ຫວຽດ​ນາມ - ຟີ​ລິບ​ປິນ: ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ເຊຶ່ງກັນແລະກັນ

00:00 | 11/08/2023

ຍສໝ - ທ່ານ ຟ້າມມິງຈິງ ໄດ້ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຈະຮັກສາການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢູ່ກອງປະຊຸມ JCBC - 10

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢານຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຟີລິບປິນ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique A. Manalo ໃນຕອນບ່າຍວັນທີ 2 ສິງຫາ ຢູ່ສຳນັກງານລັດຖະບານ, ເນື່ອງໃນໂອກາດທ່ານລັດຖະມົນຕີ Enrique A. Manalo ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 10 ຄະນະກຳປະມານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ ຟີລິບປິນ (JCBC - 10) ໃນລະຫວ່າງວັນທີ 1 – 2 ສິງຫາ.

ຫວຽດ​ນາມ - ຟີ​ລິບ​ປິນ: ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ເຊຶ່ງກັນແລະກັນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique A. Manalo (ພາບ: nhandan.vn)

ກ່າວຄຳເຫັນທີ່ການເຮັດວຽກ ທ່ານ ຟ້າມມິງຈິງ ໄດ້ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຈະຮັກສາການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢູ່ກອງປະຊຸມ JCBC - 10, ໃນນັ້ນຕ້ອງເອົາໃຈໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການສົ່ງເສີມດ້ານເສດຖະກິດ - ການຄ້າ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ການລົງທຶນທີ່ສະດວກໃຫ້ແກ່ບັນດາວິສາຫະກິດຂອງກັນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mark Tucker ປະທານກຸ່ມບໍລິສັດ HSBC (ລາຊະອານາຈັກ ອັງກິດ) ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ HSBC ຫວຽດນາມ ໄດ້ ແລະ ພວມເປີດກວ້າງການລົງທຶນ, ສ້າງບັນດາການພົວພັນຄູ່ຮ່ວມມືຍຸດທະສາດ ກັບຫຼາຍກຸ່ມບໍລິສັດ, ບໍລິສັດ, ວິສາຫະກິດທັງພາກລັດ ແລະ ພາກເອກະຊົນຂອງ ຫວຽດນາມ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.