ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ໄດ້ເນັ້ນໜັກໃນເວລາຕອບສຳພາດ ຕໍ່ນັກຂ່າວ ຈາກສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ສິງກະໂປ ນັບແຕ່ວັນທີ 8 ເຖິງ ວັນທີ 10 ກຸມພາ 2023 ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ເນື່ອງໃນໂອກາດ 73 ປີແຫ່ງວັນ ສປປ.ເກົາຫຼີ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ (31 ມັງກອນ ປີ 1950 – 31 ມັງກອນ 2023), ວັນທີ 1 ກຸມພາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກບົດຂຽນເຊີດຊູການພົວພັນທີີ່ບໍ່ມີການປ່ຽນແປງຜ່ານວັນເວລາ.
ຍສໝ - ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ ຟານທ໊າຍບິ່ງ ຫົວໜ້າຄະນະກຳມະການເສດຖະກິດຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ໃຫ້ຮູ້ວ່າ ອາຍຸການນີ້ ຄະນະບໍລິຫານງານສະມາຄົມ ແລະ ບັນດາສາຂາຂຶ້ນກັບສະມາຄົມ ໄດ້ຕັ້ງໜ້າພ້ອມກັບບັນດາຄະນະ, ຂະແໜງການທ້ອງຖິ່ນໃນແຂວງ ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນກັບ ສ.ເກົາຫຼີ ແລະ ບັນລຸໄດ້ໝາກຜົນສຳຄັນທີ່ສຸດໃນບາງຂົງເຂດ.
ຍສໝ - ທ່ານ Anjaiah ກ່າວວ່າ: “ຂ້າພະເຈົ້າຄິດວ່າ ອິນໂດເນເຊຍ ແລະ ຫວຽດນາມ ຕ້ອງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ມັນຈະເປັນບາດກ້າວໄປສູ່ທິດທາງທີ່ຖືກຕ້ອງ ເພື່ອເສີມຂະຫຍາຍການພົວພັນລະຫວ່າງສອງປະເທດຕື່ມອີກ”.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Joko Widodo ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໄດ້ຕີລາຄາສູງ ບັນດາໂຄງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ ລາວ, ເປັນຕົ້ນແມ່ນເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ລາວຢູ່ນະຄອນໂຮ່ຈີມິນ ໂດຍຄະນະກຳມະການປະຊາຊົນນະຄອນ ສົມທົບກັບສະຖານກົງສູນ ສປປ.ລາວ ປະຈຳ ນະຄອນໂຮ່ຈິມິນຈັດຂຶ້ນໃນຫວ່າງແລ້ວນີ້.
ພາຍຫຼັງໄດ້ຮັບການຈັດຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ມີການເຄື່ອນໄຫວດ້ວຍເປົ້າໝາຍ ແລະ ໜ້າທີ່ແມ່ນໂຄສະນາ, ຂົນຂວາຍ, ເຊື່ອມຕໍ່ການພົວພັນຊ່ວຍປະຊາຊົນແຂວງ ແທງຮວາ ແລະ ປະຊາຊົນຍີ່ປຸ່ນ ຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ແບບແຜນການດຳລົງຊີວິດດ້ານເສດຖະກິດ ສັງຄົມ, ວິທະຍາສາດ - ເຕັກນິກ ຂອງແຕ່ລະປະເທດ. ຜ່ານນັ້ນກໍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທ່າງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຝລັ່ງ, ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ.
ຕອນບ່າຍວັນທີ 5 ທັນວາ, ການນຳແຂວງ ເງະອານ ໄດ້ໃຫ້ການຕ້ອນຮັບທ່ານ Jaya Ratnam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ. ຜ່ານການພົບປະຄັ້ງນີ້, ການພົວພັນຮ່ວມມືລະຫວ່າງແຂວງເງະອານ ແລະ ສິງກະໂປ ຈະໄດ້ຮັບການຍົກລະດັບ.
ທີ່ການສຳພາດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີຄວາມໝາຍສຳຄັນທີ່ສຸດໃນການເຮັດໃຫ້ການພົວພັນຫວຽດນາມ - ຈີນເລິກເຊິ່ງກ່ວາອີກ.
ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ຮຸງກາຣີ ໄດ້ມີການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນໄລຍະເວລາຈະມາເຖິງ, ຫວຽດນາມ ແລະ ຮຸງກາຣີ ຈະເພີ່ມທະວີການເຄື່ອນໄຫວໃນບັນດາຂົງເຂດຕື່ມອີກ, ພິເສດແມ່ນບັນດາຂົງເຂດດົນຕີ, ຟ້ອນ, ຮູບເງົາ...
ການຄົ້ນຄວ້າປະຫວັດສາດແຫ່ງການສ້າງ ແລະ ພັດທະນາເນື້ອໃນທິດສະດີຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ ໄດ້ຊ່ວຍເພີ່ມທະວີການເຄື່ອນໄຫວຄົ້ນຄວ້າທິດສະດີ, ຕິດພັນກັບການສະຫຼຸບພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດເຢຍລະມັນ ຫຼາຍກວ່າອີກ, ຜ່ານນັ້ນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.
ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ມີ 7 ປັດໄຈເຮັດໃຫ້ການພົວພັນຫວຽດນາມ - ລາວກາຍເປັນການພົວພັນພິເສດ. ປັດໄຈພິເສດທີ່ສຸດນັ້ນແມ່ນ ຈິດໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ບໍ່ມີວັນປ່ຽນແປງ.
ເນື່ອງໃນໂອກາດໄປຢ້ຽມຢາມ ນິວຊີແລນຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1, ຕອນເຊົ້າວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe.
ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ.
ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ເອຢິບຕື່ມອີກ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.
ຜ່ານງານວາງສະແດງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນຖັນແຖວພະນັກງງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາ ການພົວພັນພິເສດ ຫວຽດນາມ - ລາວ, ແທງຮວາ - ຫົວພັນ ໃນຂະບວນການຕໍ່ສູ້ປົດປ່ອຍຊາ.
ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ໃນຈຳນວນປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບຕາເວັນອອກກາງ.