອນໄຫວນີ້ ເປັນແນວໃດ?
ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes: ໂດຍເຕັມໄປດ້ວຍຄວາມຮູ້ສຶກຕື້ນຕັນໃຈ ເມື່ອເຫັນນ້ຳໃຈສາມັກຄີອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນຂະບວນການໜູນຊ່ວຍປະຊາຊົນກູບາ, ໂດຍສູນກາງຍສະມາຄົມກາແດງຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ປຸກລະດົມ.
ການລິເລີ່ມນີ້ໄດ້ກາຍເປັນຫນຶ່ງໃນການໂຄສະນາທີ່ກວ້າງຂວາງແລະມີຜົນກະທົບທີ່ສຸດ, ດ້ວຍຜົນໄດ້ຮັບເກີນເປົ້າຫມາຍເບື້ອງຕົ້ນ. ພິເສດແມ່ນບັນດາຂໍ້ສະແດງອາລົມຈິດຂອງບັນດາອົງການ, ລວມໝູ່ ແລະ ບຸກຄົນຂອງຫວຽດນາມ ໄດ້ກາຍເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ພວກຂ້າພະເຈົ້າ.
ໃນສະພາບການທີ່ອາເມລິກາຮັດແໜ້ນການສະກັດກັ້ນ ແລະ ກີດຂວາງ, ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກູບາ, ນັ້ນແມ່ນການສະແດງຄວາມສາມັກຄີ, ເສີມຂະຫຍາຍຄວາມເຊື່ອໝັ້ນຂອງພວກຂ້າພະເຈົ້າໃນໄຊຊະນະໃນການຕໍ່ສູ້ເພື່ອຜ່ານຜ່າຄວາມຫຍຸ້ງຍາກ. ແລະ ມັນຍິ່ງມີຄວາມໝາຍຍິ່ງກວ່າອີກເມື່ອໄດ້ຮັບການສະໜັບສະໜູນຈາກວິລະຊົນຫວຽດນາມ - ປະຊາຊາດທີ່ຜ່ານຜ່າການທ້າທາຍໃຫຍ່ທີ່ສຸດໃນປະຫວັດສາດ ແລະ ເປັນອ້າຍນ້ອງຮ່ວມມື.
- ຂໍຮຽນທ່ານເອກອັກຄະລັດຖະທູດ, ຕາມທ່ານແລ້ວ, ໃນໄລຍະຈະມາເຖິງ ຂົງເຂດບຸລິມະສິດຂອງການຮ່ວມມືເພື່ອຕອບສະໜອງຜົນປະໂຫຍດຕົວຈິງຂອງສອງຝ່າຍ ແມ່ນຫຍັງ?
ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes: ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງ ກູບາ ແລະ ຫວຽດນາມ ໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ. 2 ປະເທດຮັກສາການພົບປະແລກປ່ຽນເປັນປະຈຳລະຫວ່າງສອງພັກ, ສະພາແຫ່ງຊາດ, ລັດຖະບານ, ບັນດາກຳລັງປະກອບອາວຸດ, ບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ທ້ອງຖິ່ນ. ຫຼາຍກົນໄກຮ່ວມມືສອງຝ່າຍໄດ້ຮັບການສ້າງຕັ້ງ, ຊ່ວຍໃຫ້ສອງຝ່າຍຊຸກຍູ້ຄວາມເຂັ້ມແຂງ, ຕອບສະໜອງຄວາມຕ້ອງການຂອງກັນ, ນຳມາເຊິ່ງຜົນປະໂຫຍດຮ່ວມ.
ສອງປະເທດໄດ້ພັດທະນາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂົງເຂດກະສິກຳ, ຜະລິດອາຫານ, ການລ້ຽງສິນໃນນ້ຳ, ການສຶກສາ ແລະ ບຳລຸງສ້າງຊັບພະຍາກອນມະນຸດ, ບຳລຸງສ້າງ, ເຕັກໂນໂລຊີຊີວະພາບ, ພະລັງງານ, ກໍ່ສ້າງ, ຜະລິດ ແລະ ບໍລິໂພກ, ວິທະຍາສາດ ແລະ ເຕັກໂນໂລຢີ...
2 ຝ່າຍສືບຕໍ່ກຳນົດບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃໝ່, ສອດຄ່ອງກັບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນປະຈຸບັນ. ແນວໃດກໍດີ, ໃນຕໍ່ໜ້າ, ຄາດວ່າຈຸດສຸມຂອງການຮ່ວມມືແມ່ນຂົງເຂດກະສິກຳ-ສະບຽງອາຫານ, ຢາຊີວະພາບ ແລະ ພະລັງງານທົດແທນ.
