ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ມາ​ເລ​ເຊຍ ກວ່າ​ອີກ

00:00 | 25/08/2023

ຍສໝ - ຕອນບ່າຍວັນທີ 20 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພ້ອມດ້ວຍພັນລະນາ ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 21 ກໍລະກົດ. ພິທີຕ້ອນຮັບຖືກຈັດຂຶ້ນຢ່າງສົມກຽດ ຕາມພິທີການສະຫງວນໃຫ້ແກ້ຜູ້ນຳໜ້າລັດຖະບານຕ່າງປະເທດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ໃນການພົບປະສອງຝ່າຍພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Anwar Ibrahim ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນພົບປະຄະນະຜູ້ແທນທຸກຂັ້ນ ໃນຊ່ອງທາງພັກ, ລັດ, ລັດຖະບານ ແລະ ລັດຖະສະພາ; ພິຈາລະນາກໍ່ສ້າງກົນໄກສອງນາຍົກລັດຖະມົນຕີ ພົບປະ, ແລກປ່ຽນກັນເປັນປະຈຳ ຫຼື ປະຈຳໄລຍະ ພາຍໃຕ້ຮູບການຕ່າງໆຕາມຄວາມເໝາະສົມ ຢູ່ເວທີປາໄສຫຼາຍຝ່າຍ; ຊຸກຍູ້ກັນຜັນຂະຫຍາຍບັນດາກົນໄກຮ່ວມມືທາງດ້ານວິຊາການທີ່ໄດ້ລົງນາມແລ້ວໂດຍໂດຍໄວ; ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ໃນປີ 2025 ຕາມທິດດຸ່ນດ່ຽງສະເໝີກັນ; ຈຳກັດການຈັດວາງຮົ້ວກີດຂວາງດ້ານການຄ້າ; ສ້າງຄວາມສະດວກໃນການນຳເຂົ້າສົ່ງອອກສິນຄ້າປະເພດຕ່າງໆເຊິ່ງສອງຝ່າຍມີທ່າແຮງ ແລະ ມີກຳລັງບົ່ມຊ້ອນ.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ມາ​ເລ​ເຊຍ ກວ່າ​ອີກ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: nhandan.vn)

ສອງຝ່າຍກໍເຫັນດີເພີ່ມທະວີໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນໆ; ຍູ້ແຮງການລົງນາມໃນເອກະສານສະບັບຕ່າງໆທີ່ກ່ຽວຂ້ອງ. ນາຍົກລັດຖະມົນຕີສອງທ່ານ ກໍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນທະເລ ແລະ ມະຫາສະໝຸດ; ພິຈາລະນາການສ້າງຕັ້ງກົນໄກປຶກສາຫາລື ກ່ຽວກັບບັນດາບັນຫາຢູ່ທະເລ ແລະ ສ້າງລະບົບຕິດຕໍ່ສື່ສານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).

ສອງຝ່າຍກໍເຫັນດີສົມທົບກັບບັນດາປະເທດ ອາຊຽນ ອື່ນ ເພື່ອຮັບປະກັນຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນ ອາຊຽນ; ພ້ອມກັນສະເໜີບັນດາຂໍ້ລິເລີ່ມທີ່ເໝາະສົມ ເພື່ອປະຕິບັດບັນດາບຸລິມະສິດຂອງ ອາຊຽນ ປີ 2023 ໃຫ້ປະກົດຜົນເປັນຈິງ.

ພາຍຫຼັງການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມໃນເອກະສານ ສອງສະບັບ, ເຊິ່ງລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍຈໍ້ຕົກລົງກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ແລະ ບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມາເລເຊຍ.

ໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກໍ່ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເຊັ່ນດຽວກັນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.