ໃນຊຸມປີມໍ່ໆມານີ້, ກູບາ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການອັນລ້ຳຄ່າຈາກຫວຽດນາມ ໃນການຜະລິດເຂົ້າ, ສາລີ, ກາເຟ ແລະ ສິນໃນນ້ຳ, ຊ່ວຍໃຫ້ ກູບາ ໝູນໃຊ້ຄວາມສາມາດບົ່ມຊ້ອນນີ້ຢ່າງມີປະສິດທິຜົນ ເພື່ອຫັນໄປສູ່ບັນດາຮູບແບບການລົງທຶນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕົວຢ່າງປົກກະຕິແມ່ນໂຄງການຜະລິດເຂົ້າຢູ່ Los Palacios, ແຂວງ Pinar del Río, ດ້ວຍຜົນໄດ້ຮັບໃນທາງບວກທີ່ສັນຍາວ່າຈະປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຄວາມໝັ້ນຄົງດ້ານສະບຽງ ແລະ ອະທິປະໄຕອາຫານຂອງກູບາ.
ນອກຈາກນັ້ນ, ການສ້າງຕັ້ງບໍລິສັດຮ່ວມທຶນ ແລະ ເປີດໂຮງງານຜະລິດຢາຊີວະພາບຢູ່ສວນສາທາລະນະເຕັກໂນໂລຢີສູງຮ່ວາລາກ (ຮ່າໂນ້ຍ) ໄດ້ເປີດຂອບເຂດການຮ່ວມມືໃນການຄົ້ນຄວ້າ, ພັດທະນາ ແລະ ການຄ້າບັນດາຜະລິດຕະພັນຂອງຂະແໜງຢາຊີວະພາບ, ຂົງເຂດເຊິ່ງກູບາ ບັນລຸໄດ້ຜົນງານຫຼາຍຢ່າງທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ. ນີ້ຈະແມ່ນການປະກອບສ່ວນສຳຄັນເຂົ້າໃນສຸຂະພາບຂອງປະຊາຊົນສອງປະເທດ, ພ້ອມທັງຊຸກຍູ້ອະທິປະໄຕດ້ານເຕັກໂນໂລຢີຂອງຫວຽດນາມ ໃນຂົງເຂດຍຸດທະສາດນີ້.
ທາງດ້ານພະລັງງານ, ກູບາ ປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກໃນການຜະລິດ ແລະສະໜອງ, ໃນຂະນະທີ່ ຫວຽດນາມ ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນວິວັດການຫັນເປັນເສດຖະກິດສີຂຽວ. ສອງຝ່າຍໄດ້ກຳນົດເອົາພະລັງງານຜະລິດຄືນໃໝ່ເປັນຂົງເຂດຍຸດທະສາດຮ່ວມມື, ໂດຍມີຫຼາຍໂຄງການສະເພາະພວມດຳເນີນໄປ.
![]() |
| ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ຢ້ຽມຢາມເຮື່ອນສະແດງເສັ້ນຂະໜານທີ 17 ແລະ ຄວາມມຸ່ງປາຖະໜາໂຮມເປັນເອກະພາບຢູ່ແຂວງ ກວາງຈີ້, ເດືອນມີນາ 2025. (ຮູບພາບ: ສະຖານທູດ ກູບາ ປະຈຳ ຫວຽດນາມ). |
- ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຫວັງວ່າ ລຸ້ນໜຸ່ມຂອງສອງປະເທດ, ເຊິງເປັນຜູ້ທີ່ສືບທອດ, ເພີ່ມພູນຄູນສ້າງ ແລະ ປົກປັກຮັກສາສາຍພົວພັນມິດຕະພາບພິເສດຫວຽດນາມ ແລະ ກູບາ ໃນໄລຍະຈະມາເຖິງ ອັນໃດແດ?
ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes: ການນຳ ແລະ ປະຊາຊົນສອງປະເທດຫຼາຍລຸ້ນຄົນໄດ້ຮ່ວມກັນຮັກສາມໍລະດົກອັນລ້ຳຄ່າຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບດັ້ງເດີມ ແລະ ການຮ່ວມມືທີ່ເປັນແບບຢ່າງລະຫວ່າງ ກູບາ ແລະ ຫວຽດນາມ.
ຊາວໜຸ່ມ, ໄວລຸ້ນ ແລະ ເດັກນ້ອຍ ກູບາ ແລະ ຫວຽດນາມ ໄດ້ຮັບເອົາປະຫວັດສາດນັ້ນເປັນສ່ວນໜຶ່ງຂອງຕົນ, ໂດຍຜ່ານການສຶກສາຮັກຊາດໂດຍພັກກອມມູນິດ 2 ປະເທດ.
ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ, ໂຄສະນາປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີຍັງຄົງຮັກສາເປັນປົກກະຕິ ແລະ ນັບມື້ນັບເຂັ້ມແຂງ. ຮູ້ສຶກປະທັບໃຈທີ່ເຫັນເດັກນ້ອຍຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວໜູນຊ່ວຍຊາວ ກູບາ ດ້ວຍບັນດາການປະກອບສ່ວນນ້ອຍໆ, ແຕ້ມຮູບ, ບົດເພງ ແລະ ຂໍ້ຄວາມທີ່ຮັກແພງເຖິງເດັກນ້ອຍ ກູບາ. ຫວ່າງມໍ່ໆມານີ້, ເດັກນ້ອຍກູບາກຸ່ມໜຶ່ງໄດ້ມີໂອກາດມາຢ້ຽມຢາມຫວຽດນາມ ແລະ ຮູ້ສຶກເຖິງຄວາມຮັກແພງອັນເລິກເຊິ່ງໂດຍຕົວຈິງ.
ຢູ່ກູບາ, ມີໂຮງຮຽນ, ລວມໝູ່ແຮງງານ ແລະ ກິດຈະການຫຼາຍແຫ່ງຍັງມີຊື່ຂອງວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາເຫດການປະຫວັດສາດກ່ຽວກັບປະເທດຂອງລຸງໂຮ່. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນອັນສັກສິດນີ້ຈະຢູ່ໃນໃຈຂອງປະຊາຊົນສອງປະເທດຕະຫຼອດໄປ.
- ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາບົດບາດຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໃນການຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ກູບາ ເປັນແນວໃດ?
ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes: VUFO ໄດ້ ແລະ ພວມມີບົດບາດສຳຄັນທີ່ສຸດໃນການພົວພັນລະຫວ່າງ ຫວຽດນາມ ກັບປະຊາຊົນໃນທົ່ວໂລກ. ຜ່ານບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, VUFO ສະແດງໃຫ້ເຫັນພາບພົດອັນມີຊີວິດຊີວາຂອງວິລະຊົນ, ປະເທດຊາດຮັກສັນຕິພາບທີ່ໄດ້ເອົາຊະນະ ແລະ ເອົາຊະນະສັດຕູຜູ້ມີອຳນາດ, ລຸກຂຶ້ນກໍ່ສ້າງປະເທດຄືນໃໝ່, ກາຍເປັນຕົວຢ່າງໃຫ້ແກ່ມວນມະນຸດ.
ໃນການພົວພັນກັບ ກູບາ, VUFO ຮັກສາບັນດາການເຄື່ອນໄຫວສາມັກຄີແບບພິເສດ, ເປັນປົກກະຕິ ແລະ ມີປະສິດທິຜົນ, ປະກອບສ່ວນໂຄສະນາວັດທະນະທຳ ແລະ ຮີດຄອງປະເພນີຂອງຊາວ ກູບາ, ພ້ອມທັງຊຸກຍູ້ບັນດາຂໍ້ລິເລີ່ມປະຕິບັດຫຼາຍຢ່າງເພື່ອໜູນຊ່ວຍ ກູບາ ໃນການຕໍ່ສູ້ຕ້ານການສະກັດກັ້ນ ແລະ ກີດຂວາງ.
ການຮ່ວມມືທີ່ເປັນແບບຢ່າງລະຫວ່າງ VUFO ແລະ ສະຖາບັນມິດຕະພາບກັບປະຊາຊົນກູບາ (ICAP) - ເຊິ່ງກໍ່ສະເຫຼີມສະຫຼອງ 65 ປີໃນປີນີ້ - ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນອັນພົ້ນເດັ່ນຂອງ VUFO ເຂົ້າໃນການປູກຝັງ ແລະ ປົກປັກຮັກສາຄວາມສາມັກຄີປອງດອງລະຫວ່າງປະຊາຊົນສອງປະເທດ.
ໃນຖານະທີ່ເປັນອົງການສະມາຊິກ VUFO, ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ຮັດແໜ້ນພາບພົດອັນດີງາມຂອງຄວາມຮັກແພງສາມັກຄີ, ຝັງເລິກໃນດວງໃຈຂອງຜູ້ມີກຽດເປັນສັກຂີພິຍານ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມທີ່ສະມາຄົມໄດ້ປະຕິບັດ, ແຜ່ລາມໄປທົ່ວທຸກຊັ້ນຄົນໃນສັງຄົມ ແລະ ທົ່ວດິນແດນຫວຽດນາມ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VUFO, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ເຄົາລົບນັບຖືອັນເປັນນິດມາຍັງຄະນະການນຳ, ພະນັກງານ ແລະ ອົງການສະມາຊິກ ເພື່ອຄວາມສັດຊື່ອັນໝັ້ນຄົງຂຕໍ່ສາຍພົວພັນທາງປະຫວັດສາດອັນສັກສິດທີ່ໄດ້ຜູກມັດປະຊາຊົນສອງປະເທດເຂົ້າກັນ.
- ຂໍຂອບໃຈທ່ານທູດ!
| ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍສໝ - ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ |
| ດານັງ ແລະ "ສູດ" 3 ບາດກ້າວໃຫ້ແກ່ການທູດປະຊາຊົນແບບຍືນຍົງ ຍສໝ - ພາຍຫຼັງເກືອບ 3 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດານັງ (ສະຫະພັນ ດານັງ) ໄດ້ຢັ້ງຢືນທີ່ຕັ້ງຂອງຕົນເປັນຈຸດທີ່ສົດໃສໃນວຽກງານການຕ່າງປະເທດຂອງປະຊາຊົນ - ຮູບແບບການດຳເນີນງານຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກັບເພື່ອນມິດສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຊື່ອມໂຍງນະຄອນບົນແມ່ນ້ຳຮ່ານ. |
ມີງດຶກ


